ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ນັກສີລະປິນຊາວໄຈຈີເຣຍ ສ້າງງານແຟຊັ້ນ AI ສຳລັບຜູ້ສູງອາຍຸ


ເຊີນຮັບຊົມ ລາຍງານ LogOn ກ່ຽວກັບ ນັກສີລະປິນຊາວໄຈຈີເຣຍ ສ້າງງານແຟຊັ້ນ AI ສຳລັບຜູ້ສູງອາຍຸ

ພາບຂອງຜູ້ອະວຸໂສຊາວອາຟຣິກາ ກໍາລັງຍ່າງຢູ່ເທິງເວທີເດີນແຟຊັ້ນໄດ້ກາຍເປັນເລື້ອງຮືຮາກັນຫລາຍໃນສື່ສັງຄົມ ໂດຍທີ່ມີຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ ຫລື AI ເພື່ອທ້າທາຍຄວາມຄິດແບບດັ້ງເດີມກ່ຽວກັບຜູ້ສູງອາຍຸອາຟຣິກາ. Karina Choudhury ນັກ​ຂ່າວ​ວີ​ໂອ​ເອມີ​ລາຍ​ງານ​ກ່ຽວ​ກັບເລື້ອງ ນີ້ ມາໃຫ້​ພວກ​ເຮົາ ຊຶ່ງບົວສະຫວັຈະນໍາມາສະເໜີທ່ານ.

ພາບຂອງທ່ານມາລິກອະແຟກບົວ (Malik Afegbua) ທີ່ສະແດງໃຫ້ເຫັນຜູ້ອາ ວຸໂສຊາວອາຟຣິການຸ່ງຖືແບບເປັນແຟຊັ້ນ ກໍາລັງຍ່າງຢູ່ເທິງເວທີສະແດງແບບ ເຄື່ອງນຸ່ງ ຖືກນໍາເອົາໄປເຜີຍແຜ່ຢ່າງຫຼວງຫຼາຍໃນສື່ສັງຄົມ. ຜູ້ສ້າງຮູບເງົາ ແລະ ນັກສິນລະປິນດ້ານການສ້າງຮູບພາບຊາວໄນຈີເຣຍ ໄດ້ໃຊ້ປັນຍາປະດິດຫລື AI ເພື່ອຊ່ວຍເຮັດໃຫ້ "ງານສະແດງແຟຊັ້ນສໍາລັບຜູ້ສູງອາຍຸ" ຂຶ້ນມາ ໂດຍການໃຊ້ເຄື່ອງຈັກຮຽນຮູ້ເພື່ອນໍາເອົາຜູ້ອະວຸໂສຊາວອາຟຣິກາ ມາສະເໜີໃຫ້ຄົນເບິ່ງ ໃນແບບທີ່ເຂົາເຈົ້າບໍ່ຄ່ອຍໄດ້ເຫັນມາກ່ອນ.

ທ່ານອະແຟກບົວ ກ່າວວ່າ:

"ຊຸດການເດີນແຟຊັ້ນຂອງຜູ້ເຖົ້າຜູ້ແກ່ ແມ່ນເປັນການສະແດງໃຫ້ເຫັນເຖິງ ສັງ ຄົມຜູ້ສູງອາຍຸຢູ່ໃນບ່ອນທີ່ ບໍ່ເຮັດໃຫ້ເຂົາເຈົ້າຖືກມອງຂ້າມໃນບ່ອນທີ່ເຂົາເຈົ້າຖືກກ່າວເຖິງ ຢູ່ໃນວັດທະນະທໍາແຫ່ງຄວາມນິຍົມ ຫລື ວັດທະນະທໍາພ໊ອບ, ໃນວົງ ການແຟຊັ້ນ ແລະອຸດສາຫະກໍາອື່ນໆ ທີ່ຕາມປົກກກະຕິແລ້ວ ພວກເຮົາບໍ່ຄ່ອຍເຫັນເຂົາເຈົ້າຢູ່ໃນຫັ້ນ."

ຕອນນີ້ ທ່ານກຳລັງຮ່ວມມືກັບນັກອອກແບບ ຢູ່ທີ່ຫ້ອງສະແດງມາແວລ ຫລື Marvel Studios.

ທ່ານນາງຣູດ ອີ. ຄາເດີ (Ruth E. Carter), ຜູ້ອອກແບບເຄື່ອງແຕ່ງກາຍທີ່ໄດ້ຮັບລາງວັນອອສກາ (Oscar) ສໍາລັບຮູບເງົາເລື້ອງແບລັກ ແພນເທີ "Black Panther," ແມ່ນນຶ່ງໃນຫຼາຍໆຄົນ ທີ່ຕິດຕໍ່ຫາທ່ານອະແຟກບົວກ່ຽວກັບວຽກງານຂອງລາວ.

ທ່ານອະແຟກບົວກ່າວເຖິງເລື້ອງນີ້ວ່າ:

"ພວກເຮົາໄດ້ເຮັດບາງສິ່ງບາງຢ່າງກ່ຽວກັບເລື້ອງນີ້ແລ້ວ. ບ່ອນທີ່ພວກເຮົາສ້າງທິດທາງການສະແດງສິນລະປະ ແບບໃດແບບນຶ່ງ ແລະເຄື່ອງແຕ່ງກາຍສໍາລັບນັກສະແດງເອກ ເຊິ່ງແມ່ນສໍາລັບທ້າວເບລດ (Blade).”

ການໃຊ້ປັນຍາປະດິດໄດ້ພາໃຫ້ຄົນຍົກຄຳຖາມຂຶ້ນມາກ່ຽວກັບເລື້ອງຈັນຍາບັນ ໂດຍທີ່ມີບາງຄົນໂຕ້ແຍ້ງວ່າ ມັນບ່ອນທຳລາຍສິລະປະທີ່ສ້າງຂຶ້ນໂດຍມະນຸດ. ທ່ານອະແຟກບົວເວົ້າວ່າ AI ເປັນເຄື່ອງມືທາງດ້ານສິລະປະຊຶ່ງທ່ານກ່າວດັ່ງນີ້:

"ທ່ານບໍ່ສາມາດສ້າງສິ່ງທີ່ຂ້າພະເຈົ້າສ້າງຂຶ້ນມາດ້ວຍການໃຊ້ AI ເພາະວ່າທ່ານບໍ່ຮູ້ວ່າຂ້າພະເຈົ້າເຮັດມັນແບບໃດ. ນັ້ນກໍເພາະວ່າຂ້າພະເຈົ້າສ້າງມັນຂຶ້ນມາດ້ວຍຊຸດຂໍ້ມູນຂອງຂ້າພະເຈົ້າເອງ ເພື່ອເປັນເຄື່ອງມື."

ນັກປະກາດຂ່າວຄົນນຶ່ງໃນໂທລະພາບເວົ້າວ່າ:

"ໃນໃຈກາງຂອງນະຄອນຫຼວງອໍາສເຕີດໍາ ການສະເຫລີມສະຫລອງແມ່ນກໍາລັງດໍາເນີນໄປ ຢ່າງຄຶກຄື້ນ...”

ໃນງານອາທິດແຫ່ງການເດີນແຟຊັ້ນອາຟຣິກາ ຢູ່ນະຄອນຫຼວງອໍາສເຕີດໍາ 2023, ທ່ານ ອະແຟກບົວໄດ້ນໍາເອົາງານສະແດງແຟຊັ້ນທາງດິຈິຕອລຂອງທ່ານ ໃຫ້ກາຍມາເປັນງານສະແດງໃນຕົວຈິງ.

ໃນງານນີ້ ພວກເດີນແຟຊັ້ນເວົ້າຫົວນໍາກັນຢ່າງມ່ວນຊື່ນວ່າ “ຝູງຄົນຄືຊິພາກັນຮື ຮາ ຄັກຫລະ ບັດນີ້.”

ທ່ານອະແຟກບົວ ມີແຜນທີ່ຈະນໍາເອົາ “ງານສະແດງແຟຊັ້ນສໍາລັບພວກສູງອາຍຸ” (Fashion Show for the Elders) ຂອງທ່ານໄປເປັນງານເດີນແຟຊັ້ນຢູ່ໃນໄນຈີເຣຍໃນຕົ້ນປີ 2024 ນີ້. ໃນເທື່ອນີ້ ຈະມີບັນດາແມ່, ພໍ່, ປ້າ, ລຸງ ແລະພໍ່ຕູ້ ແມ່ຕູ້ ທີ່ເປັນຄົນທໍາມະດາ ສາມັນ ພາກັັນສະເຫຼີມສະຫຼອງເຂົາເຈົ້າເອງຢູ່ໃນແບບທີ່ ເປັນການສະແດງແຟຊັ້ນ.

ງານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Images of African senior citizens walking a fashion runway created a buzz on social media, with AI-generated pictures challenging traditional depictions of elderly Africans. VOA’s Karina Choudhury has our story.

Malik Afegbua’s images showing African senior citizens walking the runway in fashionable clothing went viral on social media. The Nigerian-based filmmaker and visual artist used artificial intelligence to help create “Fashion Show for the Elders,” using machine learning to present African senior citizens in ways rarely seen.

Malik Afegbua, Visual Artist, Male, in English:

“The Elders’ Series is about showing the elder society in a place that is not marginalized in a place that is spoken for in pop culture, fashion and other industries that we don't normally see them.”

Now he is collaborating with designers at Marvel Studios.

Ruth E. Carter, the Oscar-winning costume designer for the movie “Black Panther,” was one of the many people who reached out to Afegbua about his work.

Malik Afegbua, Visual Artist, Male, in English:

“We have worked on something already. Where we created the art direction of some sort and the costume for the main actor, which is for Blade.”

Using artificial intelligence has raised ethical questions with some arguing that it undermines human-created art. Afegbua says AI is an artistic tool.

Malik Afegbua, Visual Artist, Male, in English:

“You cannot create what I created with AI because you didn’t even know how I did it. That’s because I created it with my own data sets as a tool.”

“In the heart of Amsterdam, a celebration is brewing…

During Africa Fashion Week Amsterdam 2023, Afegbua brought his digital fashion show to life.

“The crowd will go wild, man.”

Afegbua plans to bring his “Fashion Show for the Elders” to a runway in Nigeria in early 2024. This time with everyday mothers, fathers, aunts, uncles, and grandparents — celebrating them in fashion.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG