ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດຝຣັ່ງ ຊອກຫາມືປືນ ທີ່ສັງຫານ ເດັກນ້ອຍນັກຮຽນ (ເບິ່ງວີດີໂອ)


ເຈົ້າໜ້ທີ່ຕໍາຫລວດຖືປືນຄົນນຶ່ງ ຢືນຍາມຢູ່ທາງເຂົ້າໂຮງຮຽນ Ozar Hatorah ຂອງຊາວຢີວໃນເມືອງToulouse ໃນພາກຕາເວັນຕົກສຽງໃຕ້ຂອງຝຣັ່ງ.
ວັນທີ 20 ມີນາ 2012.
ເຈົ້າໜ້ທີ່ຕໍາຫລວດຖືປືນຄົນນຶ່ງ ຢືນຍາມຢູ່ທາງເຂົ້າໂຮງຮຽນ Ozar Hatorah ຂອງຊາວຢີວໃນເມືອງToulouse ໃນພາກຕາເວັນຕົກສຽງໃຕ້ຂອງຝຣັ່ງ. ວັນທີ 20 ມີນາ 2012.

ເວລາ​ນີ້ ພວມ​ມີການ​ຕາມ​ລ່າຊອກ​ຫາມື​ປືນ​ທີ່​ສັງຫານ​ພວກ​ເດັກນ້ອຍ 3 ຄົນ​ແລະ​ຜູ້​ນໍາ​ສາສະໜາ​ຢີວຄົນ​ນຶ່ງ ​ທີ່​ໂຮງຮຽນຊາວ​ຢີວ​ແຫ່ງ​ນຶ່ງ​ໃນ​ວັນຈັນວານ​ນີ້​ທີ່​ເມືອງ Toulouse.

ລັດຖະບານ​ໄດ້​ເພີ່ມ​ການ​ເຕືອນ​ໃຫ້​ລະວັງໄພກ່ຽວ​ກັບການ​ກໍ່​ການຮ້າຍ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງຝຣັ່ງຂຶ້ນ​ສູ່​ລະດັບ​ສີ​ແດງ​ ອັນ​ເປັນ​ລະດັບ​ສູງ​ສຸດ ​ແລະ​ເປັນ​ພຽງ​ຂັ້ນ​ດຽວ​ທີ່​ຕໍ່າ​ກວ່າ​ລະດັບພາວະ​ສຸກ​ເສີນ​ນັ້ນ.

ມີການ​ຮັກສາ​ຄວາມ​ປອດ​ໄພ​ເພີ່ມຂຶ້ນຢູ່ຕາມ​ບັນດາ​ພວກ​ໂຮງຮຽນຂອງ​ຊາວ​ຢີວ​ແລະ​ຊາວ​ມຸສລິ​ມ ​ແລະ​ມີ​ການ​ສົ່ງ​ພວກຍາມ​ໄປ​ປະ​ຈໍາຢູ່​ຂ້າງນອກສະຖານ​ທີ່​ທາງ​ສາສະໜາ​ຕ່າງໆ.

ປະທານາທິບໍດີ Nicolas Sarkozy ​ແລະ​ນາຍົກລັດຖະມົນຕີ Francois Millon ​ໄດ້
ໄປຮ່ວມພິທີ​ໄວ້ອາ​ໄລໃຫ້ພວກ​ທີ່​ເສຍ​ຊີວິດ​ໄປ​ໃນ​ໂບດ​ຂອງ​ຊາວ​ຢີວ​ແຫ່ງ​ນຶ່ງ​ໃນ​ກຸງ​ປາຣີ​
ໃນ​ຄືນ​ວັນ​ຈັນ​ວານ​ນີ້ຂະນະ​ທີ່​ປະຊາຊົນ​ຫຼາຍ​ພັນ​ຄົນ​ພາກັນເດີນ​ຂະ​ບວນຢ່າງ​ງຽບໆໃນ​
ນະຄອນຫຼວງ​ຂອງຝຣັ່ງນັ້ນ.

ທ່ານ Sarkozy ​ໄດ້​ງົດ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງເປັນ​ປະທານາ​ທິບໍດີເພື່ອ​ເຂົ້າຮັບ​ຕຳ​ແໜ່​ງຕື່ມອີກ​ສະ​ໄໝ​ນຶ່ງຂອງ​ທ່ານ​ໄວ້ເປັນ​ການຊົ່ວ ຄາວ ​ແລະ​ທ່ານ Francois Hollande ຜູ້​ສະມັກ​ແຂ່ງຂັນ​ປະທານາທິ ບໍດີ​ສັງກັດ​ພັກ​ສັງຄົມ​ນິຍົມແລະ​ທ່ານນາງ Marine Le Pen ສັງກັດ​ພັກ​ຝ່າຍ​ຂວາ ກໍ​ໄດ້​ງົດ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີຂອງ​ຕົນ​ໄວ້​ຊົ່ວຄາວ​ເຊ່ນ​ກັນ.

ປະທານາທິບໍດີ Sarkozy ​ໄດ້​ຮຽກຮ້ອງ​ໃຫ້​ສະ​ງົບ​ສະຕິ​ອາລົມ​ໄວ້​ຂະນະ​ນຶ່ງ​ ໃນ​ພວກ​ໂຮງຮຽນ​ທັງ​ໝົດ​ຂອງຝຣັ່ງ ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້.

ທ່ານ Sarkozy ກ່າວ​ວ່າ ການ​ຕໍ່ຕ້ານ​ຊາວ​ຢີວ​ຄື​ຈຸດປະສົງ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ແມ່ນເປັນ​ທີ່​ຈະ​ແຈ້ງ.

ແຜນທີ່ຝຣັ່ງ ສະແດງທີ່ຕັ້ງເມືອງ Toulouse
ແຜນທີ່ຝຣັ່ງ ສະແດງທີ່ຕັ້ງເມືອງ Toulouse

ພວກ​ທີ່​ເຫັນ​ເຫດການກ່າວ​ວ່າ ມື​ປືນ​ຄົນ​ນຶ່ງທີ່ເອົາ​ໝວກ​ກັນ​ໄພ​ບັງ​ໜ້າໄດ້​ເປີດ​ສາກ​ລະດົມຍິງ​ປືນ​ໃສ່​ໂຮງຮຽນ Ozar Hatorah ​ໃນ​ເວລາ​ກ່ອນ​ຫ້ອງ​ຮຽນ​ເລີ້ມເຂົ້າ​ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້. ພວກ​ທີ່​ເສຍ​ຊີວິດ​ໄປ ມີ​ເດັກນ້ອຍ​ໂຮງຮຽນ 3 ຄົນ ຄົນ​ນຶ່ງ​ອາຍຸ 4 ປີ ຄົນທີ​ສອງ​ອາຍຸ 5 ປີ​ແລະ​ຄົນທີ​ສາມ​ອາຍຸ 7 ປີ ​ພ້ອມ​ກັບ​ຫົວໜ້າ​ສາ​ສະໜາ​ຢີວຄົນ​ນຶ່ງ. ມື​ປືນໄດ້​ເອົາ​ໂຕ​ຫລົບໜີ​ໄປ​ນໍາ​ລົດຈັກ.

XS
SM
MD
LG