ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ເຊື້ອເຊີນ ນັກສັງເກດການ ກຸ່ມອາຊຽນ ໄປເບິ່ງ ການເລືອກຕັ້ງ


 ການໂຄສະນາຫາສຽງເລືອກຕັ້ງທີ່ມຽນມາ.
ວັນທີ 20 ມີນາ 2012.
ການໂຄສະນາຫາສຽງເລືອກຕັ້ງທີ່ມຽນມາ. ວັນທີ 20 ມີນາ 2012.

ກຸ່ມ​ອາ​ຊຽນກ່າວ​ວ່າ ຕົນ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກ​ມຽນມາ ​ໃຫ້​ສົ່ງ​ພວກນັກ​ສັງ​ເກ​ດ​ການ
ຈຸນຶ່ງ​ເຂົ້າ​ໄປ​ເບິ່ງ​ການ​ເລືອກ​ຕັ້ງ​ພິ​ເສດ ​ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້າ​ນີ້.

ກຸ່ມ​ອາ​ຊຽນປະກາດ​ໃຫ້​ຊາບ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ລັດຖະບານ​ພົນລະເຮືອນ​ຊຸດ​ໃໝ່​ຂອງ​ມຽນມາ ​ໄດ້​ເຊື້ອ​ເຊີນ​ພວກ​ນັກ​ສັງ​ເກ​ດການ​ 5 ຄົນ ກຸ່ມ​ອາ​ຊຽນພ້ອມ​ດ້ວຍ​ນັກ​ຂ່າວ 3 ຄົນ. ກຸ່ມ​ອາ​ຊຽນກ່າວ​ວ່າ ທີ​ມອື່ນໆ​ຊຶ່ງ​ປະກອບ​ດ້ວຍ ​ສະມາຊິກ​ສະພາ​ນິຕິບັນຍັດ 2 ທ່ານ​ແລະ​ຜູ້​ແທນ​ສື່​ມວນ​ຊົນ 3 ຄົນ​ຈາກ​ແຕ່ລະ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ອາ​ຊຽນກໍ​ໄດ້​ຖືກ​ເຊື້ອ​ເຊີນ​ເຊ່ນ​ກັນ​ໃຫ້​ໄປ​ສັງ​ເກດ​ເບິ່ງ​ການ​ປ່ອນ​ບັດເລືອກ​ຕັ້ງພິ​ເສດ​ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 1 ​ເມສາ​ນີ້.

ການ​ເຊື້ອ​ເຊີນ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ​ເກືອບ 1 ​ເດືອນ​ຫລັງ​ຈາກ​ກຸ່ມ​ອາ​ຊຽນ​ໄດ້​ຮັບ​ຄໍາ​ໝັ້ນ​ສັນຍາ​ຈາກ​ປະທານາທິບໍດີ Thein Sein ວ່າມຽນມາ​ຈະ​ທໍາ​ການ​ພິຈາລະນາ​ຢ່າງ​ຈິງ​ຈັງ ​ໃນ​ການ​ອະນຸມັດ​ໃຫ້​ພວກ​ນັກ​ສັງ​ເກດ​ການເຂົ້າ​ໄປ​ປະ​ເທດ​ນັ້ນ. ມຽນມາ​ໄດ້​ເອົາ​ບາດກ້າວ​ຕ່າງໆ​ຈໍານວນ​ນຶ່ງ​ໄປ​ສູ່​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ ຮວມທັງ​ຜ່ອນຜັນການ​ຈໍາກັດ​ຮັດ​ແຄບ​ໃນ​ວົງ​ການ​ຂ່າວ ການ​ເຈລະຈາ​ຂໍ້​ຕົກລົງຢຸດ​ຍິງກັບ​ຊົນຊາດ​ຊົນ​ເຜົ່າກຸ່ມ​ນ້ອຍ​ຫລາຍ​ກຸ່ມ​ແລະ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງອອງຊານ​ຊູ​ຈີ ຜູ້​ນໍາປະຊາທິປະ​ໄຕ​ໃນ​ມຽນມາ.

XS
SM
MD
LG