ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບອາກາດຂອງ 3 ປະເທດ ຊ້ອມລົບຮ່ວມກັນ ທີ່ໄທ


ນັກບິນກອງທັບອາກາດສະຫະລັດ ຈໍານວນນຶ່ງ ທີ່ເຂົ້າຮ່ວມໃນການຊ້ອມລົບຮ່ວມທາງອາກາດ ປະຈໍາປີນີ້ ທີ່ເອີ້ນວ່າ Cope Tiger 12 ທີ່ຖານທັບອາກາດຂອງພະລາດຊະອານາຈັກໄທ ທີ່ໂຄຣາດ, ວັນທີ 19 ມີນາ 2012. REUTERS/Chaiwat Subprasom (THAILAND - Tags: MILITARY)
ນັກບິນກອງທັບອາກາດສະຫະລັດ ຈໍານວນນຶ່ງ ທີ່ເຂົ້າຮ່ວມໃນການຊ້ອມລົບຮ່ວມທາງອາກາດ ປະຈໍາປີນີ້ ທີ່ເອີ້ນວ່າ Cope Tiger 12 ທີ່ຖານທັບອາກາດຂອງພະລາດຊະອານາຈັກໄທ ທີ່ໂຄຣາດ, ວັນທີ 19 ມີນາ 2012. REUTERS/Chaiwat Subprasom (THAILAND - Tags: MILITARY)

ພວກກອງທັບ​ອາກາດຂອງ​ໄທ ສະຫະລັດ​ແລະ​ສິງກະ​ໂປ ​ກໍາລັງ​ທໍາ​ການ​ທົດ​ສອບ​ຄວາມ​ຕຽມ​ພ້ອມແລະ​ສະມັດຖະພາບໃນການປະຕິບັດງານ​ຮ່ວມ​ກັນຂອງ​ເຂົາ​ເຈົ້າ​ຢູ່ໃນ​ການ​ຊ້ອມ​ລົບ​ຄັ້ງ​ໃຫຍ່​ທີ່​ຖານ​ທັບ​ອາກາດ​ພະລາດ​ຊະ​ອານາຈັກ​ໄທ​ທີ່ໂຄຣາດ.

ພັນ​ເອກ Marc Caudill ຫົວໜ້າ​ການ​ຊ້ອມ​ລົບຂອງ​ຝ່າຍສະຫະລັດ​ ກ່າວ​ຊີ້​ແຈງ​ວ່າ​ ໃນ​ລະຫວ່າງ​ການ​ຊ້ອມ​ລົບ​ເປັນ​ເວລາ 2 ສັບປະດາ​ທີ່​ເອີ້ນ​ວ່າ Cope Tiger 12 ນີ້ ທະຫານ​ແລະ​ພວກ​ພົນລະ​ເຮືອນ​ໃນ​ຈໍານວນ​ຮວມ​ກັນຫລາຍ​ກວ່າ 1600 ຄົນ ​ພາກັນ​ຮໍ່າຮຽນ​ວີ​ທີ​ການ​ຮັບ​ມື​ແລະຕອບ​ໂຕ້​ ຕໍ່​ວິ​ກິດ​ການ​ຮ້າຍ​ແຮງ​ຕ່າງໆ ນັບ​ແຕ່​ການ​ຕອບ​ໂຕ້​ທາງ​ດ້ານ​ມະນຸດສະ​ທໍາ​ແລະ​ໄພພິບັດ ​ໄປ​ຮອດ​ເລື້ອງທີ່​ອາດ​ສາມາດ​ເປັນໄພ​ຂົ່ມຂູ່​ດ້ານ​ຄວາມໝັ້ນຄົງ​ປອດ​ໄພ​ໃນ​ພາກ​ພື້ນ​ນັ້ນ.

ນອກ​ນີ້ ພວກ​ທະຫານ​ອາກາດ​ຈາກທັງ 3 ປະ​ເທດ ຍັງ​ໄດ້​ຍາດ​ເວລາ​ຈາກການ​ຊ້ອມ​ລົບ​ທາງ​ອາກາດໄປ​ຢ້ຽມຢາມ​ໂຮງ​ຮຽນ​ຫລາຍໆ​ແຫ່ງທີ່ ຢູ່​ໃກ້ໆ​ນັ້ນ ​ແລະ​ເສີມ​ສ້າງ​ຄວາມ​ສໍາພັນ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ກັບ​ພວກ​ຊຸມ​ຊົນ​ໄທໃນ​ທ້ອງ​ຖິ່ນ​ເຊ່ນ​ກັນ. ພວກ​ທະຫານ​ອາກາດ​ໄດ້​ປະກອບສ່ວນ​ໃນ​ກິດ

ຈະ​ກໍາ​ກີລາ​ຕ່າງໆ ​ໃນການ​ໂອ້​ລົມ​ສົນທະນາພາສາ​ອັງກິດກັນແລະການ​ແລກປ່ຽນ​ທາງ​ດ້ານ​ວັດທະນະ​ທໍາ​ທີ່ວິທະຍາ​ໄລທ້ອງ​ຖິ່ນຫລາຍໆ​ແຫ່ງນໍາ.

ການ​ຊ້ອມ​ລົບ​ປະ​ຈໍາປີ​ຄັ້ງ​ນີ້ ຈະ​ເສັດ​ສິ້ນ​ລົງ​ໃນ​ວັນ​ທີ 23 ມີນາ.

XS
SM
MD
LG