ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຈະໄປຢ້ຽມຢາມ ເຂດປອດທະຫານ ທີ່ເກົາຫຼີ


ພວກທະຫານເກົາຫຼີໃຕ້ກໍລັງກວດເບິ່ງຮົ້ວໜາມໝາກຈັບໃກ້ບ້ານປັນມູນຈອມ
ເຂດປອດທະຫານທີ່ແບ່ງແຍກ ລະຫວ່າງສອງເກົາຫຼີ ຫຼື DMZ.
ພວກທະຫານເກົາຫຼີໃຕ້ກໍລັງກວດເບິ່ງຮົ້ວໜາມໝາກຈັບໃກ້ບ້ານປັນມູນຈອມ ເຂດປອດທະຫານທີ່ແບ່ງແຍກ ລະຫວ່າງສອງເກົາຫຼີ ຫຼື DMZ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ຢືນຢັນ​ວ່າ ປະທານາທິບໍດີ​ບາຣັກ ໂອ​ບາ​ມາ​ຈະ​ໄປ​ຢ້ຽມຢາມ​ເຂດ​ປອດ​ທະຫານທີ່​ມີ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ເກົາຫຼີ​ເໜືອ​ແລະ​ໃຕ້​ໃນ​ສັບປະດາ​ຕໍ່ໜ້ານີ້​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ກຸງ​ໂຊນ​ຂອງ​ທ່ານ​ນັ້ນ.

ບັນດາ​ເຈົ້າ​ໜ້າທີ່​ທຳ​ນຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ຈະໄປຢ້ຽມຢາມ​ກໍາລັງ​ທະຫານອາ​ເມຣິກັນທີ່​ເຂດ​ປອດ​ທະຫານ ໃນ​ວັນ​ອາທິດ ​ເຮັດໃຫ້​ເປັນ​ເຫດການ​ຄັ້ງ​ທໍາ​ອິດ​ກ່ອນ​ທ່ານ​ຈະໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານ​ນີວ​ເຄລຍທີ່​ສໍາຄັນ​ທີ່​ສຸດ​ໃນ​ກຸງ​ໂຊນ​ນັ້ນ.

ໃນ​ການ​ໃຫ້​ສໍາພາດ​ຂ່າວ​ທາງ​ໂທລະສັບ​ກັບ​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ
Ben Rhodes ຮອງ​ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ກ່າວ​ວ່າ ຈຸດ​ສໍາຄັນ​ຕ່າງໆ​
ຂອງ​ການ​ຢ້ຽມຢາມ​ເຂດ​ປອດທະຫານ​ ​ແມ່ນເພື່ອສະ​ແດງ​ໃຫ້ເຫັນເຖິງຄວາມ​ສະໜັບສະ
ໜຸນຕໍ່​ພວກ​ທະຫານ​ສະຫະລັດ​ຈໍານວນ​ຫລາຍ​ກວ່າ 28 ພັນ​ຄົນ​ປະ​ຈໍາ​ການ​ຢູ່​ໃນ​ເກົາຫຼີ
ໃຕ້​ແລະ​ເພື່ອ​ເນ້ນ​ເຖິງ​ການ​ເປັນ​ພັນທະ​ມິດ​ດ້ານ​ຄວາມ​ປອດ​ໄພ​ຂອງ​ສະຫະລັດກັບ​ເກົາ
ຫຼີ​ໃຕ້.

ທ່ານ Ben Rhodes ກ່າວ​ຕື່ມ​ວ່າ ສານ​ຂອງ​ປະທານາທິບໍດີ​ໂອ​ບາ​ມາສໍາລັບ​ເກົາຫຼີ​ເໜືອ ​ກໍ​ເປັນສານ​ອັນ​ດຽວ​ກັນ​ກັບ​ທີ່ລັດຖະບານ​ຂອງ​ທ່ານ ໄດ້​ດໍາ​ເນີນ​ການມາ​ໂດຍ​ຕະຫຼອດ ຊຶ່ງ​ນັ້ນ​ໝາຍ​ຄວາມ​ວ່າ ປະຕິບັດ​ຕາມພັນທະ​ຕ່າງໆ​ຂອງ​ຕົນ ​ແລະ​ກຸງ​ພຽງ​ຢ້າງ​ທີ່​ບໍ່​ມີ​ນີວ​ເຄລຍກໍ​ສາມາດ​ເດີນໄປ​ຕາມ​ເສັ້ນ​ທາງ​ທີ່​ຈະ​ແຈ້ງ ​ເພື່ອ​ໃຫ້​ມີ​ຄວາມ​ສໍາພັນ​ທີ່​ດີ​ຂຶ້ນກັບ​ປະຊາ​ຄົມ​ໂລກ​ນັ້ນ.

XS
SM
MD
LG