ບົດລາຍງານຂອງອົງການສົນທະນາເສດຖະກິດໂລກ ກ່າວວ່າ ຄົງຈະໃຊ້ເວລາປະມານ 130 ປີ ເພື່ອໃຫ້ໂລກບັນລຸເຖິງຄວາມເທົ່າທຽມທາງເພດຢ່າງສົມບູນ
ນັກເສດຖະສາດກຳລັງໃຫ້ຄວາມສົນໃຈຫຼາຍຂຶ້ນ ເຖິງສັນຍານທີ່ອາດບົ່ງຊີ້ຄວາມສ່ຽງຕໍ່ພາວະຖົດຖອຍທັງຂອງສະຫະລັດ ແລະປະເທດຕ່າງໆ ເມື່ອຄວາມຕຶງຄຽດເລື້ອງການຄ້າກຳລັງບັນທອນຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ
ກະຊວງຍຸຕິທຳຂອງສະຫະລັດ ປະກາດການຟ້ອງຮ້ອງຊາວຈີນ 12 ຄົນທີ່ຖືກກ່າວຫາວ່າ ລັກເຈາະຂໍ້ມູນ ຫຼື ແຮັກກິ້ງ ໃນຄວາມພະຍາຍາມລະດັບໂລກ ທີ່ແນເປົ້າໝາຍໃສ່ນັກຕໍ່ຕ້ານລັດຖະບານ ທີ່ມີຫ້ອງການຢູ່ໃນສະຫະລັດ, ອົງການຂ່າວ, ອົງການລັດຖະບານ ແລະ ອົງການສາດສະໜາຂະໜາດໃຫຍ່ໃນສະຫະລັດ
ໂຈເຊຟ ຊູບາ ອາຍຸ 73 ປີ ຖືກຕັດສິນວ່າ ມີຄວາມຜິດໃນທຸກຂໍ້ກ່າວຫາ ລວມເຖິງຄາດຕະກຳ ແລະອາຊະຍາກຳຈາກຄວາມຄຽດຊັງ ໃນຂໍ້ຫາແທງເດັກຊາຍຊາວປາແລສໄຕນ໌ ອາເມຣິກັນ ອາຍຸ 6 ປີ ຊື່ ວາດີ ອາລຟາຢູມີ
ບໍລິສັດຮົ່ງກົງ ທີ່ດຳເນີນກິດຈະການທ່າເຮືອໃກ້ຄອງປານາມາ ຕົກລົງທີ່ຈະຂາຍຮຸ້ນຂອງບໍລິສັດລູກ ເຊິ່ງຄວບຄຸມທຸລະກິດທ່າເຮືອໃນບໍລິເວນດັ່ງກ່າວໃຫ້ກັບ ກຸ່ມນັກລົງທຶນທີ່ປະກອບດ້ວຍບໍລິສັດແບລັກຣອກຄ໌ (BlackRock Inc.)
ພາຍຸຮຸນແຮງໄດ້ເຮັດໃຫ້ມີຄົນເສຍຊີວິດໄປແລ້ວ 2 ຄົນ ໃນລັດ ມິສຊິສຊິບປີ (Mississippi), ພັດເອົາຫຼັງຄາອອກຈາກຕຶກ ອາພາດເມັ້ນ ແລະ ບ້ານພັກຜູ້ ເຖົ້າໃນເມືຶອງນ້ອຍໆແຫ່ງນຶ່ງໃນລັດ ໂອກລາໂຮມາ ແລະຄຸກຄາມຊຸມຊົນອື່ນໆ ທົ່ວປະເທດ
ຊາວອາເມຣິກັນທີ່ນັບຖືສາສະໜາ ອິສລາມ ຫຼື ມຸສລິມ ໃນລັດອີລລີນອຍ ພາກັນເລີ້ມເດືອນ ຣາມາດານ ອັນສັກສິດ ດ້ວຍການຮັບຟັງການປະກາດຄຳຕັດສິນວ່າ ມີຄວາມຜິດ ໃນຄະດີຄາດຕະກຳເດັກຊາຍ ຊາວປາແລສໄຕນ໌ ອາເມຣິກັນ ອາຍຸ 6 ປີ
ທ່ານ ທຣຳ ຍັງໄດ້ກ່າວວ່າ ສະຫະລັດ ຈະເລີ່ມກຳນົດ “ພາສີຕອບກັບ” ຕໍ່ຄູ່ຮ່ວມມືການຄ້າ ສະຫະລັດ ທັງໝົດໃນວັນທີ 2 ເມສາ
ສະຫະລັດ ໄດ້ຫ້າມບໍລິສັດ China Mobile ໃນປີ 2019 ລຸນຫຼັງລາຍງານຂໍ້ມູນລັບທີ່ເຂົາເຈົ້າບໍລິການໃຫ້ໜ່ວຍງານສືບລັບຂອງກອງທັບ ຈີນ
ສະຫະລັດ ໄດ້ກຳນົດອັດຕາພາສີໃໝ່ 25% ສຳລັບສີນຄ້າສົ່ງອອກຈາກຄູ່ການ ຄ້າລາຍໃຫຍ່ສອງປະເທດຄື ແມັກຊິໂກ ແລະ ການາດາ ເມື່ອວັນອັງຄານມື້ນີ້ ໂດຍບໍ່ໄດ້ສົນໃຈຫຼັກຖານທີ່ປະເທດເພື່ອນບ້ານໄດ້ຫຼຸດການອົບພະຍົບເຂົ້າເມືອງຢ່າງຜິດກົດໝາຍແລະການໄຫຼເຂົ້າມາຂອງຢາເສບຕິດທີ່ຜິດກົດໝາຍເຂົ້າສູ່ສະ ຫະລັດອາເມຣິກາ
ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສະຫະລັດ ກ່າວວ່າ “ຂ້ອຍກຳລັງຊອກຫາສັນຕິພາບ. ພວກເຮົາບໍ່ໄດ້ຫາທາງໄປເຮັດສົງຄາມອີກສິບປີ ແລະ ຫຼິ້ນເກມຕ່າງໆ. ພວກເຮົາຢາກໄດ້ສັນຕິພາບ.”
ທຳນຽບຂາວປະກາດເມື່ອຕອນຄໍ່າຂອງວັນຈັນວານນີ້ວ່າ ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຂອງສະຫະລັດ ລະຫງັບການຊ່ວຍເຫຼືອແກ່ ຢູເຄຣນ
ໂຫລດຕື່ມອີກ
No live streaming currently available