ສະຫະລັດ ອາດກາຍເປັນປະເທດທີສອງຕາມຫຼັງ ອອສເຕຣເລຍ ທີ່ຈະຫ້າມການນຳໃຊ້ປັນຍາປະດິດ DeepSeek ໃນອຸປະກອນຂອງລັດຖະບານ.
ສະມາຊິກສະພາຕ່ຳ ສະຫະລັດ ທ່ານ ຈອສ ກັອດໄທເມີ ແລະ ທ່ານ ດາຣິນ ລາຮູດ ໄດ້ຍື່ນຮ່າງກົດໝາຍຈາກສອງພັກການເມືອງເພື່ອສະເໜີການຫ້າມດັ່ງກ່າວ.
ໃນຈົດໝາຍຂອງເຂົາເຈົ້າຕໍ່ຜູ້ປົກຄອງລັດ 47 ລັດຂອງ ສະຫະລັດ ແລະ ເຈົ້າຄອງນະຄອນຫຼວງ ວໍຊິງຕັນ ນັ້ນ ສະມາຊິກສະພາດັ່ງກ່າວໄດ້ເຕືອນວ່າ DeepSeek ອາດກໍ່ໃຫ້ເກີດອັນຕະລາຍດ້ານຄວາມໝັ້ນຄົງຕໍ່ຂໍ້ມູນທີ່ລະອຽດອ່ອນຂອງລັດຖະບານ ແລະ ຄວາມໝັ້ນຄົງທາງຄອມພິວເຕີ ແລະ ຄວາມເປັນສ່ວນຕົວຂອງປະຊາຊົນອາເມຣິກັນ, ໂທລະພາບຂ່າວ NBC ໄດ້ລາຍງານເມື່ອວັນຈັນວານນີ້.
ຈີນ ໄດ້ປະຕິເສດການກ່າວຫານັ້ນ. ແຕ່ແນວໃດກໍຕາມ, ຄວາມເປັນຫ່ວງຕ່າງໆທີ່ບັນດາສະມາຊິກສະພາ ສະຫະລັດ ແລະ ເຈົ້າໜ້າທີ່ຂອງລັດ ຍົກຂຶ້ນມາເວົ້າເຖິງນັ້ນບໍ່ແມ່ນເລື່ອງທີ່ບໍ່ມີເຫດຜົນ.
ລັດຖະບານ ຈີນ ມີລາຍງານວ່າໄດ້ໃຊ້ຕົວຢ່າງ AI ຄື DeepSeek ສຳລັບການສອບແນມຢ່າງກວ້າງຂວາງ, ລວມທັງການເກັບກຳຂໍ້ມູນຈື່ຈຳບຸກຄົນອັດຕະໂນມັດ ແລະ ຕົວຢ່າງການຮັບຟັງສື່ສັງຄົມທີ່ລາຍງານຕໍ່ໜ່ວຍຮັກສາຄວາມໝັ້ນຄົງ ແລະ ກອງທັບຂອງ ຈີນ, ພ້ອມກັບສຳລັບຂໍ້ມູນໂຈມຕີ ສະຫະລັດ ແລະ ຄົນຈີນທີ່ຄັດຄ້ານລັດຖະບານໃນຕ່າງປະເທດ.
ຢ່າງໜ້ອຍສາມບໍລິສັດສອດແນມ ແລະ ຄວາມໝັ້ນຄົງທີ່ນຳໜ້າຂອງ ຈີນ ຄື TopSec, QAX ແລະ NetEase ໄດ້ປະກາດການໃຊ້ DeepSeek ເພື່ອເສີມຂະຫຍາຍການບໍລິການຂອງເຂົາເຈົ້າ.
ທັງສາມບໍລິສັດດັ່ງກ່າວໄດ້ສະໜອງການບໍລິການຕ່າງໆໃຫ້ລັດຖະບານ ຈີນ, ແລະ ບາງບໍລິສັດໄດ້ໃຫ້ຄວາມກະຈ່າງແຈ້ງວ່າ DeepSeek ຈະພັດທະນາການກວດກາທາງຄອມພິວເຕີ ແລະ ຄວາມສາມາດໃນການສອດແນມຂອງເຂົາເຈົ້າ. ນີ້ລວມມີການເກັບກຳຂໍ້ມູນຈື່ຈຳບຸກຄົນອັດຕະໂນມັດທີ່ໄດ້ຮັບການຂັບເຄື່ອນໂດຍ AI, ການຈື່ຈຳໃບໜ້າ ແລະ ເທັກໂນໂລຈີສອດແນມຕ່າງໆເຊັ່ນ “smart cities,” Skynet Project ແລະ ໂຄງການ ຊື້ຫຼຽງ, ເຊິ່ງສາມາດຕິດຕາມການໃຊ້ຊີວິດໃນສາທາລະນະທຸກແງ່ມຸມຂອງບຸກຄົນນຶ່ງ, ນັກຂ່າວວີໂອເອພະແນກຈີນກາງ ເຫວິນຫາວ ມ່າ ລາຍງານ.
ໃນເດືອນມັງກອນທີ່ຜ່ານມາ, ບໍລິສັດຄວາມໝັ້ນຄົງທາງໄຊເບີຂອງການາດາຊື່ວ່າ Feroot Security ໄດ້ຄົ້ນພົບລະຫັດທີ່ຝັງຢູ່ໃນຂະບວນການເຊັນເຂົ້າຂອງ DeepSeek ຊຶ່ງແບ່ງປັນຂໍ້ມູນຜູ້ໃຊ້ກັບ China Mobile ຊຶ່ງເປັນບໍລິສັດການສື່ສານຂອງລັດຖະບານ ຈີນ, ອີງຕາມການລາຍງານຂອງອົງການຂ່າວ ເອພີ.
ອົງການຂ່າວ ເອພີ ໄດ້ອະທິບາຍລະຫັດນັ້ນດັ່ງກັບ “ໂປຣແກຣມຄອມພິວເຕີທີ່ຊັບຊ້ອນຫຼາຍ ຊຶ່ງເມື່ອຖອດລະຫັດແລ້ວຈະເຫັນການເຊື່ອມຕໍ່ກັບພື້ນຖານໂຄງລ່າງຄອມພິວເຕີທີ່ເປັນຂອງບໍລິສັດ China Mobile.
ສະຫະລັດ ໄດ້ຫ້າມບໍລິສັດ China Mobile ໃນປີ 2019 ລຸນຫຼັງລາຍງານຂໍ້ມູນລັບທີ່ເຂົາເຈົ້າບໍລິການໃຫ້ໜ່ວຍງານສືບລັບຂອງກອງທັບ ຈີນ.
ພວກຜູ້ດຳເນີນການທີ່ຢູ່ໃນ ຈີນ ໄດ້ໃຊ້ແອັບພລີເຄຊັ້ນ ChatGPT ພ້ອມກັບ DeepSeek ເພື່ອສ້າງອີເມລສໍ້ໂກງ ແລະ ການໂຈມຕີດ້ວຍຂໍ້ມູນທີ່ບໍ່ຖືກຕ້ອງໃນ ສະຫະລັດ “ໃນນາມຂອງລູກຄ້າທີ່ບໍ່ລະບຸຊື່ໃນ ຈີນ,” ບໍລິສັດ OpenAI ໄດ້ກ່າວໃນລາຍງານຂອງເຂົາເຈົ້າເມື່ອເດືອນກຸມພາທີ່ຜ່ານມາ.
ອ່ານຂ່າວນີ້ເປັນພາສາອັງກິດ
The United States may become the second country after Australia to ban China’s DeepSeek artificial intelligence on government devices.
U.S. Representatives Josh Gottheimer and Darin LaHood introduced a bipartisan bill proposing the ban.
In their letter to 47 U.S. governors and the mayor of Washington the congressmen warned that DeepSeek could pose security risks to sensitive government data and cybersecurity and Americans’ privacy, NBC News reported on March 3.
China denies the allegations. However, concerns highlighted by the U.S. lawmakers and state officials are not without merit, experts say.
The Chinese government has reportedly also used AI models like DeepSeek for mass surveillance, including the collection of biometric data and social media listening models that report to China's security services and the military, as well as for information attacks on U.S. and Chinese dissidents abroad.
At least three leading Chinese surveillance and security companies — TopSec, QAX and NetEase — announced the integration of DeepSeek to enhance their services.
All three companies provide services to the Chinese government, and some made it clear that DeepSeek will improve their cyber censorship and surveillance capabilities. This includes AI-driven biometric data capturing, face recognition and surveillance technologies such as "smart cities," the Skynet Project, and the Xueliang Project, which can monitor all aspects of an individual's public life, Wenhao Ma of VOA’s China Division reported.
In January, Canadian cybersecurity firm Feroot Security uncovered a code imbedded in DeepSeek’s login processes that shares user information with Chinese state-owned communication company China Mobile, AP reported.
The Associated Press described the code as a “heavily obfuscated computer script that when deciphered shows connections to computer infrastructure owned by China Mobile.”
The U.S. banned China Mobile in 2019 following intelligence reports that it serves as the Chinese military’s spy arm.
China-based actors have been using ChatGPT along with DeepSeek models to generate phishing email and disinformation attacks on the U.S. “on behalf of unspecified clients in China,” OpenAI said in its February report.
ຟໍຣັມສະແດງຄວາມຄິດເຫັນ