ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ການຈຳລອງໂດຍຄອມພິວເຕີ ຊ່ວຍໃຫ້ຜູ້ໃຊ້ແມ່ນ້ຳທັງຫຼາຍ ໃນສະຫະລັດ ສາມາດຈັດການນຳການປ່ຽນແປງຂອງດິນຟ້າອາກາດໄດ້


ເຊີນຮັບຊົມ ລາຍການ LogOn: ການຈຳລອງດ້ວຍຄອມພິວເຕີ ສາມາດຊ່ວຍຜູ້ນຳໃຊ້ແມ່ນໍ້າ ຈັດການກັບການປ່ຽນແປງດ້ານດິນຟ້າອາກາດ

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ​ແມ່ນ​ເຮັດ​ໃຫ້​ການ​ສະ​ໜອງ​ນ້ຳ ​ຢູ່ຕາມ​ແມ່​ນ້ຳສາຍຕ່າໆ ​ຂອງ​ໂລກບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​. ສິ່ງນັ້ນ​ເຮັດ​ໃຫ້​ມັນ​ມີ​ຄວາມ​ທ້າ​ທາຍນັບມື້ນັບ​ເພີ່ມ​ຂຶ້ນ ​ໃນ​ການ​ຈັດການເລື້ອງ​ຄວາມ​ຕ້ອງ​ການນໍ້າສູງຂອງ​ຕົວ​ເມືອງ, ຂອງຟາມ ແລະ​ເຄື່ອງ​ຜະ​ລິດ​ໄຟ​ຟ້າ​ນ້ຳ​ຕົກຕ່າງໆ. ການຈໍາລອງຄອມພິວເຕີຊ່ວຍໃຫ້ຜູ້ຈັດການເລື້ອງ ນໍ້າສາມາດຕັດສິນໃຈໄດ້.

ເຂື່ອນຫລາຍໆແຫ່ງ, ອ່າງເກັບນ້ຳ ແລະ ຂໍ້ຕົກລົງທາງກົດໝາຍຫຼາຍໆ ສະບັບໄດ້ຫັນເອົາແມ່ນ້ຳໂຄໂລຣາໂດ ໃຫ້ກາຍເປັນລະບົບນ້ຳ ທີ່ມີຄວາມສະຫລັບຊັບ ຊ້ອນສູງທີ່ຮອງຮັບຄວາມຕ້ອງການປະຊາຊົນຫຼາຍກວ່າ 40 ລ້ານຄົນ ໃນພາກຕາເວັນຕົກສຽງໃຕ້ຂອງອາເມຣິກາ.

7 ລັດ​ຢູ່ໃນ​ສະຫະລັດ, ສອງ​ລັດໃນ​ເມັກ​ຊິ​ໂກ, ​ແລະ ​ຊົນ​ເຜົ່າດັ້ງເດີມໃນ 30 ເຂດ ​ລ້ວນ​ແຕ່​ມີ​ສິດ​ໃຊ້​ນ້ຳ ຢູ່ໃນ​ແມ່​ນ້ຳສາຍຕ່າງໆນັ້ນ.

ລະບົບທີ່ວ່ານີ້ ແມ່ນຂຶ້ນກັບການປ່ອຍນໍ້າຢ່າງກົງກັັບເວລາທີ່ແນ່ນອນ ອອກມາຈາກອ່າງເກັບນໍ້າສອງແຫ່ງ ທີ່ໃຫຍ່ທີ່ສຸດໃນສະຫະລັດ, ນັ້ນກໍຄືທະເລສາບມີດ (Mead) ແລະທະເລສາບພາວ (Powell). ບັດນີ້, ການປ່ຽນແປງຂອງດິນຟ້າອາກາດທີ່ຮຸນແຮງກໍາລັງເຮັດໃຫ້ການຈັດການແມ່ນໍ້າຕ່າງມີຄວາມທ້າທາຍຫຼາຍຂຶ້ນ.

ທ່ານນາງ ເອດິດ ຊະກອນນາ (Edith Zagona) ນໍາພາທີມງານຂອງມະຫາ ວິທະຍາໄລ ໂຄໂລຣາໂດ ທີ່ພັດທະນາແວຣີເບີແວຣ໌ (RiverWare) ຊຶ່ງເປັນ ໂປຣແກຣມສ້າງແບບຈໍາລອງສະແດງໃຫ້ເຫັນວ່ານໍ້າຈະເປັນແນວໃດຖ້າພາຍໃຕ້ສະຖານະການຕ່າງໆ ທີ່ແຕກຕ່າງກັນ.

ທ່ານນາງຊະກອນນາ ນັກຄົ້ນຄວ້າ ຈາກມະຫາວິທະຍາໄລໂຄໂລຣາໂດເມືອງບາວເດີ້ກ່າວວ່າ:

"ພວກເຮົາໄດ້ຂະຫຍາຍມັນອອກ, ແລະພວກເຮົາສາມາດເຫັນທະເລສາບພາວ (Powell) ທີ່ສໍາຄັນຫຼາຍ ແລະມັນມີຂະບວນການປ່ຽນແປງທາງດ້ານວັດຖຸ ແລະຂໍ້ມູນທັງຫມົດທີ່ກ່ຽວຂ້ອງກັບທະເລສາບພາວອີກດ້ວຍ."

ການ​ຄາດ​ຄະ​ເນ​ດິນ​ຟ້າ​ອາ​ກາດ, ອັດ​ຕາ​ການ​ລະ​ເຫີຍ​, ການ​ຜະ​ລິດ​ພະ​ລັງ​ງານ – ແລະ​ປັດ​ໄຈ​ອື່ນໆ​ທັງ​ຫມົດ​ທີ່​ມີ​ຜົນ​ກະ​ທົບ​ຕໍ່ນໍ້າ​ໃນຂະບວນການໄຫຼ​ຂອງມັນ​ແມ່ນ​ລວມ​ຢູ່​ໃນ​ຕົວ​ແບບທີ່ວ່ານີ້​.

ອົງການຂອງລັດຖະບານກາງ ທີ່ຈັດການເລື້ອງນໍ້າ ແມ່ນໃຊ້ໂປຣແກຣມ RiverWare ເພື່ອສ້າງສະຖານະການຕ່າງໆເຊັ່ນວ່າ ນໍ້າຈະປະຕິບັດການແນວໃດໃນປີທີ່ມີໄພແຫ້ງແລ້ງຫຼາຍ.

ທ່ານນາງຊະກອນນາກ່າວອີກວ່າ:
"ຄວາມສາມາດເພິ່ງພາອາໄສໄດ້ຂອງທະເລສາບພາວແມ່ນຫຍັງ ກໍແມ່ນການທີ່ສາມາດປ່ອຍນໍ້າຂອງມັນໄປໃຫ້ຜູ້ໃຊ້ນໍ້າທີ່ຂັດສົນທີ່ສຸດຢູ່ເຂດລຸ່ມຂອງແມ່ນໍ້າ?"

ການເຮັດໃຫ້ຜູ້ໃຊ້ນໍ້າທັງຫມົດເຫັນພ້ອມນໍາກັນກ່ຽວກັບວ່າ ຈະແບ່ງປັນນໍ້າແນວ ໃດອາດຈະເປັນເລື່ອງຍາກ. ຜູ້ມີສ່ວນຮ່ວມສ່ວນໃຫຍ່ທີ່ປັດຈຸບັນນີ້ໃຊ້ໂປຣແກຣມ RiverWare ແລະເວທີດຽກັນ ໄດ້ຊ່ວຍຜ່ອນຄາຍການເຈລະຈາບາງອັນໄດ້.

ທ່ານເຈນນີເຟີ ກີມໂບລ (Jennifer Gimbel) ຈາກສູນກາງນໍ້າໂຄໂລຣາໂດໄດ້ຊ່ວຍເຈລະຈາຂໍ້ຕົກລົງກ່ຽວກັບແມ່ນໍ້າໂຄໂລຣາໂດ.

ທ່ານນາງກີມໂບລ, ນັກວິຊາການນະໂຍບາຍຢູ່ສູນກາງນໍ້າໂຄໂລຣາໂດກ່າວວ່າ:

"ຖ້າຢ່າງຫນ້ອຍພວກເຮົາສາມາດເຫັນພ້ອມກັນວ່າຄວາມເປັນຈິງ - ແລະນັ້ນກໍຄືສິ່ງທີ່ເກີດຂຶ້ນເມື່ອພວກເຮົາເລີ່ມເຮັດວຽກກັບເມັກຊິໂກ, ເຂົາເຈົ້າມີລະບົບຂອງເຂົາເຈົ້າເອງ, ພວກເຮົາກໍມີລະບົບຂອງພວກເຮົາ. ພວກເຮົາເລີ່ມໂຮມກັນ ແລະວາງຕົວແບບຮ່ວມກັນ. ມັນສຳຄັນຫຼາຍ.”

ຊອບແວທີ່ວ່ານີ້ຍັງຊ່ວຍຜູ້ທໍາການຕັດສິນໃຈທັງຫຼາຍກ່ຽວກັບແມ່ນໍ້າອື່ນໆ ແຕ່ແມ່ນໍ້າໂຄລໍາເບຍ ຈົນຮອດ ຫາແມ່ນໍ້າໄນໄດ້ອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG