ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດແຜ່ນດິນໄຫວ ຂະໜາດແຮງ ທີ່ເມັກຊິໂກ


 ພວກດັບເພີງກໍາລັງພາກັນເກັບພວກຂາງທີ່ເຮັດດ້ວຍດິນຊີມັງທີ່ຕົກ
ລົງຈາກຂົວແຫ່ງນຶ່ງ ຕົກລົງໃສ່ລັດບັສຄັນນຶ່ງ ຍ້ອນແຜ່ນດິນໄຫວ
ໃນນະຄອນຫລວງຂອງເມັກຊິໂກ.
ວັນທີ 21 ມີນາ 2012.
ພວກດັບເພີງກໍາລັງພາກັນເກັບພວກຂາງທີ່ເຮັດດ້ວຍດິນຊີມັງທີ່ຕົກ ລົງຈາກຂົວແຫ່ງນຶ່ງ ຕົກລົງໃສ່ລັດບັສຄັນນຶ່ງ ຍ້ອນແຜ່ນດິນໄຫວ ໃນນະຄອນຫລວງຂອງເມັກຊິໂກ. ວັນທີ 21 ມີນາ 2012.

ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7.4 ຣິກ​ເຕີ ​ໄດ້ເກີດ​ຂຶ້ນໃກ້ໆ​ກັບ​ເມືອງ Acapulco ​ເລາະ​ແຄມ​ຝັ່ງ​ມະຫາ​ສະມຸດ​ປາຊີ​ຟິກຂອງ​ເມັກ​ຊິ​ໂກ ແຕ່​ປະທານາທິບໍດີ Felipe Calderon ກ່າວ​ວ່າ ບໍ່​ມີ​ລາຍ​ງານ​ແຈ້ງໃຫ້​ ຊາບ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ທີ່​ສໍາຄັນ​ຫຍັງ​ຫຼາຍ.

ກົມ​ສໍາ​ຫຼວດທໍລະນີວິທະຍາ​ສະຫະລັດ​ກ່າວ​ວ່າ ຈຸດ​ໃຈກາງ​ຂອງ​ແຜ່ນດິນ​ໄຫວ​ໃນ​ວັນ​ອັງຄານ​ວານ​ນີ້ ​ແມ່ນ​ຢູ່​ໃນ​ລັດ Guerrero ​ໃນ​ພາກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມັກ​ຊິ​ໂກ.

ແຜ່ນດິນ​ໄຫວ​ໄດ້​ເຮັດ​ໃຫ້​ພວກ​ຕຶກ​ອາຄານ​ຫຼາຍ​ຫຼັງ​ສັ່ນ​ສະ​ເທືອ​ນ​ໃນ​ນະຄອນຫຼວງ​ເມັກ​ຊິ​ໂກ​ຊີ​ຕີແລະ​ໄດ້​ເຮັດ​ໃຫ້ປະຊາຊົນ​ທີ່ພາກັນ​ແຕກຕື່ນ​ຕົກ​ໃຈ​ອອກ​ໄປ​ຢູ່​ກາງ​ຖະໜົນ​ສາຍ​ຕ່າງໆ​ໃນ​ນະຄອນຫຼວງ​ຂອງ​ປະ​ເທດ. ​ແຕ່​ເຈົ້າ​ຄອງ​ກຳ​ແພງນະຄອນ​ເມັກ​ຊິ​ໂກຊີ​ຕີທ່ານ Marcelo Ebrard ກ່າວ​ວ່າ ບໍ່​ໄດ້​ເຫັນ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ໃດໆ​ ໃນ​ລະຫວ່າງ​ການ​ຂີ່​ເຮືອບິນ​ເຮ​ລີ​ຄອບ​ເຕີ​ສໍາ​ຫຼວດ​ເບິ່ງ​ບ່ອນເກີດ​ແຜ່ນດິນ​ໄຫວ​ນັ້ນ.

ສູນ​ເຕືອນ​ໄພ​ຄື້ນຟອງ​ສຸ​ນາ​ມິ​ເຂດ​ມະຫາ​ສະມຸດ​ປາຊີ​ຟິກກ່າວ​ວ່າ ແຜ່ນດິນໄຫວ​ທີ່ຢູ່​ເລິກ​ເຂົ້າ​ໄປຈາກ​ເຂດ​ແຄມ​ຝັ່ງ​ທະ​ເລ​ ຈະ​ບໍ່​ພາ​ໃຫ້​ເກີດ​ຄື້ນຟອງ​ສຸ​ນາ​ມິ​ທີ່ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ແຜ່​ຫຼາຍ​ນັ້ນ​ແຕ່​ຜົນ​ກະທົບ​ຈາກ​ຄື້ນຟອງ​ສຸ​ນາ​ມິ​ພາຍ​ໃນ​ທ້ອງ​ຖິ່ນ​ອາດ​ເປັນ​ໄປ​ໄດ້.

ທີ່​ກຸງ​ວໍ​ຊິງ​ຕັນ ທໍານຽບຂາວ​ກ່າວ​ວ່າ ນາງ Malia ລູກ​ສາວ​ອາຍຸ 13 ປີ ຂອງ​ປະທາ​ນາ​ທິບໍດີ​ໂອ​ບາ​ມາ ​ໄດ້ຮັບ​ຄວາມ​ປອດ​ໄພ​ ຫຼັງ​ຈາກ​ໄດ້ເກີດແຜ່ນດິນ​ຢູ່​ໃນຂົງ​ເຂດ​ດັ່ງກ່າວ​ແລ້ວ ຊຶ່ງ​ເວລາ​ນີ້ ນາງ​ກໍາລັງ​ພັກຜ່ອນ​ກັບ​ພວກ​ໝູ່​ເພື່ອນ​ຂອງ​ນາງ​ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມັກ​ຊິ​ໂກ​ນັ້ນ.

ກ່ອນ​ໜ້າ​ນີ້ ກົມ​ສໍາ​ຫຼວດທໍລະນີວິທະຍາ​ຂອງ​ສະຫະລັດ​ໄດ້​ກະ​ຄວາມ​ແຮງ​ຂອງ​ແຜ່ນດິນ​ໄຫວປະມານ​ 7.6 ຣິກ​ເຕີກ່ອນຈະຫລຸດ​ລົງມາ​ເປັນ 7.4 ຣິກ​ເຕີ​ນັ້ນ.

XS
SM
MD
LG