ເຂື່ອນຫລາຍໆແຫ່ງ, ອ່າງເກັບນ້ຳ ແລະ ຂໍ້ຕົກລົງທາງກົດໝາຍຫຼາຍໆ ສະບັບໄດ້ຫັນເອົາແມ່ນ້ຳໂຄໂລຣາໂດ ໃຫ້ກາຍເປັນລະບົບນ້ຳ ທີ່ມີຄວາມສະຫລັບຊັບ ຊ້ອນສູງທີ່ຮອງຮັບຄວາມຕ້ອງການປະຊາຊົນຫຼາຍກວ່າ 40 ລ້ານຄົນ ໃນພາກຕາເວັນຕົກສຽງໃຕ້ຂອງອາເມຣິກາ
ການປ່ຽນແປງຂອງດິນຟ້າອາກາດ ແມ່ນເຮັດໃຫ້ການສະໜອງນ້ຳ ຢູ່ຕາມແມ່ນ້ຳສາຍຕ່າໆ ຂອງໂລກບໍ່ສາມາດຄາດຄະເນໄດ້.
ພາບຂອງຜູ້ອະວຸໂສຊາວອາຟຣິກາ ກໍາລັງຍ່າງຢູ່ເທິງເວທີເດີນແຟຊັ້ນໄດ້ກາຍເປັນເລື້ອງຮືຮາກັນຫລາຍໃນສື່ສັງຄົມ ໂດຍທີ່ມີຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ ຫລື AI ເພື່ອທ້າທາຍຄວາມຄິດແບບດັ້ງເດີມກ່ຽວກັບຜູ້ສູງອາຍຸອາຟຣິກາ.
ການເກັບແລະເອົາອາຍຄາບອນອອກຈາກສິ່ງແວດລ້ອມຂອງພວກເຮົາ ແມ່ນວິທີການອັນນຶ່ງ ທີ່ພວກນັກວິທະຍາສາດກໍາລັງຕໍ່ສູ້ກັບການປ່ຽນແປງຂອງ ດິນຟ້າອາກາດ. ບໍລິສັດດ້ານເທັກໂນໂລຈີ ທີ່ເລີ້ມຕົ້ນໃໝ່ແຫ່ງນຶ່ງ ໃນນະຄອນ ລອສ ແອນເຈີລີສ ກໍາລັງພັດທະນາວິທີ ທີ່ຈະດຶງເອົາອາຍຄາບອນໄດອອກໄຊ ອອກຈາກມະຫາສະຫມຸດ.
ນັກສິລະປິນເທີກີ, ທ່ານຣີຟິກ ອານາໂດລ (Refik Anadol) ສ້າງ "ຮູບແຕ້ມຂອງຂໍ້ມູນ" ແລະ "ປະຕິມາກໍາຂອງຂໍ້ມູນ" ຂຶ້ນມາໂດຍການໃຊ້ຊອບແວທີ່ສ້າງຂຶ້ນ ມາສະເພາະເພື່ອປ່ຽນຊຸດຂໍ້ມູນໃຫ້ກາຍເປັນສິລະປະ
ພວກນັກຄົ້ນຄວ້າ ຢູ່ມະຫາວິທະຍາໄລ ໃນລັດແມຣີແລນ ຂອງສະຫະ ລັດ ກໍາລັງໃຊ້ປັນຍາປະດິດເພື່ອວິນິດໄສ ແລະປິ່ນປົວພະຍາດທີ່ຮ້າຍແຮງໄດ້ດີ ກວ່າເກົ່າ. Julie Taboh ນັກຂ່າວຂອງວີໂອເອ ມີລາຍລະອຽດເພີ່ມເຕີມ ຢູ່ໃນ ລາຍການ LogOn ມື້ນີ້
ຢູ່ໃນພາກຕາເວັນຕົກຂອງສະຫະລັດນັ້ນ ເຈົ້າໜ້າທີ່ປ່າໄມ້ກໍາລັງເຮັດວຽກເພື່ອຫຼຸດຜ່ອນໄພຂົ່ມຂູ່ຈາກໄຟໄຫມ້ປ່າ ໂດຍການຕັດກິ່ງໄມ້ອອກຢູ່ໃນປ່າ ທີ່ກວ້າງເກືອບຮອດ 20 ລ້ານເຮັກຕາ ເພື່ອເຮັດໃຫ້ປ່າບາງລົງ. Shelley Schlender ມີລາຍງານມາຈາກລັດໂຄໂລຣາໂດ.
ຮ້ານຄາລິແອັກສເປຣັສ ຈະໄດ້ຮັບການບໍລິການໂດຍຫຸ່ນຍົນທີ່ປຸງແຕ່ງອາຫານຢູ່ໃນເຮືອນຄົວ ແລະ AI ຈະເປັນຜູ້ຮັບການສັ່ງອາຫານຂອງລູກຄ້າ
ພວກນັກພັດທະນາດ້ານເທັກໂນໂລຈີ ຢູ່ມະຫາວິທະຍາໄລລັດແມຣີແລນ ກໍາລັງໃຊ້ກ້ອງຖ່າຍຮູບພາບແບບ 3 ທີ່ເໝືອນຈິງ ຫລື holographic ເພື່ອບັນ ທຶກການເຄື່ອນໄຫວຂອງຄົນໃນສາມມິຕິ ຫລືສາມດ້ານ ສໍາລັບສິ່ງທີ່ສາມາດເປັນການຝຶກອົບຮົມ, ການສຶກສາແລະການບັນເທີງທີ່ມີຜົນກະທົບສູງ
ສໍາລັບຜູ້ຈັດການນໍ້າໃນເຂດທີ່ປະສົບໄພແຫ້ງແລ້ງ ການພະຍາກອນຢ່າງຖືກຕ້ອງແມ້ນຢໍາ ກ່ຽວກັບວ່າ ຈະມີນໍ້າໄວ້ໃຫ້ໃຊ້ຫລາຍປານນັ້ນ ແມ່ນມີຄວາມສໍາຄັນຫຼາຍ.
ນັກດົນຕຣີ ນາງ ຮອລລີ ເຮີນເດິນ ໄດ້ພັດທະນາແອັບພລີເຄຊັ້ນທີ່ເອີ້ນວ່າ Holly+ ທີ່ອະນຸຍາດໃຫ້ຄົນຮ້ອງເພງຜ່ານສຽງຂອງລາວໃນເວລາຈິງ.
ພວກນັກຄົ້ນຄວ້າໃນອອສເຕຣເລຍ ໄດ້ພັດທະນາວິທີເຮັດໄຮໂດຣເຈນຈາກການໃຊ້ນໍ້າທະເລ ໂດຍປາດສະຈາກຂະບວນການແຍກເກືອອອກຈາກນໍ້າ ທີ່ມີຄ່າໃຊ້ ຈ່າຍສູງ. ສິ່ງນີ້ ສາມາດເປັນຂີດໝາຍຄວາມກ້າວໜ້າໃໝ່ໃນການຜະລິດໄຮໂດຣເຈນທີ່ສະອາດ ຈາກແຫຼ່ງທີ່ອຸດົມສົມບູນ, ເປັນມິດຕໍ່ສິ່ງແວດລ້ອມ
ໂຫລດຕື່ມອີກ
No live streaming currently available