ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ສະພາຄວາມໝັ້ນຄົງ ສປຊ ກໍາລັງພິຈາລະນາ ຮ່າງຍັດຕິ ສະໜັບສະໜຸນ ທ່ານອັນນັນ (ເບິ່ງວີດີໂອ)


ທ່ານໂກຟີ ອັນນັນ ທູດພິເສດສະຫະປະຊາຊາດ ພົບປະກັບບັນດາຜູ້ນໍາ ສາສະໜາຂອງຊີເຣຍ ທີ່ກຸງດາມັສກັສ. ວັນທີ 21 ມີນາ 2012.

ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ຊໍ້າ​ອີກໃຫ້​ຍຸດຕິ​ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍ ຂະນະ​ທີ່​ສະພາ​ຄວາມ​ໝັ້ນຄົງ​ສະຫະປະຊາ​ຊາດ​ພວມ​ພິຈາລະນາ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ທີ່ໃຫ້ການ​ສະໜັບສະໜຸນ​ການ​ປະກອບ​ພາລະກິດ​ຂອງ​ທ່ານ​ໂກ​ຟີ ອັນ​ນັນ ທູດ​ພິ​ເສດ​ຂອງ ສະຫະ​ປະຊາ​ຊາດ​ແລະ​ສັນນິບາດ​ອາຣັບ​ເພື່ອ​ຍຸດຕິ​ວິ​ກິດ​ການ​ໃນ​ຊີ​ເຣຍນັ້ນ.

ໃນ​ການ​ຖະ​ແຫລ​ງ​ຢູ່​ກອງ​ປະຊຸມ​ທີ່​ກຸງ​ຈາ​ກາ​ຕາ ທ່ານ​ພັນ​ກິ​ມູນ​ກ່າວ​ວ່າ ​ໂລກ​ຈະ​ຕ້ອງ​ທໍາ​ການ​ເຄື່ອນ​ໄຫວ​ ເພື່ອ​ແກ້​ໄຂ​ສະຖານະ​ການ​ໃນ​ຊີເຣຍນັ້ນ.

ຮ່າງ​ຍັດຕິຂອງ​ສະພາ​ຄວາມ​ໝັ້ນຄົງ ທີ່​ເອີ້ນ​ວ່າ ຖະ​ແຫລ​ງການ​ຂອງປະທານາທິບໍດີ ​ແລະ​ວີ​ໂອ​ເອ​ໄດ້​ຮັບມາ​ນັ້ນ ສະ​ແດງ​ໃຫ້ການ​ສະໜັບ ສະ​ໜຸນ​ຢ່າງ​ເຕັມ​ສ່ວນສໍາລັບ​ການ​ປະກອບ​ພາ ລະກິດ​ຂອງ​ທ່ານ​ອັນ​ນັນ ເພື່ອ​ຍຸດຕິ​ຄວາມ​ຮຸນ​ແຮງ​ທຸກ​ຢ່າງ ຮັບປະກັນ​ກ່ຽວ​ກັບ​ການຈັດ​ສົ່ງ​ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະ​ທໍາ ​ແລະ​ດໍາ​ເນີນ​ງານ​ໄປ​ສູ່​ການ​ຫັນປ່ຽນ​ດ້ານ​ການ​ເມືອງ​ພາຍ​ໃຕ້​ການ​ນໍາພາ​ຂອງ​ຊີ​ເຣຍນັ້ນ.

ເບິ່ງວີດີໂອ ພວກເດັກນ້ອຍອົບພະຍົບຊາວຊີເຣຍໃນເທີກີ

ນອກ​ນັ້ນ ຮ່າງ​ຍັດຕິ​ສະບັບ​ນີ້​ຍັງ​ຮຽກຮ້ອງ​ໃຫ້​ທ່ານ​ອັນ​ນັນ ລາຍ​ງາຍເລື້ອງ​ນີ້ໃຫ້​ສະພາ​ຄວາມ​ໝັ້ນຄົງ​ຊາບໃນ​ເວລາ​ທີ່​ສົມຄວນ ຫລັງ​ຈາກ​ນັ້ນ​ທາງ​ສະພາ​ຄວາມ​ໝັ້ນຄົງ​ຈະ​ພິຈາລະນາ​ເອົາ​ບາດກ້າວ​ທີ່​ເໝາະ​ສົມ ໃນ​ຂັ້ນ​ຕໍ່​ໄປ.

ເວລາ​ນີ້ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກໍາລັງ​ພິຈາລະນາ​ຮ່າງ​ຍັດຕິ​ດັ່ງກ່າວ ​ພາຍ​ໃຕ້​ອັນ​ທີ່​ຮູ້​ກັນ​ວ່າ ການ​ດໍາ​ເນີນ​ການ​ທີ່​ມິດ​ງຽບນັ້ນ. ຖ້າ​ບໍ່​ມີ​ປະ​ເທດ​ສະມາຊິກ​ໃດ​ຄັດຄ້ານ​ພາຍ​ໃນ ກໍານົດ​ເວລາ​ເສ້ນ​ຕາຍຄື 9 ​ໂມງ​ເຊົ້າ ​ຕາມ​ເວລາໃນ​ນະຄອນ​ນີວຢອກ ຮ່າງ​ຍັດຕິ​ດັ່ງກ່າວນີ້ ຈະ​ຖືກ​ຮັບ​ຜ່ານ​ໂດຍ​ບໍ່​ຕ້ອງ​ມີ​ການ​ລົງມະຕິ​ກັນ.

ເບິ່ງວີດີໂອ ຊາວຊີເຣຍທີ່ມາຢ້ຽມຢາມສະຫະລັດ ສາມາດຢູ່ຕໍ່ຊົ່ວຄາວໄດ້

XS
SM
MD
LG