ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮໂລແກຣມ ທີ່ເໝືອນຈິງ ສາມາດປ່ຽນການຮຽນຮູ້ ແລະ ສີລະປະ ໄດ້


ເຊີນຮັບຊົມລາຍງານ LogOn: ໂຮໂລແກຣມ ທີ່ເໝືອນຈິງ ສາມາດປ່ຽນການຮຽນຮູ້ ແລະ ສີລະປະໄດ້

ພວກນັກພັດທະນາດ້ານເທັກໂນໂລຈີ ຢູ່ມະຫາວິທະຍາໄລລັດແມຣີແລນ ກໍາລັງໃຊ້ກ້ອງຖ່າຍຮູບພາບແບບ 3 ທີ່ເໝືອນຈິງ ຫລື holographic ເພື່ອບັນ ທຶກການເຄື່ອນໄຫວຂອງຄົນໃນສາມມິຕິຫລືສາມດ້ານ ສໍາລັບສິ່ງທີ່ສາມາດເປັນການຝຶກອົບຮົມ, ການສຶກສາແລະການບັນເທີງທີ່ມີຜົນກະທົບສູງ. ມັນເປັນເທັກ ໂນໂລຈີ ທີ່ມີພະລັງໃນການຫັນປ່ຽນວິທີທີ່ພວກເຮົາຮຽນຮູ້ ແລະໃຫ້ການບັນເທີງແກ່ຕົວເຮົາເອງ. Julie Taboh ນັກ​ຂ່າວ​ວີ​ໂອ​ເອມີ​ ລາຍ​ລະອຽດເພີ່ມ ​ກ່ຽວກັບເລື້ອງນີ້ ຊຶ່ງບົວ ສະຫວັນ ຈະນໍາມາສະເໜີທ່ານໃນອັນດັບ ຕໍ່ໄປ.

ທ່ານນາງອີຣີນາ ມໍເຣຊາໂນ (Irina Muresanu), ນັກສີຊໍໄວໂອລິນໃນງານສະແດງຄອນເສີດ ອາດຈະຫຼິ້ນດົນຕີໃຫ້ແກ່ຜູ້ຊົມ ທີ່ບໍ່ໄດ້ຢູ່ຫັ້ນເບິ່ງ...

ແຕ່ບໍ່ດົນ.

ໃນສະຕູດິໂອ ຖ່າຍພາບເໝືອນຈິງຫລື HoloCamera ທີ່ມີການຕິດຕັ້ງເຄື່ອງມື ພິເສດນີ້ຢູ່ມະຫາວິທະຍາໄລລັດແມຣີແລນ, ຊຶ່ງມີກ້ອງ 3 ມິຕິຫຼາຍຮ້ອຍໜ່ວຍກຳລັງຈັບເອົາພາບ ແລະການເຄື່ອນໄຫວຂອງທ່ານນາງເພື່ອສ້າງພາບແບບ 3 ມິຕິທີ່ເໝືອນຈິງ ຫລືຮໍໂລແກຣມ (hologram) ທີ່ຄ້າຍຄືກັບວ່າມີຄົນຢູ່ໃນຫັ້ນແທ້.

ຫຼັງຈາກນັ້ນ, ຄູ່ຝາແຝດແບບເໝືອນຈິງຂອງທ່ານນາງ ກໍສາມາດຖືກເອົາໄປໄວ້ ໃນສະຖານທີ່ໃດກໍໄດ້ ເພື່ອໃຫ້ຜູ້ທີ່ມີຊຸດຫູຟັງສະເໝືອນຈິງສາມາດຮູ້ສຶກຄືກັບວ່າພວກເຂົາເຈົ້າໄດ້ເບິ່ງທ່ານນາງສະແດງສົດເລີຍ.

ໃນຕົ້ນແບບອັນນີ້, ທ່ານນາງມໍເຣຊາໂນ (Muresanu) ທີ່ເປັນຮອງສາດສະດາ ຈານສອນໄວໂອລິນ ຢູ່ມະຫາວິທະຍາໄລແຫ່ງນັ້ນ ປາກົດວ່າ ກໍາລັງສະແດງຢູ່ຫ້ອງສະແດງຄອນເສີດທີ່ມີຊື່ສຽງຢູ່ໃນໂຣມາເນຍ.

ທ່ານນາງມໍເຣຊາໂນ (Muresanu) ກ່າວວ່າ:

"ຄວາມປາດຖະຫນາໃຫ້ຂ້າພະເຈົ້າ ຫຼືໃຫ້ພາບຮໍໂລແກຣມ (hologram) ຂອງຂ້າພະເຈົ້າ, ຂ້າພະເຈົ້າຄວນຈະເວົ້າວ່າ ຈະເອົາໄປໄວ້ເທິງເວທີ ຂອງສະຖາບັນ ສົ່ງເສີມການຮຽນຮູ້ຂອງໂຣເມເນຍ."

ທ່ານນາງກ່າວຕໍ່ໄປວ່າ:

"ສະນັ້ນ ພວກເຮົາໄດ້ຈ້າງທີມງານນຶ່ງ ໄປຖ່າຍຮູບເງົາ ເອົາສະຖາບັນສົ່ງເສີມການ ຮຽນຮູ້ທີ່ວ່ານັ້ນ ເພື່ອວ່າ ເມື່ອມີໃຜຜູ້ນຶ່ງໄດ້ເບິ່ງພາບບັນທຶກອັນນີ້ຂອງໂຣເມເນຍ, ພວກເຂົາເຈົ້າຈະເຫັນຂ້າພະເຈົ້າ ຢູ່ເທິງເວທີສະຖາບັນສົ່ງເສີມການຮຽນຮູ້ແຫ່ງ ນັ້ນ."

ທ່ານອາມິທາ ວາສນີ (Amitabh Varshney) ເປັນຄະນະບໍດີຂອງວິທະຍາໄລຄອມພິວເຕີ, ຄະນິດສາດ ແລະວິທະຍາສາດທໍາມະຊາດ ທີ່ວິທະຍາໄລແຫ່ງ ນັ້ນ.

ທ່ານອາມິທາ ວາສນີ (Amitabh Varshney) ກ່າວວ່າ:

"ພວກເຮົາເຊື່ອວ່າ ປະສົບທາງອອນລາຍທີ່ເໝືອນຈິງ ແລະສິ່ງເປັນຈິງແບບຮອບຮູ້ ທີ່ມີລັກສະນະຄືກັນກັບວ່າໄດ້ໄປຢູ່ໃນບັນຍາກາດນັ້ນແທ້ໆ ຊ່ວຍໃຫ້ພວກເຮົາສ້າງໂລກຄືນໃຫມ່ ໃນແບບທີ່ແນ່ນອນ, ຊັດເຈນກວ່າສິ່ງທີ່ພວກເຮົາເຄີຍໄດ້ ພົບມາ ໂດຍໃຊ້ພຽງແຕ່ໜ້າຈໍຄອມພິວເຕີ, ແປ້ນພິມ ແລະເມົາສ໌ ເທົ່ານັ້ນ."

ການ​ນໍາ​ໃຊ້​ຮູບ​ພາບ ຮໍໂລກຣາບຟິກ (Holographic) ທີ່ທັນສະໄໝ​ເພື່ອ​ອະ​ນຸ​ຍາດ​ໃຫ້​ຜູ້​ຊົມ​ໄດ້​ຍ່າງ​ອ້ອມ​ຂ້າງ​ການສະແດງ ໄດ້​ມີແອບພລີເຄຊັນດີຫຼາຍ ນອກເໜືອໄປຈາກດົນ​ຕີ ​ແລະ​ການ​ສຶກ​ສາອີກດ້ວຍ​.

ທີມງານຖ່າຍພາບເໝືອນຈິງ ຫລື HoloCamera ພັດທະນາຕົ້ນແບບສໍາລັບ ການສະແດງສິລະປະທີ່ຕົນຫວັງວ່າ ຈະສາມາດຂະຫຍາຍໄປສູ່ການຝຶກອົບຮົມ ທາງໄກ ແກ່ນັກວິຊາການດ້ານດູແລສຸຂະພາບ ໃນຂັ້ນຕອນທາງການແພດທີ່ ສະຫລັບຊັບຊ້ອນ, ລວມທັງການຜ່າຕັດຕ່າງໆ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Developers at the University of Maryland are using a holographic camera to capture people’s movements in three dimensions for what could be high-impact training, education and entertainment. It’s technology with the power to transform how we learn and entertain ourselves. VOA’s Julie Taboh has more.

Concert violinist Irina ((ee-REE-na)) Muresanu ((more-reh-SHANOH)) may be playing for a non-existent audience…

but not for long.

In this specially outfitted HoloCamera Studio at the University of Maryland, hundreds of 3D cameras are capturing her image and movements to create a life-like hologram.

Her holographic twin can then be placed virtually into any setting so that someone with a virtual reality headset can feel like they’re watching her live.

In this prototype, Muresanu ((more-reh-SHANOH)), who is also an associate professor of violin at the university, appears to be performing from a famous concert hall in Romania.

Irina Muresanu, University of Maryland:

“My wish was for me, or for my hologram, I should say, to be put on the stage of the Romanian Athenaeum.”

“So we hired a team to film the Athenaeum ((end courtesy)) so that when someone would watch this recording of the Romanian piece, they would see me on the stage of the Athenaeum.”

Amitabh Varshney is Dean of the university’s College of Computer, Mathematical and Natural Sciences.

Amitabh Varshney, University of Maryland:

“We believe that virtual and augmented reality experiences, which are immersive in nature, help us re-create the world in a much more precise, accurate way than we would ever with just a desktop monitor with a keyboard and a mouse.”

Using advanced holographic imagery to allow viewers to virtually walk around the action has applications well beyond music and education.

The HoloCamera team is developing a prototype for performing arts that it hopes can be expanded into remotely training health care professionals in intricate medical procedures, including surgeries.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG