ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ:​ “Art imitates life” ແປວ່າ “ສິນລະປະທີ່ສະທ້ອນມາຈາກຊີວິດຈິງ”


ເຊີນຮັບຊົມ ລາຍການ ຮຽນພາສາອັງກິດ ໃນນຶ່ງນາທີ: “Art imitates life” ແປວ່າ “ສິນລະປະທີ່ສະທ້ອນມາຈາກຊີວິດຈິງ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

When we imitate something, we copy it. But what does it mean when we say, art imitates life?

ເວລາພວກເຮົາຮຽນແບບບາງສິ່ງບາງຢ່າງ, ພວກເຮົາເຮັດຄືກັນກັບມັນ. ແຕ່ເວລາທີ່ພວກເຮົາເວົ້າວ່າ art imitates life ມັນໝາຍຄວາມວ່າແນວໃດກັນແທ້, ພວກເຮົາລອງໄປຟັງບົດສົນທະນາລະຫວ່າງອານນາ ກັບແດນ ລອງເບິ່ງເນາະ,​ ບາງທີ່ມັນອາດຊ່ວຍໃຫ້ພວກເຮົາເຂົ້າໃຈສຳນວນນີ້ຫຼາຍຂຶ້ນ.


Dan: How did you like the art exhibit we saw yesterday?

ແດນ: ເຈົ້າວ່າການສະແດງສິນລະປະ ທີ່ພວກເຮົາເບິ່ງມື້ວານນີ້ ເປັນແນວໃດ?

Anna: Dan, to be honest, I didn’t get it. It was just a guy sleeping in a small room in the middle of the museum.

ອານນາ: ແດນ, ເວົ້າແທ້ໆ, ຂ້ອຍບໍ່ເຂົ້າໃຈມັນ. ມັນມີແຕ່ຜູ້ຊາຍຄົນນຶ່ງກຳລັງນອນຢູ່ໃນຫ້ອງນ້ອຍໆ ຢູ່ທາງກາງຂອງຫໍພິພິດຕະພັນ.

Dan: Yeah, it was brilliant! In a word: Art imitates life.

ແດນ: ແມ່ນ, ມັນສຸດຍອດເລີຍ... ຄຳດຽວຄື: ສິລະປະທີ່ສະ​ທ້ອນມາຈາກຊີວິດຈິງ.

Anna: Okay, that was three words, Dan. And I have my own three words: It was bad.

ອານນາ: ໂອເຄ, ນັ້ນແມ່ນ 3 ຄຳ, ແດນ. ແລະ ຂ້ອຍມີ 3 ຄຳຂອງຂ້ອຍເອງຄືກັນ: ມັນບໍ່ຄັກ.

When we say, art imitates life, we mean that a work of art is inspired by real-life events. Or it mirrors real life in some way. We can say this about any kind of creative project.

ເວລາທີ່ພວກເຮົາເວົ້າວ່າ art imitates life, ພວກເຮົາໝາຍເຖິງ ງານສີລະປະ ທີ່ໄດ້ຮັບແຮງຈູງໃຈມາຈາກເຫດການຕ່່າງໆໃນຊີວິດຈິງ. ຫຼື ງານສີລະປະທີ່ເປັນເງົາສະທ້ອນຂອງຊີວິດຈິງ ໃນບາງລັກສະນະ. ພວກເຮົາສາມາດເວົ້າໄດ້ວ່າ ສິ່ງນີ້ກ່ຽວຂ້ອງທຸກໆປະເພດຂອງໂຄງການທີ່ມີຄວາມຄິດສ້າງສັນ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG