ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນອັງກິດ ໃນນຶ່ງນາທີ: “hit it out of the park” ແປວ່າ “ປະສົບຜົນສຳເລັດຢ່າງຫຼວງຫຼາຍ (ດີເລີດ)/ເຮັດບາງສິ່ງບາງຢ່າງໄດ້ດີແທ້ໆ”


ເຊີນຮັບຊົມລາຍງານ ຮຽນອັງກິດ ໃນນຶ່ງນາທີ: “hit it out of the park” ແປວ່າ “ປະສົບຜົນສຳເລັດຢ່າງຫຼວງຫຼາຍ (ດີເລີດ)/ເຮັດບາງສິ່ງບາງຢ່າງໄດ້ດີແທ້ໆ”

Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.


Baseball is a popular sport in the U.S. So, it’s no surprise we have a lot of baseball-related idioms, like this one:
ເບັສບອລ ແມ່ນກິລາທີ່ເປັນທີ່ນິຍົມປະເພດນຶ່ງໃນສະຫະລັດ. ດັ່ງນັ້ນ, ມັນຈຶ່ງບໍ່ໜ້າແປກໃຈ ທີ່ພວກເຮົາມີສຳນວນທີ່ກ່ຽວຂ້ອງກັບ ເບັສບອລ ຫຼາຍສຳນວນ, ເຊັ່ນສຳນວນຕໍ່ໄປນີ້:

Jonathan: Hey, Anna! How did your live-streamed puppet show go?
ໂຈນາທານ: ເອີ, ອານນາ! ການຖ່າຍທອດສົດສະແດງລະຄອນຫຸ່ນກະບອກທາງອິນເຕີແນັດຂອງເຈົ້າເປັນແນວໃດ?
Anna: Jonathan, we hit it out of the park! People laughed. People cried. People cheered!
ອານນາ: ໂຈນາທານ, ພວກເຮົາປະສົບຜົນສຳເລັດຢ່າງຫຼວງຫຼາຍ! ມີຄົນຫົວ. ມີຄົນຮ້ອງໄຫ້. ມີຄົນຮ້ອງໂຮຊົມເຊີຍ!
Jonathan: Wow, that’s awesome! So, you could see the audience reaction even online?
ໂຈນາທານ: ວ້າວ, ນັ້ນມັນຄັກຫຼາຍ! ແຕ່, ເຈົ້າສາມາດເຫັນປະຕິກິລິຍາຂອງຜູ້ຊົມໄດ້ ແມ້ແຕ່ທາງອອນໄລນ໌ ຫວາ?
Anna: well…no. But I could feel it.
ອານນາ: ເອີ...ບໍ່. ແຕ່ຂ້ອຍສາມາດຮູ້ສຶກໄດ້.


As an idiom “to hit it out of the park” means to do something really well. You can use this expression for just about anyone, even puppets!
ໃນຮູບແບບຂອງສຳນວນ “to hit it out of the park” ໝາຍເຖິງການເຮັດບາງສິ່ງບາງ ຢ່າງໄດ້ດີແທ້ໆ. ເຈົ້າສາມາດໃຊ້ສຳນວນນີ້ກັບໃຜກໍໄດ້, ແມ່ນກະທັ້ງກັບຫຸ່ນກະບອກ.


And that's English in a minute.
ແລະ ນັ້ນແມ່ນພາສາອັງກິດໃນ 1 ນາທີ.

XS
SM
MD
LG