ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “Two faced” ແປວ່າ: “ຫຼອກລວງ/ໜ້າໄຫວ້ຫຼັງຫຼອກ/ມີສອງໜ້າ”


ເຊີນຮັບຊົມລາຍການຮຽນພາສາອັງກິດ ໃນນຶ່ງນາທີ: “Two faced” ແປວ່າ: “ຫຼອກລວງ/ໜ້າໄຫວ້ຫຼັງຫຼອກ/ມີສອງໜ້າ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

We all have one face. But what does it mean if you have two? Let’s listen to what two-faced means.

ພວກເຮົາທັງໝົດ ມີ ນຶ່ງໜ້າ.​ ແຕ່ ມັນໝາຍຄວາມວ່າແນວໃດ ຖ້າເຈົ້າມີສອງໜ້າ? ພວກເຮົາລອງໄປຟັງເບິ່ງເນາະ ວ່າ ຄຳວ່າ two-faced ແມ່ນໝາຍເຖິງຫຍັງກັນແທ້.


Dan: Anna, guess what? My contact on the city council said he’d support building a pickleball court near my house!

ແດນ: ອານນາ, ເຈົ້າຮູ້ບໍ່? ຄົນຮູ້ຈັກຂອງຂ້ອຍ ໃນສະພາຂອງເມືອງ ເວົ້າວ່າ ລາວຈະສະໜັບສະໜູນ ການສ້າງເດີ່ນ pickleball ຢູ່ໃກ້ກັບບ້ານຂອງຂ້ອຍ!

Anna: That’s great! Wait, but your contact is a politician, right?

ອານນາ: ດີແທ້! ດຽວກ່ອນເດີ, ແຕ່ຄົນຮູ້ຈັກຂອງເຈົ້າ ແມ່ນນັກການເມືອງ, ແມ່ນບໍ່?

Dan: So?

ແດນ: ແລ້ວເປັນຫຍັງລະ?

Anna: Politicians are known for being two-faced.

ອານນາ: ພວກນັກການເມືອງ ເປັນທີ່ຮູ້ດີວ່າເປັນຄົນຫຼອກລວງ.

Dan: What are you saying?

ແດນ: ເຈົ້າກຳລັງເວົ້າຫຍັງນິ ?

Anna: I’m saying don’t trust him, Dan.

ອານນາ: ຂ້ອຍກຳລັງເວົ້າວ່າ ຢ່າເຊື່ອໃຈລາວ, ແດນ.

Two-faced people behave in a false way. They may say mean things about you to other people. But to your face, they are nice. They may also say different things to different people in order to get their approval.

ຄົນທີ່ມີສອງໜ້າ ປະພຶດໂຕໃນທາງທີ່ຜິດ. ພວດເຂົາອາດຈະເວົ້າສິ່ງທີ່ບໍ່ດີ ກ່ຽວກັບເຈົ້າ ກັບຄົນອື່ນ. ແຕ່ຕໍ່ໜ້າເຈົ້າ, ພວກເຂົາດີ. ພວກເຂົາຍັງອາດຈະເວົ້າຫຍັງຫຼາຍໆຢ່າງ ກັບຫຼາຍໆຄົນເພື່ອ ໃຫ້ພວກເຂົາໄດ້ຮັບການຍອມຮັບ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG