ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຝຣັ່ງ ຕັ້ງຄຳຖາມ ກ່ຽວກັບ ຜູ້ຕ້ອງສົງໄສ ຍັງມີຊີວິດ ຢູ່ຫຼືບໍ່ (ເບິ່ງສະໄລດ໌ກັບວີດີໂອ)


ຮູບພາບນາຍ Mohammed Merah, ໄວ 24 ປີ ຜູ້ຕ້ອງົສງໄສ ທີ່ສັງຫານຜູ້ຄົນໃນເມືອງ Toulose , ຝຣັ່ງ ທີ່ປາກົດໃຫ້ເຫັນ
ໃນໂທລະພາບຝຣັ່ງ.
ວັນທີ 22 ມີນາ 2012.
ຮູບພາບນາຍ Mohammed Merah, ໄວ 24 ປີ ຜູ້ຕ້ອງົສງໄສ ທີ່ສັງຫານຜູ້ຄົນໃນເມືອງ Toulose , ຝຣັ່ງ ທີ່ປາກົດໃຫ້ເຫັນ ໃນໂທລະພາບຝຣັ່ງ. ວັນທີ 22 ມີນາ 2012.

ການ​ປະ​ເຊີນ​ໜ້າ​ກັນ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ​ໃນ​ເມືອງ Toulouse ປະ​ເທດຝຣັ່ງບ່ອນ​ທີ່​ຕໍາຫຼວດ​
ໄດ້​ທໍາ​ຄວາມ​ພະຍາຍາມເພື່ອ​ບັງຄັບ​ໃຫ້​ຜູ້ຕ້ອງ​ສົງ​ໄສ​ໃນ​ການ​ຍິງ​ຜູ້​ຄົນ​ຕາຍ7 ຄົນ ​ອອກ​ມາ​
ຈໍານົນ​ຕໍ່​ເຈົ້າ​ໜ້າ​ທີ່ຕໍາຫຼວດ​ນັ້ນ.

ທ່ານ Claude Gueant ລັດຖະມົນຕີ​ພາຍ​ໃນ​ຂອງຝຣັ່ງກ່າວ​ວ່າ ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງເທື່ອ
ວ່າ ນາຍ Mohammed Merah ​ໄວ 24 ປີ ​ຍັງມີ​ຊີວິດ​ຢູຫຼື​ບໍ່? ນັບ​ແຕ່ຕໍາຫຼວດບໍ່​ໄດ້​ທໍາ​
ການ​ຕິດ​ຕໍ່​ໃດໆ​ກັບ​ຜູ້ກ່ຽວ ໃນ​ລະຫວ່າງມື້​ຄືນ​ຜ່ານ​ມາ​ນີ້.

ທ່ານ Gueant ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສທີ່​ອ້າ​ງວ່າ ຕົນ​ມີ​ສາຍ​ພົວພັນກັບ​ເຄືອ​ຂ່າ​ຍອານ​ກາ
ອີ​ດານັ້ນໄດ້​ສະ​ແດງ​ເຈດ​ຕະນາ​ຢາກ​ຕາຍດ້ວຍ​ອາວຸດ​ຄາ​ມື​ນັ້ນ.

ລາຍ​ງານ​ສື່​ມວນ​ຊົນ​ກ່າວ​ວ່າ ​ໄດ້​ຍິນ​ສຽງ​ລະ​ເບີດ​ແຕກ​ຂຶ້ນ​ຫຼາຍ​ບັ້ນ​ຢູ່ໃກ້ໆ​ກັບ​ຕຶກ​ອາ
ຄານ​ຫຼັງ​ທີ່​ນາຍ Merah ພວມ​ລີ້​ຢູ່​ໃນ​ປັດຈຸບັນ​ມາ​ຕັ້ງ​ແຕ່​ເຊົ້າ​ວັນ​ພຸດ​ວານ​ນີ້.

ນາຍ​ເມຣາ ຊຶ່ງ​ເປັນ​ຄົນ​ສັນຊາດ​ຝຣັ່ງ ​ເຊື້ອສາຍ Algeria ຖືກ​ກ່າວຫາ​ຖານ​ທໍາ​ການ​ຄາດ
ຕະກໍາ​ຜູ້​ນໍາ​ສາ​ສະໜາ​ຢິວຄົນ​ນຶ່ງ ​ແລະ​ເດັກນ້ອຍ​ອີກ 3 ຄົນ ທີ່​ມີ​ອາຍຸ 4 ປີ 5 ປີ​ແລະ 7
ປີ ທີ່​ໂຮງຮຽນ​ຊາວ​ຢີວ​ແຫ່ງນຶ່ງ​ ໃນ​ເມືອງ Toulouse ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ກ່ອນ​ຜູ້ກ່ຽວ
ຂີ່​ລົດຈັກຫລົບໜີ​ໄປ​ນັ້ນ. ຕໍາຫຼວດ​ຝຣັ່ງກ່າວ​ວ່າ ມີ​ປືນ​ທີ່ຖືກ​ກ່າວ​ຫາ​ນີ້ ​ໄດ້​ໃຊ້​ປືນກະ​ບອກ
ດຽວ​ກັນ​ ສັງຫານ​ທະຫານ​ຝຮັ່ງ 3 ຄົນ ​ເຊື້ອສາຍ​ອາ​ຟຣິກາ​ແລະ​ຄົນ​ນຶ່ງ​ເຊື້ອສາຍ​ມາ​ຈາກ
ເຂດ​ທະ​ເລ​ກາຣິບບຽນ​ໃນ​ສັບປະດາ​ຜ່ານມາ​ນີ້​ໃນ​ເມືອງ Toulouse ​ແລະ​ໃນ​ເມືອງ​ນຶ່ງ​
ອີກທີ່ຢູ່​ໃກ້ໆ​ກັນ​ນັ້ນ.

ເຈົ້າ​ໜ້າ​ທີ່​ຕໍາຫຼວດ 2 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ພະຍາຍາມ​ບຸກ​ເຂົ້າໄປຄັ້ງ​ທໍາ​ອິດ​ ​ໃນ
ເຮືອນ​ທີ່​ເມືອງ Toulouse ບ່ອນ​ທີ່ນາຍ​ເມຣາຜູ້​ຕ້ອງ​ສົງ​ໄສ​ພວມ​ລີ້​ຢູ່​ໃນ​ນັ້ນ. ບັນດາ​ເຈົ້າ
ໜ້າ​ທີ່​ກ່າວ​ວ່າ ທໍາ​ອິດນາຍ​ເມຣາ ກ່າວ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ວ່າ ລາວ​ຈະ​ເຂົ້າ​ມອບ​ໂຕ​ຕໍ່​ເຈົ້າ​
ໜ້າ​ທີ່​ໃນແລງ​ວັນ​ພຸດ​ວານ​ນີ້.

ທ່ານ Gueant ລັດຖະມົນຕີ​ພາຍ​ໃນ​ຝຮັ່ງ ກ່າວ​ວ່າ ຕໍາຫຼວດ​ໄດ້​ຕັດສິນ​ໃຈ​ແລ້ວ ທີ່​ຈະ
ຈັບເປັນ​ນາຍ​ເມຣາ.

ທ່ານ Gueant ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ໄດ້​ເກີດ​ໂມ​ໂຫ​ໃຈ​ຮ້າຍ​ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​
ທະຫານ​ຝຣັ່ງ​ໃນ​ຕ່າງປະ​ເທດ ​ແລະ​ກ່າວ​ວ່າ ລາວຢາກ​ທໍາ​ການ​ແກ້​ແຄ້ນ ຕໍ່​ການ​ທີ່​ເດັກ
ນ້ອຍ​ຊາວ​ປາ​ແລ​ສ​ໄຕ​ນ໌ ຖືກ​ສັງ ຫານ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ. ທ່ານ Salam
Fayyad ນາ ຍົກລັດຖະມົນຕີປາ​ແລ​ສ​ໄຕ​ນ໌ປະນາມ​ການສັງຫານ​ພວກ​ຜູ້​ຄົນ​ໃນ​ຄັ້ງ​ນີ້ ​ໂດຍ​
ກ່າວ​ວ່າ ມັນ​ເຖິງ​ເວລາ​ແລ້ວ ທີ່​ພວກ​ອາ​ຊະ​ຍາກ​ອນ​ເຊົາ​ໃຊ້​ພວກ​ປາ​ແລ​ສ​ໄຕ​ນ໌​ເປັນ​ຂໍ້​ແກ້ໂຕ​
ສຳລັບ​ກໍ່​ເຫດ​ຮ້າຍ​ຂອງ​ພວກ​ເຂົາ​ນັ້ນ.

XS
SM
MD
LG