ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “mixed feelings” ແປວ່າ “ຄວາມຮູ້ສຶກ/ຄວາມຄິດເຫັນ ທີ່ສັບສົນປົນເປກັນ”


ຮຽນພາສາອັງກິດ ໃນ ນຶ່ງນາທີ: Mixed Feelings
please wait

No media source currently available

0:00 0:00:59 0:00

ຮຽນພາສາອັງກິດ ໃນ ນຶ່ງນາທີ: Mixed Feelings

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Humans have many complex feelings and emotions. But what does mixed feelings mean? Let’s listen.

ມະນຸດເຮົາ ມີຫຼາຍຄວາມຮູ້ສຶກ ແລະ ອາລົມ ທີ່ຊັບຊ້ອນ. ແຕ່ mixed feelings ມັນມີຄວາມໝາຍວ່າແນວໃດກັນແທ້? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ ອານນາ ກັບແດນ ລອງເບິ່ງເນາະ, ບາງທີ ມັນອາດຊ່ວຍໃຫ້ພວກເຮົາ ຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ.


Dan: So, Anna, do you like the location of the new office building?

ແດນ: ວ່າແຕ່, ອານນາ, ເຈົ້າມັກທີ່ຕັ້ງຂອງຫ້ອງການໃໝ່ບໍ່?

Anna: I have mixed feelings. It’s closer to my home, but there are no sticker stores nearby. What am I supposed to do on my lunch break?

ອານນາ: ຂ້ອຍມີຄວາມຮູ້ສຶກທີ່ສັບສົນປົນເປກັນ. ມັນໃກ້ກັບບ້ານຂອງຂ້ອຍຫຼາຍກວ່າ, ແຕ່ບໍ່ມີຮ້ານສະຕິກເກີ ຢູ່ໃກ້ໆ. ຂ້ອຍຄວນຈະເຮັດຫຍັງດີ ໃນຊວ່ງພັກກິນເຂົ້າທ່ຽງຂອງຂ້ອຍນິ?

Dan: umm, I’m sure you’ll figure out something.

ແດນ: ອືມ, ຂ້ອຍແນ່ໃຈວ່າ ເຈົ້າຈະຄິດຫຍັງບາງຢ່າງອອກ.

Anna: I don’t know, Dan. I just don’t know.

ອານນາ: ຂ້ອຍບໍ່ຮູ້, ແດນ. ຂ້ອຍກະພຽງແຕ່ບໍ່ຮູ້.

If you have mixed feelings, you have conflicting emotions about something or someone. You might feel excited but also scared, or happy but also sad. Lots of things in life can cause mixed feelings, especially if you’re Anna.

ຖ້າເຈົ້າມີ mixed feelings, ເຈົ້າມີອາລົມທີ່ຄັດກັນ ກ່ຽວກັບສິ່ງໃດສິ່ງນຶ່ງ ຫຼື ໃຜຄົນນຶ່ງ. ເຈົ້າອາດຈະຮູ້ສຶກຕື່ນເຕັ້ນ ແຕ່ກໍມີຄວາມຮູ້ສຶກຢ້ານຢູ່ນໍາ, ຫຼືມີຄວາມສຸກ ແຕ່ກໍຮູ້ສຶກເສົ້າພ້ອມ. ຫຼາຍໆຢ່າງ ໃນຊີວິດ ສາມາດເຮັດໃຫ້ເກີດຄວາມຮູ້ສຶກທີ່ສັບສົນປົນເປກັນໄດ້, ໂດຍສະເພາະຖ້າເຈົ້າແມ່ນ ອານນາ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG