ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ຂູ່ວ່າ ຈະຍິງຈະຫຼວດ ຂອງເກົາຫຼີເໜືອ


ພາບຖ່າຍຈາກດາວທຽມ ຂອງຖານລູກສອນໄຟຂອງເກົາຫຼີເໜືອ,
ວັນທີ 25 ມີນາ 2012.
ພາບຖ່າຍຈາກດາວທຽມ ຂອງຖານລູກສອນໄຟຂອງເກົາຫຼີເໜືອ, ວັນທີ 25 ມີນາ 2012.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ກໍາລັງ ​ກຽມ​ໂຕເພື່ອຈະ​ຍິງ​ຈະ​ຫຼວດຂອງ​ເກົາຫຼີ​ເໜືອ​ໃຫ້​ຕົກລົງ ຖ້າ​ຫາກ​ມັນ​ເຈືອກ​ເຂົ້າ​ໄປ​ໃນ​ເຂດ​ນ່ານຟ້າ​ຂອງ​ເກົາຫຼີ​ໃຕ້​ ໃນ​ລະຫວ່າງ​ການ​ຍິງຂຶ້ນ​ສູ່​ອາ​ວະ​ກາດຕາມ​ທີ່​ເກົາຫຼີ​ເໜືອໄດ້​ວາງ​ແຜນ​ໄວ້​ໃນ​ເດືອນ​ໜ້າ​ນັ້ນ.

ເກົາຫຼີ​ເໜືອ​ໄດ້​ປະກາດໃຫ້​ຊາບ​ວ່າ ຕົນ​ຈະ​ຍິງ​ຈະ​ຫຼວດຂຶ້ນໃນ​ລະຫວ່າງ​ວັນ​ທີ 12 ຫາ 16 ​ເມສາ ​ເດືອນ​ໜ້າ​ນີ້ ​ເພື່ອ​ເປັນຂີດ​ໝາຍຄົບຮອບ 100 ປີ​ຂອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ມື້​ລາງ​ປະທານ​ປະ​ເທດ ກິ​ມ ອິລຊຸງ ຜູ້​ກໍ່​ຕັ້ງ​ປະ​ເທດ​ເກົາຫຼີ​ເໜືອ​ນັ້ນ.

ໂຄສົກ​ປະ​ຈໍາ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້​ກ່າວ​ຕໍ່​ບັນດາ​ຜູ້​ສື່​ຂ່າວ ວ່າ ຈະ​ມີ​ການ​ຕິດຕາມ​ເບິ່ງ​ການ​ຍິງ​ຈະ​ຫຼວດນີ້​ຢ່າງ​ລະມັດລະວັງ ​ແລະ ຈະ​ຍິງ​ໃສ່​ທັນທີ ຖ້າ​ຫາກ​ວ່າ​ສ່ວນ​ໃດ​ກໍ​ຕາມ​ຂອງ​ຈະ​ຫຼວດ​ຫັນ​ເຫ​ອອກນອກ​ທາງ​ແລະ​ເຈືອກ​ເຂົ້າໄປເຂດ​ນ່ານຟ້າ​ເໜືອ​ຜືນ​ແຜ່ນດິນ​ຂອງ​ເກົາຫຼີ​ໃຕ້​. ຍີ່ປຸ່ນ​ກໍ​ໄດ້ກ່າວວ່າ ຕົນ​ກໍ​ອາດ​ຈະ​ເຮັດ​ແບບ​ດຽວ​ກັນ ​ຖ້າ​ລູກ​ຈະ​ຫຼວດຫັນ​ເຫ​ຂ້າມ​ເຂດ​ນໍ້າ​ແດນ​ດິນຂອງ​ຕົນ.

ກຸງ​ພຽງ​ຢ້າງ​ກ່າວ​ວ່າ ການ​ຍິງ​ຈະ​ຫຼວດຂອງ​ຕົນ​ຈະ​ມີ​ຂຶ້ນ​ຢູ່​ຖານ​ຍິງຈະ​ຫຼວດ​ແຫ່ງ​ນຶ່ງ​ໃນ​ແຂວງ Phyongan ​ເໜືອ ​ແລະ​ຈະ​ຍິງ​ຈະ​ຫຼວດດັ່ງກ່າວ​ຂຶ້ນ​ໄປ​ໃນ​ເຂດ​ນ່ານຟ້າ ​ເໜືອ​ທະ​ເລ​ເຫຼືອງ ລະຫວ່າງ​ເກົາຫຼີ​ໃຕ້​ແລະ​ຈີນ. ​ກ່ອນ​ໜ້ານີ້ ເກົາຫລີ​ເໜືອ​ເຄີຍ​ໄດ້​ຍິງ​ລູກ​ສອນ​ໄຟ​ຂ້າມ​ຍີ່ປຸ່ນ​ມາ​ແລ້ວ.

XS
SM
MD
LG