ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2023 ເປັນປີທີ່ປັນຍາປະດິດ ໄດ້ປະສົບຄວາມສຳເລັດ ໃນຫຼາຍດ້ານ


2023: The Year Artificial Intelligence Broke Through
please wait

No media source currently available

0:00 0:03:04 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ຈາກ​ຊອ​ຟ​ແວ ChatGPT ຫາ​ຜົນ​ກະ​ທົບ​ຂອງ​ການ​ຮຽນ​ຮູ້​ຂອງ​ເຄື່ອງ​ຈັກ ກ່ຽວ​ກັບ ອຸດ​ສາ​ຫະ​ກຳ​ເພງ ແລະ ຮູບ​ເງົາ, ການ​ສຶກ​ສາ ແລະ ການ​ເມືອງ, ເທັກ​ໂນ​ໂລ​ຈີປັນ​ຍາ​ປະ​ດິດ​ໄດ້​ຄອບ​ງຳ​ຂ່າວ ກ່ຽວ​ກັບ ເທັກ​ໂນ​ໂລ​ຈີ​ໃນ​ປີ 2023. ນັກ​ຂ່າ​ວ​ວີ​ໂອ​ເອ ດີ​ນາ ມິດ​ແຊ​ລ໌ ມີ​ລາຍ​ງານ, ເຊິ່ງ​ ພຸດ​ທະ​ສອນ ມີ​ລາຍ​ລະ​ອຽດ.

ເທັກ​ໂນ​ໂລ​ຈີ​ປັນ​ຍາ​ປະ​ດິດ ຫຼື AI ແມ່ນ​ໄດ້​ຊຶມ​ເຂົ້າ​ໄປ​ໃນ​ອຸດ​ສາ​ຫະ​ກຳຫຼາຍ​ຂະ​ແໜງ​ໃນ​ປີ 2023

ດ້ວຍ​ຜົນ​ກະ​ທົບ​ຢ່າງຫຼວງຫຼາຍ​ສຳ​ລັບ​ອຸດ​ສາ​ຫະ​ກຳ​ເພງ ແລະ ຮູບ​ເງົາ, ການ​ສຶກ​ສາ ແລະ ການ​ໂຄ​ສະ​ນາ​ທາງ​ການ​ເມືອງ.

ແຕ່​ການ​ປ່ຽນ​ແປງ​ທີ່​ໃຫຍ່​ທີ່​ສຸ​ດ​ແມ່ນ​ນອນ​ຢູ່ໃນ​ມື​ຂອງ​ຜູ້​ບໍ​ລິ​ໂພກ​ໂດຍ​ກົງ, ດ້ວຍ​ຊອ​ຟ​ແວ ChatGPT ໄດ້​ເຮັດ​ໃຫ້​ຜູ້​ທີ່ບໍ່​ແມ່ນ​ນັກ​ສ້າງ​ໂປ​ຣ​ແກ​ຣມ ມີ​ອຳ​ນາດ​ຕໍ່​ການ​ສ້າງ​ຂໍ້​ຄວາມ, ຮູບ​ພາບ, ວິ​ດີ​ໂອ, ເພງ ແລະ ລະ​ຫັດ​ຜ່ານ​ຕ່າງ​ໆ​ຂອງ​ຊອ​ຟ​ແວ.

ພວກ​ນັກ​ສຶກ​ສາ​ແມ່ນ​ໄດ້​ຍຶດ​ເອົາ​ເທັກ​ໂນ​ໂລ​ຈີ​ດັ່ງ​ກ່າວ​ຢ່າງວ່ອງ​ໄວ, ຈົນ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຕໍ່​ບັນ​ດາ​ນາຍ​ຄູ່​ຈຳ​ນວນ​ນຶ່ງ​ທີ່​ວ່າ​ມັນ​ຄື​ກັບ​ການ​ສໍ້​ໂກງ. ແຕ່ນາຍ​ຄູ ດອນ​ນີ ເພຍ​ຊີ ເຫັນ​ມັນ​ແຕກ​ຕ່າງ.

ທ່າ​ນ​ນາງ ດອນ​ນີ ເພຍ​ຊີ, ນາຍ​ຄູ​ສອນ​ຊັ້ນ​ປໍ 5 ກ່າວ​ວ່າ “ຄວາມ​ຄິດ ກ່ຽວ​ກັບ AI ໃນ​ການ​ສຶກ​ສາ, ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ ກ່ຽວ​ກັບ ຄວາມ​ເປັນ​ຫ່ວງ​ຢ່າງ​ແນ່ນອນ, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ມັນ​ຈະ​ມີ​ສິ່ງ​ດີຫຼາຍກວ່າອອກ​ມາ ເວ​ລາ​ທີ່​ນາຍ​ຄູ​ທັງຫຼາຍ​ຮູ້​ວິ​ທີ​ໃຊ້​ມັນ​ທີ່​ດີ​ທີ່​ສຸດ.”

ທ່ານ​ນາງ ເພຍ​ຊີ ອະ​ນຸ​ຍາດ​ໃຫ້​ພວກ​ນັກ​ຮຽນ​ໃຊ້ ChatGPT ເພື່ອ​ສ້າງ​ລະ​ຄອນ ແລ້ວ​ກໍ​ປ່ຽນ​ມັນ​ໜ້ອຍ​ນຶ່ງ​ເພື່ອ​ເຮັດ​ໃຫ້​ມັນ​ເປັນ​ຂອງ​ເຂົາ​ເຈົ້າ​ເອງ.

ນາງ ແຄ​ເທີ​ຣິ​ສ ແມັກ​ຄໍ​ມິກ, ນັກ​ຮຽນ​ຊັ້ນ​ປໍ 5 ກ່າວ​ວ່າ “AI ໄດ້​ຂຽນ​ບົດ​ລະ​ຄອນ​ໃຫ້​ເຮົາ​ໝົດ​ເລີຍ, ແລະ ພວກ​ເຮົາ​ຮອດບໍ່​ຮູ້​ດ້ວຍ​ຊ້ຳ​ວ່າ​ມັນ​ມີ​ຫຸ່ນ​ຍົນ ແລະ ການ​ເດີນ​ທາງ​ຂ້າມ​ເວ​ລາ​ຮ່ວມ​ນຳ​ດ້​ວຍ.”

ນັກ​ດົນ​ຕ​ຣີ ນາງ ຮອ​ລ​ລີ ເຮີນ​ເດິນ ໄດ້​ພັດ​ທະ​ນາ​ແອັບ​ພ​ລີ​ເຄ​ຊັ້ນ​ທີ່​ເອີ້ນ​ວ່າ Holly+ ທີ່​ອະ​ນຸ​ຍາດ​ໃຫ້​ຄົນ​ຮ້ອງ​ເພງ​ຜ່ານ​ສຽງ​ຂອງ​ລາວ​ໃນ​ເວ​ລາ​ຈິງ.

ນັກ​ດົນ​ຕ​ຣີ Pher ທຳ​ການ​ສະ​ແດງ​ຢູ່​ທີ່ນີ້.

ເທັກ​ໂນ​ໂລ​ຈີ​ທີ່​ຄ້າຍ​ຄື​ກັນ​ຖືກ​ໃຊ້​ໂດຍ​ເຈົ້າ​ຂອງ TikTok ທີ່ບໍ່​ອອກ​ຊື່​ເພື່ອ​ສ້າງ​ເພງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊື່​ວ່າ “Heart on My Sleeve,” ເຊິ່ງ​ຟັງ​ຄື​ດາ​ຣາ​ຊັ້ນ​ນຳເຊັ່ນ​ທ້າວ ເດ​ຣກ ແລະ Weekend.

ນາງ ຮອ​ລ​ລີ ເຮີນ​ເດິນ ກ່າວ​ວ່າ “ຂ້ອຍ​ຄິດ​ວ່າ​ດຽວນີ້​ມັນ​ເບິ່ງ​ຄື​ວ່າ​ເປັນ​ຕາ​ຢ້ານ ຫຼາຍ ແລະ ຂ້ອຍ​ເຂົ້າ​ໃຈ​ເປັນ​ຢ່າງ​ດີ​ວ່າ​ເປັນຫຍັງ​ຄົນ​ຈຶ່ງ​ຢ້ານ ກ່ຽວ​ກັບ ມັນ, ແຕ່​ຂ້ອຍ​ຄິດ​ວ່າ​ໃນ​ອະ​ນາ​ຄົດ, ມັນ​ອາດ​ເປັນ​ບາງ​ສິ່ງ​ທີ່​ມ່ວນ​ຊື່ນຫຼາຍ ແລະ ມັນ​ມີ​ວິ​ທີ​ທີ່​ນັກ​ສິ​ລະ​ປະ​ບໍ່​ຈຳ​ເປັນ​ຕ້ອງ​ຮູ້​ສຶກວ່າ​ເຂົາ​ເຈົ້າ​ໄດ້​ປະ​ຖິ້ມ​ການ​ຄວບ​ຄຸມ​ວຽກ​ງານ​ຂອງ​ເຂົາ​ເຈົ້າ​ທັງ​ໝົດ.”

ບັນ​ຫາ​ການ​ໃຊ້​ວຽກ​ງານ​ຂອງ​ຄົນ​ອື່ນ​ເພື່ອ​ສ້າງ​ຊຸດ​ຂໍ້​ມູນ AI ແມ່ນ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ນັດ​ຢຸດ​ງານ​ຂອງ​ບັນ​ດາ​ນັກ​ສະ​ແດງ ແລະ ນັກ​ຂຽນ​ຂອງ​ຮໍ​ລີ​ວູດ. ທ່ານ ດັງ​ແຄນ ແຄ​ຣບ​ທ​ຣີ-ໄອ​ແລນ ໄດ້​ຊ່ວຍ​ເຈ​ລະ​ຈາ​ສັນ​ຍາ​ໃໝ່​ຂອງ​ບັນ​ດາ​ນັກ​ສະ​ແດງ​ກັບ​ຄ້າຍ​ຕ່າງໆ.

ທ່ານ ດັງ​ແຄນ ແຄ​ຣບ​ທ​ຣີ-ໄອ​ແລນ, ນັກ​ເຈ​ລະ​ຈາ​ສະ​ຫະ​ພັນ​ບັນ​ເທີງ​ກ່າວ​ວ່າ “ສິ່ງ​ທີ່​ຕ້ອງ​ການ​ແມ່ນ​ການ​ແຈ້ງ​ຄວາມ​ຍິນຍອມ ແລະ ການ​ຊົດ​ເຊີຍ​ທີ່​ເປັນ​ທຳ. ນັ້ນ​ແມ່ນ​ກະ​ແຈ​ຫຼັກ​ທີ່​ສຳ​ຄັນ​ທີ່​ພວກ​ເຮົາ​ກຳ​ລັງ​ຕໍ່​ສູ້​ເພື່ອ. ແລະ​ພ້ອມ​ກັນ​ນັ້ນ, ຂໍ້​ຈຳ​ກັດ ກ່ຽວ​ກັບ ການ​ໃຊ້ AI. ທີ່​ເວົ້າ​ມາ​ທັງ​ໝົດ​ນັ້ນ​ແມ່ນ​ມີ​ຢູ່​ໃນ​ສັນ​ຍານີ້.”

ເທັກ​ໂນ​ໂລ​ຈີ AI ຍັງ​ຖືກ​ໃຊ້​ເພື່ອ​ສ້າງວິ​ດີ​ໂອ​ການ​ເມືອງ​ປອມ ກ່ຽວ​ກັບ ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ 2024. ວິ​ດີ​ໂອນີ້​ມາ​ຈາກ​ກຸ່ມ​ທີ່​ເປັນ​ສະ​ມາ​ຊິກພັກ​ຣີ​ພັບ​ບ​ລີ​ກັນທີ່​ເປັນ​ຄູ່​ແຂ່ງກັບ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ລວມ​ມີ​ພາບ AI ຂອງ​ທ່ານ ທ​ຣຳ ກອດ​ກັບ​ອະ​ດີດ​ຫົວ​ໜ້າ​ທີ່​ປຶກ​ສາ​ການ​ແພດ​ທຳ​ນຽບ​ຂາວ​ ດຣ. ແອນ​ໂທ​ນີ ຟາວ​ຈີ, ຜູ້​ທີ່ບໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​ໃນ​ຜູ້​ລົງ​ຄະ​ແນນ​ສຽງ​ພັກ​ຣີ​ພັບ​ບ​ລີ​ກັນຫຼາຍ​ຄົນ.

ອາ​ຈານ​ສອນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ສ​ແຕນ​ຝອດ ທ່ານ ຈີ ຫວັງ​ ເວົ້າ​ວ່າ​ເທັກ​ໂນ​ໂລ​ຈີ​ແມ່ນ​ກຳ​ລັງ​ແຊງ​ໜ້າ​ບັນ​ດາ​ຜູ້​ອອກ​ກົດ​ລະ​ບຽບ​ທີ່​ເປັນ​ມະ​ນຸດ. ທ່ານ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ຜ່ານ​ທາງ Zoom.

ທ່ານ ຈີ ຫວັງ ກ່າວວ​ວ່າ “ກ່ອນ​ທີ່​ພວກ​ເຮົາ​ຈະ​ມີ​ໂອ​ກາດ​ທີ່​ຈະ​ຮູ້​ສິ່ງ​ນຶ່ງໝາຍ​ຄວາມ​ວ່າ​ຫຍັງ, ສິ່ງ​ສຳ​ຄັນ​ທີ່​ຖືກ​ກ່າວ​ຢ້ຳ​ ແລະ ບໍ່​ຖືກ​ກ່າວ​ຢ້ຳອັນ​ຕໍ່​ໄປ​ແມ່ນ​ຂຶ້ນ​ຢູ່​ກັບ​ເຮົາ. ສິ່ງ​ທີ່​ເປັນ​ຄວາມ​ສ່ຽງ​ແມ່ນ​ວິ​ທີ​ທີ່​ພວກ​ເຮົາ​ສື່​ສານ​ກັນ, ວິ​ທີ​ທີ່​ເຮົາ​ເຮັດ​ວຽກ, ວິ​ທີ​ທີ່​ເຮົາ​ປົກ​ຄອງ.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ລັດ​ຖະ​ບານ​ກາງ​ໄດ້​ສະ​ເໜີ​ມາດ​ຕະ​ການ​ຕ່າງໆ​ທີ່​ແນ​ເປົ້າ​ໃສ່​ການ​ໃຊ້​ຮູບ​ພາບ​ປອມ ແລະ ຫົວ​ຂໍ້​ກ​ານ​ຄວບ​ຄຸມ​ອື່ນ​ໃນ​ການ​ເລືອກ​ຕັ້ງ​ລັດ​ຖະ​ບານ​ກາງ. ປະ​ທາ​ນາ​ທິບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ເຊັນ​ດຳ​ລັດ​ສະ​ບັບ​ນຶ່ງ​ ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ ເຊິ່ງ​ຈະ​ສ້າງ​ຕັ້ງ​ມາດ​ຕະ​ຖານ​ໃໝ່​ສຳ​ລັບ​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ປັນ​ຍາ​ປະ​ດິດ.

Generative AI infiltrated many industries in 2023 with substantial impacts for the music and film industry, academia and political advertising.

But the biggest change lay directly in the hands of consumers, with ChatGPT giving non-programmers the power to generate text, images, videos, music and software codes.

Students were quick to embrace the technology, sounding alarms among some teachers that it is akin to cheating. Teacher Donnie Piercey sees it differently.

"The idea of AI in education, I definitely understand the concern, but I feel like there's going to be so much more good that comes out once we as teachers figure out how best to use it."

Piercy let students use ChatGPT to create a play and then tweak it to make it their own.

"The AI wrote us the entire script, and we didn't even know there was going to be robot and time traveling involved."

Musician Holly Herndon developed an app called

Holly+ that allows people to sing through her voice in real-time.

Musician Pher demonstrates here.

Similar technology was used by an anonymous TikToker to create the viral hit “Heart on My Sleeve,”

which sounded like megastars Drake and The Weeknd.

“I think right now it seems really scary and I completely understand why people are apprehensive about it, but I think in the future, it could be something that's really playful and that there are ways where the artist doesn't necessarily feel like they have relinquished all control over their work.”

The issue of using other people's work to create generative AI datasets was central to the Hollywood actors’ and writers’ strikes. Duncan Crabtree-Ireland helped negotiate the actors’ new contract with studios.

“What we needed was informed consent and fair compensation. Those were the key principles we were fighting for. And also, limitations on the use of generative AI. All of those things exist in this contract.”

Generative AI has also been used to create political deepfakes ahead of the 2024 U.S. presidential election. This video from a group affiliated with a Republican rival to former President Donald Trump included AI-generated images of Trump hugging former White House chief medical adviser Dr. Anthony Fauci, who is unpopular among many Republican voters. ((end credit))

Stanford University professor Ge Wang says technology is outpacing human regulators. He spoke to VOA over Zoom.

“Before we’ve even had a chance to really figure out what one thing really means,

the next quote-unquote groundbreaking thing is upon us. What’s at stake is how we communicate, how we work, how we govern.”

Federal lawmakers have introduced measures targeting the use of deepfakes and other manipulated content in federal elections. U.S. President Joe Biden signed an executive order in October which establishes new standards for AI safety and security.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG