ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ເປັນມືປືນ ສັງຫານ ເດັກນ້ອຍຊາວຢີວ ວາງແຜນເຂົ້າມອບໂຕ


ຕໍາຫລວດ​ຝຣັ່ງ ກ່າວ​ວ່າ ​ຜູ້​ຕ້ອງ​ສົງ​ໄສ​ເປັນ​ຄາດ​ຕະກອນ​ສັງຫານ​ເດັກນ້ອຍ 3 ຄົນ​ແລະ​ຜູ້​ນໍາ​ສາ​ສະໜາ​ທີ່​ໂຮງ​ຮຽນຊາວ​ຢີວ​ແຫ່ງ​ນຶ່ງ​ໃນເມືອງ​ Toulouse ປະ​ເທດ​ຝຣັ່ງ ວາງ​ແຜນ​ທີ່​ຈະ​ເຂົ້າ​ມອບ​ໂຕ​ຕໍ່ເຈົ້າ​ໜ້າ​ທີ່.

ຕໍາຫລວດ​ຝຣັ່ງ ​ເປີ​ດ​ເຜີຍ​ວ່າ ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ນີ້ ຊື່ Mohammed Merah ໄວ 24 ປີ ເປັນຄົນສັນຊາດຝຣັ່ງ ເຊື້ອສາຍ Algeria.

ຕໍາຫຼວດໄດ້ປິດລ້ອມຜູ້ກ່ຽວຢູ່ໃນເຮືອນຫຼັງນຶ່ງໃນເມືອງ Toulouse. ທ່ານ Claude
Gueant ລັດຖະມົນຕີກະຊວງພາຍໃນຂອງຝຣັ່ງ ຊຶ່ງຢູ້ຂ້າງນອກເຮືອນຫຼັງນີ້ກ່າວວ່າ
ຕໍາຫຼວດຕັດສິນໃຈທີ່​ຈະຈັບ​ເປັນ ນາຍ Merah.

ທ່ານ Gueant ກ່າວວ່າ ຜູ້ຕ້ອງສົງໄສຄົນນີ້ອ້າງວ່າ ຜູ້ກ່ຽວເປັນສະ ມາຊິກຂອງກຸ່ມອານ
ກາອິດາ ແລະວ່າ ຜູ້ກ່ຽວຢາກທໍາການແກ້ແຄ້ນຕໍ່ການສັງຫານພວກເດັກນ້ອຍປາແລສ
ໄຕນ໌ໃນພາກຕາເວັນອອກາງນັ້ນ. ຕໍາຫຼວດໄດ້ຈັບກຸມອ້າຍຂອງລາວ ໃນເວລາບໍ່ດົນ ຫຼັງ
ຈາກທໍາການບຸກເຂົ້າກວດຄົ້ນໃນເຮືອນຫຼັງນີ້ ໃນເຊົ້າວັນພຸດມື້ນີ້.

ມືປືນຄົນນີ້ຖືກກ່າວຫາວ່າ ເປັນຜູ້ຄາດຕະກໍາຫົວໜ້າສາສະໜາ ແລະ ເດັກນ້ອຍ 3 ຄົນທີ່
ມີອາຍຸ 4 ປີ 5 ປີແລະ 7 ປີທີ່ໂຮງຮຽນຊາວຢີວແຫ່ງນຶ່ງໃນເມືອງ Toulouseກ່ອນຜູ້ກ່ຽວ
ຂີ່ລົດຈັກເອົາໂຕຫລົບໜີໄປນັ້ນ.

ສົບຂອງພວກເດັກນ້ອຍເຫຼົ່ານີ້ໄດ້ຖືກສົ່ງໄປນໍາເຮືອບິນໄປຍັງອິສຣາ ແອລເພື່ອທໍາການ
ຝັງແລະພວກທີ່ສະແດງຄວາມໂສກເສົ້າໄວ້ອາໄລ ຫລາຍພັນຄົນ ຮວມທັງທ່ານ Alain
Juppe ລັດຖະມົນຕີຕ່າງປະເທດຝຣັ່ງ ຈະໄປຮ່ວມພິທີສົ່ງສະການພວກເດັກນ້ອຍເຫຼົ່າ
ນີ້ທີ່ປ່າຊ້າ Givat Shaul ຢູ່ນອກນະຄອນ Jerusalem ນັ້ນ.

XS
SM
MD
LG