ບໍລິສັດລັດຄາລິຟໍເນຍແຫ່ງນຶ່ງກຳລັງຫັນປ່ຽນເຮືອບິນທີ່ໃຊ້ນ້ຳມັນເຊື້ອໄຟ ໃຫ້ໄປແລ່ນດ້ວຍໄຮໂດຣເຈນ ເພື່ອຫຼຸດຜ່ອນການປ່ອຍອາຍພິດ ທີ່ເປັນອັນ ຕະລາຍຕໍ່ສິ່ງແວດລ້ອມລົງ. Genia Dulot ມີລາຍງານ ກ່ຽວກັບການໄປເບິ່ງເຮືອບິນທີ່ທົດລອງໃຊ້ໄຮໂດຣເຈນ ເພື່ອບິນຂຶ້ນໄປເທິງຟ້າແລ້ວ ຊຶ່ງບົວສະຫວັນ ຈະນໍາ ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ໂດຍທີ່ມີນ້ຳທະເລທີ່ອຸ່ນຂຶ້ນເປັນໄພຂົ່ມຂູ່ຕໍ່ປະກາລັງ ຫລືດອກຫີນສ່ວນໃຫຍ່ຂອງໂລກ, ນັກນິເວດວິທະຍາບາງຄົນ ກຳລັງໃຊ້ເທັກໂນໂລຊີທີ່ງ່າຍດາຍ ເພື່ອຊ່ວຍຟື້ນຟູມັນ. Julie Taboh ນັກຂ່າວວີໂອເອ ມີລາຍລະອຽດເພີ່ມເຕີມກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີ ທ່ານໃນອັນດັບຕໍ່ໄປ.
ການອັດສີດເງິນຫຼາຍຕື້ໂດລາ ເຂົ້າໄປໃນແນວທາງແກ້ໄຂບັນຫາສີຂຽວ ເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ ແມ່ນເປັນສິ່ງທີ່ສຳຄັນອັນດັບນຶ່ງຂອງຝ່າຍບໍລິຫານ ຂອງທ່ານໄບເດັນ ໃນປີ 2023.
ຫຸ່ນຍົນສ່ວນໃຫຍ່ແມ່ນຕ້ອງການແບດເຕີຣີ ທີ່ຄ່ອຍໆເສື່ອມພະລັງລົງເມື່ອໃຊ້ເປັນໄປດົນໆ, ຊຶ່ງເຮັດໃຫ້ເກີດບັນຫາໃນການໃຊ້ງານ ແລະສິ່ງເສດເຫຼືອດ້ານສິ່ງແວດລ້ອມ. ໃນລາຍການ LogOn, ນາຕາຊາ ມົສໂກ ວາຢາ ໄດ້ໄປທີ່ມະຫາວິທະຍາໄລວໍຊິງຕັນເພື່ອເບິ່ງໂຣບອດນ້ອຍໆ ທີ່ບໍ່ມີແບັດເຕີຣີທີ່ຊອກຫາແຫຼ່ງພະລັງງານຂອງມັນດ້ວຍຕົວເອງ
ຜູ້ທີ່ສ້າງຄວາມຈູງໃຈສູງທາງດິຈິຕອລອອນໄລນ໌ ສ້າງລາຍໄດ້ຫຼາຍ ລ້ານໂດລາໂດຍການຂາຍຜະລິດຕະພັນແລະການບໍລິການຢູ່ໃນສື່ສັງຄົມ. ແຕ່ວ່າໂດຍມີການພັດທະນາຂອງປັນຍາປະດິດ, ຜູ້ທີ່ໂດ່ງດັງຢູ່ໃນອິນເຕີແນັດທີ່ເປັນມະນຸດເຫຼົ່ານີ້ ກໍາລັງປະເຊີນກັບການແຂ່ງຂັນຈາກສັນຍາລັກຕົວແທນແບບເໝືອນຈິງ ຜູ້ທີ່ບໍ່ເຄີຍຢຸດ ເພື່ອພັກ ຜ່ອນຫລັບນອນເລີຍ.
ການຄົ້ນຄວ້າໂດຍນັກທໍລະນີສາດ ໃນລັດຢູທາ, ທາງພາກຕາເວັນຕົກຂອງສະຫະລັດສາມາດຂະຫຍາຍຈໍານວນສະຖານທີ່ ທີ່ຄົນຢູ່ໃນໂລກສາມາດນໍາໃຊ້ພະລັງງານຄວາມຮ້ອນໃຕ້ດິນໄດ້. Lindsay Daniels ມີລາຍງານເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ
ອຸປະກອນມືຖືດັ່ງກ່າວ ຈະຊ່ວຍແພດຊ່ຽວຊານພະຍາດຍິງ ສາມາດກວດຫາ ແລະ ປິ່ນປົວບັນຫາຂອງມົດລູກ ໂດຍປາສະຈາກການໃຊ້ຢາສະຫລົບ ຫຼື ໃຊ້ອຸປະກອນທີ່ມີລາຄາແພງ
ສຳລັບຊາວກະສິກອນ ໃນພາກຕາເວັນຕົກສຽງຕອນກາງຂອງສະຫະ ລັດແລ້ວ, ເທັກໂນໂລຈີທີ່ຄວບຄຸມຕົນເອງຢ່າງອັດຕະໂນມັດ ທີ່ກໍາລັງພົ້ນເດັ່ນຂຶ້ນ ແມ່ນສາມາດຫຼຸດຜ່ອນຕົ້ນທຶນ ແລະເພີ່ມປະສິດທິພາບໃນຕ່ອງໂສ້ການສະໜອງ ດ້ານກະສິກຳໄດ້. ໃນລາຍການ LogOn ມື້ນີ້, ເຄນ ຟາຣາບັຟ ສະແດງໃຫ້ເຫັນຜົນປະໂຫຍດ ທີ່ອາດນໍາມາໂດຍເທັກໂນໂລຈີ ທີ່ໃຊ້ຢູ່ໃນຟາມ
ໂດຍທີ່ທຳນຽບຂາວໃຫ້ທຶນເພື່ອເອົາລົດໄຟຟ້າລົງໄປແລ່ນຢູ່ຕາມຖະໜົນຫົນທາງຫຼາຍຂຶ້ນ, ບາງລັດກໍກຳລັງໃຊ້ເງິນນັ້ນເພື່ອສ້າງເຄືອຂ່າຍສາກຍານພາຫະນະໄຟຟ້າ ຫລື EV ທີ່ວ່ອງໄວ ໂດຍເປັນພາກສ່ວນຂອງຕົນ.
ປັນຍາປະດິດ ຫລື AI ກໍາລັງສະໜອງວິທີການໃໝ່ໆ ເພື່ອໃຫ້ຄົນຈົດຈໍາຄົນທີ່ຕົນຮັກທີ່ຕາຍໄປແລ້ວໄດ້. ແຕ່ວ່າ ບໍ່ແມ່ນມັນກໍາລັງກ້າວລ້ຳຈົນເກີນໄປໂພດບໍ? Maxim Moskalkov ນັກຂ່າວວີໂອເອມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນຕໍ່ໄປ.
"ຂ້ອຍກຳລັງເຮັດໃຫ້ປາຍແຂນຂອງຂ້ອຍຫົດເຂົ້າ ຢູ່ຂ້າງນີ້ຂອງແຂນເພື່ອກໍາມືໄວ້ ແລະຫຼັງຈາກນັ້ນຂ້ອຍກໍກົດກ້າມຊີ້ນຢູ່ຂ້າງນອກໜີ້ ໃຫ້ຫົດເຂົ້າ ເພື່ອເປີດມື ອອກ."
…ໄຮໂດຣເຈນສີຂຽວ ເປັນເຊື້ອໄຟທີ່ສະອາດ ທີ່ນັບມື້ ນັບຖືກໃຊ້ເປັນແຫຼ່ງພະລັງງານທາງເລືອກໃນຫຼາຍໆ ອຸດສາຫະກໍາ
ໂຫລດຕື່ມອີກ
No live streaming currently available