ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈະບໍ່ມີທະຫານສະຫະລັດ ຖືກລົງໂທດ ຍ້ອນການໂຈມຕີ ທາງອາກາດ ຂອງກຸ່ມເນໂຕ້


ການໂຈມຕີທາງອາກາດຂອງກຸ່ມເນໂຕ້ທີປາກິສຖານ.
ວັນທີ 25 ມີນາ 2012.
ການໂຈມຕີທາງອາກາດຂອງກຸ່ມເນໂຕ້ທີປາກິສຖານ. ວັນທີ 25 ມີນາ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ​ສະຫະລັດ​ກ່າວ​ວ່າ ຈະບໍ່​ມີ​ທະຫານ​ສະຫະລັດ​ຄົນ​ໃດ​ ​ຖືກ​ລົງ​ໂທດ​
ໃນຖານມີສ່ວນພົວພັນ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ້ໃນ​ເດືອນ​ພະຈິກ​ປີ​ແລ້ວ
ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ທະຫານ​ປາ​ກິ​ສຖານ 24 ຄົນເສຍ​ຊີວິດ ​ສົ່ງຜົນໃຫ້​ຄວາມ​ສໍາພັນ​ລະຫວ່າງ​
ສອງ​ປະ​ເທດ​ຮ້າຍ​ແຮງ​ລົງໄປ​ອີກ​ນັ້ນ.

ທາງ​ການ​ກອງທັບ​ສະຫະລັດ​ເຄີຍ​ກ່າວ​ມາ​ແລ້ວ​ວ່າ ການ​ທົບ​ທວນຄືນເບິ່ງ​ເຫດການ​ໃນ​ທ້າຍ
ປີຜ່ານມາ​ ໄດ້ລົງຄວາມເຫັນແລ້ວວ່າ ທະຫານສະຫະລັດ​ໄດ້​ທໍາ​ການ​ເຄື່ອນ​ໄຫວ​ໃນ​ທ່າ​ປ້ອງ
ກັນ​ໂຕ​ຢ່າງ​ຖືກຕ້ອງ​ເໝາະສົມ ຫຼັງ​ຈາກ​ຖືກ​ຍິງ​ໃສ່​ກ່ອນ​ໂດຍ​ພວກ​ທະຫານ​ປາ​ກິ​ສຖານ​ຈາກ
ທີ່​ໝັ້ນແຫ່ງ​ຕ່າງໆ​ທີ່​ບໍ່​ຢູ່​ໃນ​ແຜນ​ທີ່​ຂອງ​ພວກ​ທະຫານ​ຝ່າຍ​ພັນທະ​ມິດ​ນັ້ນ.

ແຕ່​ປາ​ກິ​ສຖານ​ບໍ່​ຍອມຮັບ​ເອົາ​ການ​ລົງ​ຄວາມ​ເຫັນ​ດັ່ງກ່າວ.

ສາຍ​ພົວພັນ​ລະຫວ່າງ​ສະຫະລັດ​ແລະ​ປາ​ກິ​ສຖານ​ໄດ້​ເຄ່ງຕຶງ​ຂຶ້ນ ຍ້ອນ​ເຫດການຫລາຍໆ​ບັ້ນ
ທີ່ເກີດ​ຂຶ້ນຕິດ​ຕໍ່​ກັນ​ມາ ຮວມທັງ​ການ​ໂຈມ​ຕີທາງ​ອາກາດ​ໃນ​ເດືອນ​ພະຈິກນັ້ນ ຕະຫຼອດ​ທັງ​
ການ​ຍິງ​ຄົນ​ປາ​ກິ​ສຖານຕາຍ 2 ຄົນ​ທີ່​ເມືອງ Lahore ໂດຍ​ພະນັກງານ​ສັນຍາ​ຈ້າງ​ຂອງ
ໜ່ວຍ​ສືບ​ລັບ CIA ແລະການ​ປະຕິ​ບັດ​ງານ​ລັບ​ຂອງ​ໜ່ວຍ​ທະຫານ Navy SEAL ທີ່ໄດ້ສັງ
ຫານ​ນາຍ​ ໂອຊາ​ມາ ບິນ ລາ​ເດັນ ຜູ້ນໍາ​ເຄື່ອຂ່າຍ ອາລ​ກາ​ອິດາ ​ທີ່​ເມືອງ Abbottabad
ຂອງ​ປາ​ກິ​ສຖານນັ້ນ.

XS
SM
MD
LG