ປະທານາທິບໍດີ Lee Myung-bak ແຫ່ງເກົາຫຼີໃຕ້ກ່າວວ່າ ລັດຖະບານຂອງທ່ານໃກ້ຈະ
ຕົກລົງກັນກັບສະຫະລັດໄດ້ແລ້ວເພື່ອຂະຫຍາຍລັດສະໝີການຍິງລູກສອນໄຟຂີປະນາ
ວຸດຂອງຕົນ ເພື່ອຮັບມືກັບການຂົ່ມຂູ່ຈາກເກົາຫຼີເໜືອນັ້ນ.
ປະທານາທິບໍດີຫຼີໃຕ້ກ່າວເຊ່ນນີ້ຕໍ່ບັນດານັກຂ່າວ ໃນຖ້ອຍຖະແຫຼງທີ່ ພິມເຜີຍແຜ່ໃນວັນ
ພະຫັດມື້ນີ້ ຊຶ່ງທ່ານເຊື່ອວ່າ ຈະມີການບັນລຸຂໍ້ຕົກລົງກັນໃນເວລາອັນໃກ້ໆນີ້ ເພື່ອຂະ
ຫຍາຍລັດສະໝີລູກສອນໄຟທີ່ຍິງໄດ້ 300 ຫຼັກກິໂລແມັດໃນປັດຈຸບັນທີ່ໄດ້ກໍານົດຢູ່ໃນ
ຂໍ້ຕົກລົງປີ 2001 ກັບສະຫະລັດນັ້ນ.
ທ່ານຫຼີ ກ່າວຕື່ມວ່າ ຂໍ້ຕົກລົງກັນເວລານັ້ນໄດ້ອິງຕາມການສັນນິຖານວ່າ ການສູ້ລົບກັນ
ໃດໆລະຫວ່າງສອງເກົາຫຼີຈະມີຂຶ້ນຢູ່ໃນບໍລິເວນອ້ອມແອ້ມເຂດປອດທະຫານທີ່ແບ່ງແຍກ
ລະຫວ່າງສອງປະເທດນັ້ນ.
ແຕ່ທ່ານຫຼີ ກ່າວວ່າ ພວກລູກສອນໄຟທີ່ກ້າວໜ້າທັນສະໄໝຫຼາຍຂຶ້ນຂອງເກົາຫຼີເໜືອ ເວ
ລານີ້ແມ່ນສາມາດຍິງໄປໄກເຖິງເກາະ Jeju ໄດ້ ຊຶ່ງຕັ້ງຢູ່ນອກຝັ່ງທະເລໃນພາກໃຕ້ຂອງ
ເກົາຫຼີໃຕ້ນັ້ນ ຊຶ່ງທ່ານຫຼີກ່າວວ່າທາງລັດຖະບານກຸງວໍຊິງຕັນແລະເກົາຫຼີໃຕ້ໄດ້ຕົກລົງເຫັນ
ດີນໍາກັນກ່ຽວກັບຄວາມຈຳເປັນທີ່ຈະມີສິ່ງແວດລ້ອມດ້ານຄວາມປອດໄພກັນໃໝ່.