ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍການຮຽນພາສາອັງກິດ ໃນນຶ່ງນາທີ: “like oil and water” ແປວ່າ “ບໍ່ຖືກກັນປານໃດ/ບໍ່ເຂົ້າກັນ ຄືນໍ້າມັນກັບນໍ້າ”


ເຊີນຮັບຊົມ ລາຍງານຮຽນພາສາອັງກິດ ໃນນຶ່ງນາທີ: “like oil and water” ແປວ່າ “ບໍ່ຖືກກັນປານໃດ/ບໍ່ເຂົ້າກັນ ຄືນໍ້າມັນກັບນໍ້າ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Oil and water are two very different substances. So, what could the expression like oil and water mean?

ນໍ້າ ແລະ ນໍ້າມັນ ແມ່ນສອງທາດທີ່ແຕກຕ່າງກັນຫຼາຍ. ຖ້າເປັນເຊັ່ນນັ້ນ, ສຳນວນທີ່ວ່າ like oil and water ແມ່ນມີຄວາມໝາຍແນວໃດກັນແທ້? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງອານນາ ກັບ ແດນ ລອງເບິ່ງເນາະ, ບາງທີ່, ມັນອາດຊ່ວຍໃຫ້ພວກເຮົາຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ.


Anna: Dan, I just got your birthday invitation! But I don’t know if I can come.

ອານນາ: ແດນ, ຂ້ອຍຫາກໍສິໄດ້ບັດເຊີນງານວັນເກີດຂອງເຈົ້າ! ແຕ່ຂ້ອຍບໍ່ຮູ້ວ່າຂ້ອຍຈະສາມາດໄປຮ່ວມໄດ້ບໍ່.

Dan: you have to come. I only invited five people.

ແດນ: ເຈົ້າຕ້ອງມາໄດ໋. ຂ້ອຍເຊີນພຽງແຕ່ 5 ຄົນເທົ່ານັ້ນ.

Anna: Yeah, and Donna and Shauna are two of them. Those two are like oil and water.

ອານນາ: ແມ່ນ, ແລະ ດອນນາ ແລະ ຊອນນາ ກໍແມ່ນ 2 ຄົນໃນນັ້ນ. ພວກເຂົາສອງຄົນ ບໍ່ເຂົ້າກັນ ຄືນໍ້າມັນກັບນໍ້ານິ.

Dan: it’s my birthday, so they will have to get along, like adults.

ແດນ: ມັນແມ່ນວັນເກີດຂອງຂ້ອຍ, ດັ່ງນັ້ນ ພວກເຂົາຈຶ່ງຕ້ອງເຂົ້າກັນໃຫ້ໄດ້, ຄືກັບຜູ້ໃຫຍ່.

If we say two people are like oil and water, it means they don’t get along well. This expression is not just used for people. Anything that does not mix together easily can be compared to oil and water.

ເວລາທີ່ພວກເຮົາເວົ້າວ່າ like oil and water, ມັນໝາຍຄວາມວ່າ ພວກເຂົາ ເຂົ້າກັນໄດ້ບໍ່ດີປານໃດ. ສຳນວນນີ້ບໍ່ໄດ້ຖືກໃຊ້ພຽງແຕ່ກັບຄົນເທົ່ານັ້ນ. ສິ່ງໃດກໍຕາມ ທີ່ປະສົມເຂົ້າກັນ ບໍ່ໄດ້ງ່າຍໆ ກໍສາມາດປຽບທຽບໄດ້ກັບນໍ້າມັນ ກັບນໍ້າ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG