ນັກເສດຖະສາດກຳລັງໃຫ້ຄວາມສົນໃຈຫຼາຍຂຶ້ນ ເຖິງສັນຍານທີ່ອາດບົ່ງຊີ້ຄວາມສ່ຽງຕໍ່ພາວະຖົດຖອຍທັງຂອງສະຫະລັດ ແລະປະເທດຕ່າງໆ ເມື່ອຄວາມຕຶງຄຽດເລື້ອງການຄ້າກຳລັງບັນທອນຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ແລະເຮັດໃຫ້ກິດຈະການຂອງພາກເອກະຊົນຊ້າລົງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.
ຣອຍເຕີສ ລາຍງານວ່າ ເຖິ່ງແມ່ນວ່າ ພາວະເສດຖະກິດຖົດຖອຍຈະບໍ່ໄດ້ຢູ່ໃນຄວາມຄາດໝາຍກະແສຫຼັກ ຂອງບັນດານັກວິເຄາະກໍຕາມ ເພາະເສດຖະກິດຂອງອາເມຣິກາ ມີຄວາມສາມາດໃນການຟື້ນຕົວທີ່ດີ ແຕ່ມີຫຼາຍປັດໄຈທີ່ເຮັດໃຫ້ຄົນເປັນຫ່ວງເຖິງພາບການຂະຫຍາຍໂຕໃນອະນາຄົດ.
ປັດໄຈເຫຼົ່ານັ້ນ ປະກອບດ້ວຍ ໂຕເລກເສດຖະກິດທີ່ຫາກໍ່ຖືກເປີດເຜີຍອອກມານັ້ນ ແລະການຂຶ້ນພາສີນຳເຂົ້າສິນຄ້າຈາກເມັກຊິໂກ ແລະການາດາ 25 ເປີເຊັນ ໂດຍປະທານາທິບໍດີ ດໍໂນລ ທຮຳ ຂອງສະຫະລັດ.
ຮຸ້ນທົ່ວໂລກ ຕັ້ງແຕ່ໃນສະຫະລັດ ໄປຈົນເຖິງຍີ່ປຸ່ນ ລາຄາຕົກຕ່ຳລົງຈາກທີ່ຢູ່ລະດັບສູງສຸດໃນຮອບຫຼາຍປີ ແລະຜົນຕອບແທນຂອງພັນທະບັດໄລຍະ 2 ປີຂອງລັດຖະບານສະຫະລັດ ຖອຍລົງມາທີ່ຈຸດຕ່ຳສຸດຕັ້ງແຕ່ເດືອນຕຸລາ ໂດຍນັກລົງທຶນເຫັນວ່າ ເປັນໄປໄດ້ສູງ ຂຶ້ນຢູ່ກັບການຫລຸດດອກເບ້ຍອີກ ບໍ່ດົນນີ້.
ຟຣອງຊົວສ໌ ຊາວາຣີຢ໌ ຫົວໜ້າຝ່າຍການລົງທຶນຂອງບໍລິສັດ Genvil Wealth Management ກ່າວວ່າ “ມີສິ່ງນຶ່ງທີ່ຈຳເປັນຕໍ່ເສດຖະກິດ ນັ້ນກໍ່ຄື ຄວາມໝັ້ນໃຈ.”
ທ່ານກ່າວຕື່ມວ່າ “ຂ້ອຍບໍ່ຄິດວ່າ ຈະເກີດພາວະເສດຖະກິດຖົດຖອຍຂຶ້ນແນ່ນອນ ແຕ່ນັ້ນເປັນເຫດຜົນທີ່ເຮົາຕັດສິນໃຈລົງທຶນໜ້ອຍລົງໃນຫຸ້ນ (ສະຫະລັດ)” ໂດຍໂຕເລກຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ຫລຸດລົງຮຸນແຮງທີ່ສຸດໃນຮອບ 3 ປີເຄິ່ງ ເມື່ອເດືອນມັງກອນ ສ່ວນຍອດການຄ້າຍ່ອຍຕົກລົວຫຼາຍທີ່ສຸດໃນຮອບເກືອບ 2 ປີ ນອກຈາກນັ້ນ ສະຖິຕິດັດສະນີກິດຈະກຳການຜະລິດສະທ້ອນວ່າ ຄຳສັ່ງຊື້ສິນຄ້າໃໝ່ ແລະການຈ້າງງານຕົກຕ່ຳລົງ.
ໂຈສຕ໌ ແວນ ລີບເດີຣ໌ ນັກຍຸດທະສາດການລົງທຶນອາວຸໂສຂອງ Van Lanschot Kempen Investment Management ໃນອາມສເຕີແດມ ກ່າວວ່າ “ຂ້ອຍບໍ່ຄິດວ່າ ເຮົາຈະເຫັນເສດຖະກິດຖົດຖອຍຂອງສະຫະລັດ ແຕ່ເຮົາເຫັນ (ຄວາມເປັນໄປໄດ້) ຂອງການຊ້າລົງເລັກນ້ອຍຂອງການຂະຫຍາຍໂຕ.”
ລາວກ່າວວ່າ ຜູ້ບໍລິໂພກຮູ້ສຶກບໍ່ໝັ້ນໃຈໃນນະໂຍບາຍຂອງສະຫະລັດ ທີ່ “ສັບສົນ” ແລະວ່າ ບໍບິສັດຂອງລາວ ຫລຸດການຖືຮຸ້ນສະຫະລັດ ໃນປາຍເດືອນມັງກອນ ແລະເພີ້ມການລົງທຶນໃນພັນທະບັດລັດຖະບານ ພາຍໃຕ້ການສົມມຸດວ່າ ຜົນຕອບແທນຫຼື yield ຈະຫລຸດລົງເມື່ອເສດຖະກິດຫລຸດຄວາມຮຸນແຮງ.