ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະມັກເລືອກຕັ້ງ ຈາກພັກຣີພັບບລິກັນ ປະເຊີນໜ້າກັນ ທີ່ລັດ Illinois ໃນມື້ນີ້ (ເບິ່ງວີດີໂອ)


ທ່ານມິດ ຣອມນີ ຜູ້ສະມັກແຂ່ງຂັນປະທານາທິບໍດີສະຫະລັດ ສັງກັດພັກ Republican ຢຸດແວ່ທີ່ຮ້ານອາ ຫານແຫ່ງນຶ່ງແລະ
ໂຄສະນາຫາສຽງໃນເມືອງ Springfield ລັດ Illinois .
ວັນທີ 20 ມີນາ 2012.
ທ່ານມິດ ຣອມນີ ຜູ້ສະມັກແຂ່ງຂັນປະທານາທິບໍດີສະຫະລັດ ສັງກັດພັກ Republican ຢຸດແວ່ທີ່ຮ້ານອາ ຫານແຫ່ງນຶ່ງແລະ ໂຄສະນາຫາສຽງໃນເມືອງ Springfield ລັດ Illinois . ວັນທີ 20 ມີນາ 2012.

ທ່ານ​ມິດ ຣອມນີ ທີ່​ຫວັງ​ວ່າ​ຈະໄດ້ຖືກແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້ຕາງໜ້າພັກ Republican
ເຂົ້າແຂ່ງຂັນເອົາ​ຕຳ​ແໜ່​ງປະທານາທິບໍດີ​ສະຫະລັດກໍາລັງ​ພະຍາ​ຍາມ​ຫາ​ທາງ ເພື່ອ
ເຮັດ​ໃຫ້ທ່ານມີ​ຄະ​ແນນນໍາ​ໜ້າຫຼາຍຂຶ້ນຕໍ່​ ທ່ານ​ຣິກ ຊັນ​ທໍຣັມ ຄູ່​ແຂ່ງ​ຄົນ​ສຳຄັນ​ຂອງ​
ທ່ານ ໃນ​ວັງ​ອັງຄານ​ມື້​ນີ້ ຂະນະ​ທີ່ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນເພື່ອ​ເລືອກ​ເອົາ​ຜູ້ຕາງໜ້າ​
ຂອງ​ພັກຈະ​ມີຂຶ້ນ​ທີ່​ລັດ Illinois ​ໃນ​ພາກ​ກາງຂອງ​ສະຫະລັດ.

ການ​ສໍາ​ຫຼວດ​ຫາງ​ສຽງ​ປະຊາຊົນ
ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານຣອມນີ
ມີ​ສຽງນໍາ​ໜ້າ ​ລື່ນທ່ານ​ຊັນ​ໂຕຣັມ
15​ ເປີ​ເຊັນ​ໃນ​ລັດ Illinois ຂະ
ນະ​ທີ່ບັນດາ​ຜູ້​ປ່ອນ​ບັດ​ພາກັນ​ໄປ
ລົງຄະ​ແນນ​ສຽງ​ຂັ້ນ​ຕົ້ນ​ໃນ​ມື້​ນີ້.

ຈະ​ມີ​ການ​ແຂ່ງຂັນ​ກັນ​ຊີງ​ເອົາ​
ພວກ​ຜູ້​ແທນ​ຂອງ​ພັກ ​ໃນ​ຈໍາ
ນວນ 54 ຄົນໃນ​ວັນ​ອັງຄານ
ມື້​ນີ້ ແລະ​ໄຊຊະນະ​ໃນ​ມື້​ນີ້​ຈະ
ເປັນ​ແຮງ​ຂັບ​ດັນ ​ທີ່​ສໍາຄັນ​ສໍາ
ລັບ​ທ່ານຣອມນີ. ອະດີດ​ຜູ້​ປົກ
ຄອງ​ລັດ Massachusetts
ໄດ້​ຮັບ​ຜູ້​ແທນ​ທີ່​ຈະ​ໄປ​ຮ່ວມ​
ກອງ​ປະຊຸມ​ຫລວງ​ຂອງ​ພັກຈໍານວນ 521 ຄົນ​ແລ້ວ ແລະ​ທ່ານ​ຊັນ​ທໍຣັມ​ໄດ້​ຮັບ 253 ຄົນ​
ມາຮອດ​ປັດຈຸບັນ.

ຜູ້​ສະມັກແຂ່ງຂັນ​ຂອງ​ພັກ​ອີກ 2 ທ່ານ​ຄື ທ່ານ Newt Gingrich ແລະ​ທ່ານ Ron
Paul ​ໄດ້​ຮັບ​ຜູ້ແທນ​ໃນ​ຈໍານວນ​ທີ່​ຍັງ​ຫ່າງ​ໄກຫລາຍ.

ໃນ​ວັນ​ຈັນ​ວານ​ນີ້ ທ່ານຣອມນີ ​ແລະ​ທ່ານ​ຊັນ​ທໍຣັມ ​ໄດ້​ໄປ​ໂຄສະນາຫາ​ສຽງ​ໃນ​ລັດ
Illinois. ທ່ານຣອມນີ​ ໄດ້​ພົບ​ປະ​ກັບ​ບັນດາ​ຜູ້​ປ່ອນ​ບັດໃນການ​ຮັບ​ປະທານ​ອາຫານ
ຄໍ່າ​ຮ່ວມ​ກັນ​ທີ່ເມືອງ Springfield ນະຄອນຫລວງ​ຂອງ​ລັດ Illinois ກ່ອນ​ເດີນທາງ
ມຸ້ງ​ໜ້າ​ໄປ​ຍັງ​ນະຄອນ Chicago ​ເພື່ອ​ໄປ​ກ່າວ​ຄໍາ​ປາ​ໄສ​ດ້ານ​ເສດຖະກິດ​ຢູ່​ທີ່​ນັ້ນ ຊຶ່ງ
ທ່ານ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ຄວບ​ຄຸມ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານນັ້ນ.

ສ່ວນ​ທ່ານ​ຊັນ​ທໍຣັມກ່າວ​ວ່າ ຖ້າ​ທ່ານ​ຊະນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ໃນ​ວັນ​ອັງ
ຄານ​ມື້​ນີ້ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ທ່ານ​ຈະ​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ຕາງໜ້າ​ຂອງ​ພັກ
ທີ່​ຈະ​ເຂົ້າ​ແຂ່ງຂັນ​ປະທານາທິບໍດີ​ສະຫະລັດ​ນັ້ນ. ອະດີດ​ສະມາຊິກ​ສະພາ​ສູງ​ສະຫະ
ລັດ​ທ່ານ​ນີ້ໄດ້​ຮຽກຮ້ອງ​ໃຫ້ພວກ​ສະໜັບສະໜຸນ​ທ່ານ​ ໃຫ້​ພາກັນ​ຊັກ​ຊວນ​ຄົນ​ອື່ນໆ​
ອອກ​ໄປ​ປ່ອນບັດ​ໃຫ້​ທ່ານ.

ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ທ່ານຣອມນີ ​ໄດ້​ຊະນະຜູ້​ແທນ​ຂອງ​ພັກ 20 ຄົນ​ຈາກ Puerto
Rico ຊຶ່ງ​ເຮັດ​ໃຫ້​ທ່ານ ​ໃກ້​ຄຽງ​ຄວາມ​ເປັນ​ຈິງ​ຫຼາຍຂຶ້ນ ​ທີ່​ຈະ​ໄດ້​ຮັບ​ຜູ້​ແທນຈໍານວນ
1144 ຄົນ​ທີ່​ຕ້ອງການ ​ເພື່ອ​ຈະ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ຜູ້​ສະມັກແຂ່ງຂັນ​ປະທານາທິບໍດີ
ສັງກັດ​ພັກ Republican ນັ້ນ. ຜູ້​ໃດ​ກໍ​ຕາມທີ່​ຊະນະ ຈະ​ປະ​ເຊີນ​ໜ້າ​ກັບ​ປະທານາທິ
ບໍດີ​ບາຣັກ ​ໂອ​ບາ​ມາ ສັງກັດ​ພັກ​ເດ​ໂມກຣັດ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະ
ລັດ​ໃນ​ເດືອນພະຈິກ​ທ້າຍ​ປີ​ນີ້.

XS
SM
MD
LG