ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “to be game” ແປວ່າ: “ພ້ອມແລ້ວ/ເຕັມໃຈ”


ເຊີນຮັບຊົມລາຍການ ຮຽນພາສາອັງກິດ ໃນນຶ່ງນາທີ: “to be game” ແປວ່າ: “ພ້ອມແລ້ວ/ເຕັມໃຈ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

You probably already know what “game” is as a noun. But what does it mean to be game?

ທ່ານອາດຈະເຄີຍໄດ້ຮູ້ແລ້ວວ່າ ຄຳວ່າ “game” ແມ່ນຄຳນາມ. ແຕ່ to be game ມັນໝາຍຄວາມວ່າຫຍັງກັນແທ້? ພວກເຮົາລອງໄປຟັງບົດສົນທະນາ ລະຫວ່າງອານນາ ກັບແດນ ລອງເບິ່ງເນາະ, ບາງທີ່ມັນອາດຊ່ວຍໃຫ້ພວກເຮົາ ເຂົ້າໃຈສຳນວນນີ້ຫຼາຍຂຶ້ນ.


Dan: Anna, my pickleball partner can’t make it to tonight’s match. That means we can’t play. And that means we lose the championship!

ແດນ: ອານນາ, ຄູ່ຕີພິກໂຄລບອລ ຂອງຂ້ອຍ ບໍ່ສາມາດມາຮ່ວມການແຂ່ງຂັນໃນຄືນນີ້ ໄດ້ຊໍ້າ. ເຊິ່ງມັນໝາຍຄວາມວ່າ ພວກເຮົາບໍ່ສາມາດຫຼິ້ນໄດ້. ແລະ ນັ້ນໝາຍຄວາມວ່າ ພວກເຮົາແພ້ການແຂ່ງຂັນນັ້ນ!

Anna: well, if you need a last-minute pickleball partner, I’m game!

ອານນາ: ດີລະ! ຖ້າເຈົ້າຕ້ອງການຄູ່ຕີພິກໂຄລບອລ ໃນນາທີສຸດທ້າຍ, ຂ້ອຍພ້ອມ!

Dan: have you even won a pickleball trophy?

ແດນ: ເຈົ້າເຄີຍໄດ້ຮັບຖ້ວຍລາງວັນ ພິກໂຄລບອລ ແນ່ບໍ່?

Anna: No. So, it’s time!

ອານນາ: ບໍ່. ສະນັ້ນ,​ ມັນຈຶ່ງເຖິງເວລາແລ້ວ!

If someone say, I’m game, it means they are willing or ready to do something. They will do whatever plan or suggestion you have. In this case, though, I’m not sure if Dan is game for having Anna as his pickleball partner.

ຖ້າໃຜຄົນນຶ່ງ ເວົ້າວ່າ I’m game, ມັນໝາຍຄວາມວ່າ ພວກເຂົາ ຕັ້ງໃຈ ຫຼື ພ້ອມ ທີ່ຈະເຮັດສິ່ງໃດສິ່ງນຶ່ງ. ພວກເຂົາຈະເຮັດຕາມແຜນການ ຫຼື ຄຳແນະນຳໃດກໍຕາມ ທີ່ທ່ານມີ. ແຕ່ວ່າ ໃນກໍລະນີນີ້, ຂ້າພະເຈົ້າບໍ່ແນ່ໃຈວ່າ ແດນ ພ້ອມ ທີ່ຈະມີອານນາ ເປັນຄູ່ຕີ ພິກເຄີລບອລ ຂອງລາວ ຫຼືບໍ່.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG