ກະຊວງປ້ອງກັນປະເທດເກົາຫຼີໃຕ້ ກ່າວວ່າ ຕົນກໍາລັງກຽມໂຕ ເພື່ອຈະຍິງຈະຫຼວດຂອງ ເກົາຫຼີເໜືອ ໃຫ້ຕົກລົງ ຖ້າຫາກມັນເຈືອກເຂົ້າໄປ ໃນເຂດນ່ານຟ້າຂອງຕົນ
ທ່ານໂອບາມາ ແລະທ່ານ ຫຼີມິອອງພັກ ສະແດງຈຸດຢືນຮ່ວມກັນ ໃນການຕໍ່ຕ້ານ ກັບການຂົ່ມຂູ່ໃດໆ ຈາກເກົາຫຼີເໜືອ.
ມຽນມາປະກາດແຜນການ ຜ່ອນຄາຍການຄວບຄຸມ ວົງການຂ່າວ ຂອງລັດລົງ ໃນກອງປະຊຸມສຸກເສີນຂອງພວກນັກຂຽນ ນັກຈັດພິມ ແລະນັກຂ່າວ ໃນນະຄອນຢັ້ງກຸ້ງ.
ສະຫະລັດກ່າວວ່າ ຈະບໍ່ມີທະຫານອາເມຣິກັນ ຖືກລົງໂທດ ໃນຖານມີສ່ວນພົວພັນ ກັບການໂຈມຕີທາງອາກາດຂອງກຸ່ມເນໂຕ້ ໃນເດືອນພະຈິກ ທີ່ປາກິສຖານນັ້ນ.
ບັນດາຜູ້ປ່ອນບັດເລືອກຕັ້ງ ໃນເຊເນກາລ ພາກັບໄປປ່ອນບັດເລືອກຕັ້ງ ປະທານາທິບໍດີ ຮອບຕັດສິນຊີ້ຂາດ ໃນວັນອາທິດ ມື້ນີ້.
ສະຫະລັດສະແດງຄວາມຍີນດີ ແລະຮັບເອົາ ຄໍາເຊື້ອເຊີນຂອງມຽນມາ ໃຫ້ໄປສັງເກດການ ເບິ່ງການເລືອກຕັ້ງໃນວັນທີ 1 ເມສາ ຕໍ່ໜ້ານີ້.
ບັນດາເຈົ້າໜ້າທີ່ຝຣັ່ງ ຕັ້ງຂໍ້ສົງໄສຂຶ້ນມາ ກ່ຽວກັບຜູ້ຕ້ອງຫາ ສັງຫານຜູ້ຄົນນັ້ນ ຍັງມີຊີວິດຢູ່ຫລືບໍ?
ສະຫະລັດແລະເກົາຫຼີໃຕ້ ໃກ້ຈະຕົກລົງກັນໄດ້ແລ້ວ ກ່ຽວກັບ ການຂະຫຍາຍ ລັດສະໜີການຍິງລູກສອນໄຟຂີປະນາວຸດ ເພື່ອຕອບໂຕ້ ການຂົ່ມຂູ່ ຈາກເກົາຫຼີເໜືອ.
ເລຂາທິການໃຫຍ່ ສະຫະປະຊາຊາດ ກ່າວວ່າ ສະພາຄວາມໝັ້ນຄົງ ໄດ້ສົ່ງຄຳເຕືອນ ທີ່ຈະແຈ້ງ ໄປຍັງຊີເຣຍ.
ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍາລັງພິຈາລະນາ ຮ່າງຍັດຕິສະບັບນຶ່ງ ເພື່ອຍຸດຕິວິກິດການໃນຊີເຣຍ.
ຕໍາຫຼວດຝຣັ່ງກ່າວວ່າ ຜູ້ຕ້ອງສົງໄສທີ່ເປັນຄາດຕະກອນ ສັງຫານເດັກນ້ອຍໂຮງຮຽນ ຢີວ ວາງແຜນຈະເຂົ້າມອບໂຕຕໍ່ເຈົ້າໜ້າທີ່.
ໄດ້ເກີດແຜ່ນດິນໄຫວ ທີ່ມີຄວາມແຮງ 7.4 ຣິກເຕີ ໃກ້ໆກັບເມືອງ ອາກາພູນໂກ ເລາະ ແຄມຝັ່ງມະຫາສະມຸດປາຊີຟິກ ຂອງເມັກຊິໂກ ແຕ່ບໍ່ມີຫຍັງເສຍຫາຍຮ້າຍແຮງ.
ປ.ໂອບາມາຈະໄປຢ້ຽມຢາມ ເຂດປອດທະຫານ ທີ່ເກົາຫຼີ ໃນລະຫວ່າງທີ່ໄປຮ່ວມກອງປະຊຸມ ສຸດຍອດ ດ້ານຄວາມປອດໄພນີວເຄລຍ ທີ່ກຸງໂຊລ.
ຣັດເຊຍເຕັມໃຈທ່ີຈະສະໜັບສະໜຸນແຜນການສັນຕິພາບ ຂອງທ່ານອັນນັນ ກ່ຽວກັບ ຊີເຣຍ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ກໍາລັງທະຫານມຽນມາໄດ້ລ່ວງລະເມີດສິດທິມະນຸດຫລາຍຢ່າງ ຢູ່ໃນລັດກະຈິ່ນ.
ທ່ານ ມິດ ຣອມນີ ຫວັງວ່າ ຈະໄດ້ມີຄະແນນ ນໍາໜ້າ ລື່ນຄູ່ແຂ່ງຂັນ ທ່ານ ຣິກ ແຊນທໍຣໍາ ຫລາຍຂຶ້ນ ຫລັງຈາກການເລືອກຕັ້ງຂັ້ນຕົ້ນ ທີ່ລັດ Illinois.
ມຽນມາເຊື້ອເຊີນ ພວກນັກສັງເກດການ ກຸ່ມອາຊ່ຽນ ໄປເປັນພະຍານ ໃນການເລືອກຕັ້ງ ພິເສດໃນມຽນມາ.
ການຊອກຫາຕາມລ່າມືປືນ ທີ່ສັງຫານເດັນນ້ອຍ 3 ຄົນ ໃນໂຮງຮຽນຊາວຢີວແຫ່ງນຶ່ງ ພວມດໍາເນີນໄປ ທີ່ເມືອງ Toulouse ປະເທດຝຣັ່ງ.
ກອງທັບອາກາດໄທ ສະຫະລັດ ແລະສິງກະໂປ ຊ້ອມລົບຮ່ວມກັນ ທີ່ໂຄຣາດ ປະເທດໄທ.
ປະທານາທິບໍດີ ໂຮເຊ ຣາໂມສ ຮໍຕາ ຍອມຮັບເອົາຄວາມປາໄຊ ໃນການ ເລືອກຕັ້ ງທີ່ຕີມໍຕາເວັນອອກ ເມື່ອວັນເສົາຜ່ານມານີ້.
ໂຫລດຕື່ມອີກ