ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນອັງກິດ ໃນນຶ່ງນາທີ: “to take a stab at something” ແປວ່າ “ລອງເຮັດ (ບາງສິ່ງບາງຢ່າງ) ເບິ່ງ/ລອງຄາດເດົາເບິ່ງ”


ເຊີນຮັບຊົມລາຍງານ ຮຽນອັງກິດ ໃນນຶ່ງນາທີ: “to take a stab at something” ແປວ່າ “ລອງເຮັດ (ບາງສິ່ງບາງຢ່າງ) ເບິ່ງ/ລອງຄາດເດົາເບິ່ງ”

Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.


“To stab” means to cut or push into something with a sharp object. Uh oh, am I going to have to find Anna or Jonathan a doctor?
“To stab” ໝາຍເຖິງ ຕັດ ຫຼື ແທງເຂົ້າໄປໃນບາງສິ່ງບາງຢ່າງ ດ້ວຍຂອງມີຄົມ. ໂອະ ໂອ, ຂ້ອຍຈະຕ້ອງໄປຊອກຫາໝໍ ໃຫ້ອານນາ ຫຼື ໂຈນາທານ ຫວານິ?

Anna: Jonathan, I have a riddle and you will never guess the answer.
ອານນາ: ໂຈນາທານ, ຂ້ອຍມີຄຳຖາມປິດສະໜາ ແລະ ເຈົ້າຈະບໍ່ມີທາງເດົາຄຳຕອບໄດ້ເລີຍ.
Jonathan: Anna, I’m a little busy right now.
ໂຈນາທານ: ອານນາ, ຂ້ອຍຂ້ອນຂ້າງຫຍຸ້ງນ້ອຍນຶ່ງຕອນນີ້.
Anna: Just take a stab at it. What gets wetter and wetter the more it dries?
ອານນາ: ພຽງແຕ່ລອງເດົາມັນເບິ່ງ. ແມ່ນຫຍັງທີ່ປຽກຫຼາຍຂຶ້ນ ແລະ ປຽກຫຼາຍຂຶ້ນເທົ່າໃດ ກໍຍິ່ງແຫ້ງ?
Jonathan: Oh, I don’t know. A towel?
ໂຈນາທານ: ໂອ້, ຂ້ອຍບໍ່ຮູ້. ຜ້າເຊັດໂຕຫວາ?
Anna: Yeah. You’re right.
ອານນາ: ເອີ. ເຈົ້າຕອບຖືກ.


To “take a stab at something” means to try to do something or make a guess. Usually, we take a stab at something we’ve never done before or something that’s a little tricky, like answering a riddle.
To “take a stab at something” ໝາຍເຖິງການພະຍາຍາມເຮັດສິ່ງໃດສິ່ງນຶ່ງ ຫຼືລອງເດົາ. ປົກະຕິ, ພວກເຮົາລອງພະຍາຍາມເຮັດສິ່ງໃດສິ່ງນຶ່ງທີ່ພວກເຮົາບໍ່ເຄີຍເຮັດ ມາກ່ອນ ຫຼື ບາງສິ່ງບາງຢ່າງ ທີ່ຂ້ອນຂ້າງຫຍຸ້ງຍາກເລັກນ້ອຍ, ເຊັ່ນການຕອບຄຳຖາມ ປິດສະໜາ.


And that's English in a minute.
ແລະ ນັ້ນແມ່ນພາສາອັງກິດໃນ 1 ນາທີ.

XS
SM
MD
LG