ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “to pick up the slack” ແປວ່າ “ສືບຕໍ່ເຮັດວຽກທີ່ຄົນອື່ນເຮັດບໍ່ແລ້ວ/ເກັບຕົກ ວຽກທີ່ຄົນອື່ນເຮັດບໍ່ແລ້ວ”


ຮຽນພາສາອັງກິດ ໃນນຶ່ງນາທີ: “to pick up the slack” ແປວ່າ “ສືບຕໍ່ເຮັດວຽກທີ່ຄົນອື່ນເຮັດບໍ່ແລ້ວ/ເກັບຕົກ ວຽກທີ່ຄົນອື່ນເຮັດບໍ່ແລ້ວ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

“Slack” describes the part of a rope that’s not tight and hangs loosely. But why would someone need to pick up the slack?

“Slack” ໝາຍເຖິງສ່ວນນຶ່ງຂອງ ເຊືອກ ທີ່ບໍ່ແໜ້ນ ແລະ ຫ້ອຍຢູ່ແບບຫຼົມໆ. ແຕ່ຍ້ອນຫຍັງ ບາງຄົນຈຶ່ງຕ້ອງເກັບສ່ວນນຶ່ງຂອງເຊືອກທີ່ບໍ່ແໜ້ນນັ້ນຂຶ້ນມາ? to pick up the slack ມັນມີຄວາມໝາຍວ່າແນວໃດກັນແທ້,​ ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ ອານາ ກັບແດນ ລອງເບິ່ງເນາະ,​ ບາງທີ່ມັນອາດຊ່ວຍໃຫ້ພວກເຮົາ ຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ.


Dan: Okay, how many scripts do we have for the new program?

ແດນ: ຕົກລົງວ່າ ພວກເຮົາມີ ບົດເວົ້າ ສຳລັບລາຍການໃໝ່ຂອງພວກເຮົາຈັກບົດນະ?

Anna: Let’s see. I count… two!

ອານນາ: ດຽວເບ່ິງກ່ອນ, ຂ້ອຍ ນັບເບິ່ງ....ມີສອງ!

Dan: Two? But Martha promised she would write ten.

ແດນ: ສອງ? ແຕ່ ມາຕາ ສັນຍາໄວ້ວ່າ ລາວຈະຂຽນ 10 ບົດ.

Anna: oh, well, we’re going to have to pick up the slack because she’s only written two.

ອານນາ: ໂອ, ຊັ້ນ, ພວກເຮົາກໍຈະຕ້ອງສືບຕໍ່ເຮັດວຽກທີ່ລາວເຮັດບໍ່ແລ້ວ ເພາະວ່າລາວຂຽນພຽງແຕ່ 2 ບົດ.

Dan: Martha!

ແດນ: ມາຕາ!

To pick up the slack means to do something that someone else should be doing but isn’t. if you have ever been on a team or worked in an office, you know that one person not doing their part can have a bad effect on others.

To pick up the slack ໝາຍເຖິງການເຮັດບາງສິ່ງບາງຢ່າງທີ່ຄົນອື່ນຄວນຈະເຮັດ ແຕ່ບໍ່ເຮັດ. ຖ້າ ເຈົ້າເຄີຍຢູ່ໃນທີມ ຫຼື ເຮັດວຽກຢູ່ໃນຫ້ອງການໃດນຶ່ງ,​ ເຈົ້າຈະຮູ້ວ່າຄົນຜູ້ນຶ່ງທີ່ບໍ່ເຮັດໜ້າທີ່ຂອງເຂົາເຈົ້າ ສາມາດສ້າງຜົນກະທົບທີ່ບໍ່ດີໃຫ້ແກ່ຄົນອື່ນໄດ້.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG