ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ເຊື້ອເຫັດ ສາມາດຫຼຸດຜ່ອນຄວາມສ່ຽງ ໃນການເກີດໄຟໄໝ້ປ່າ ໄດ້


ເຊີນຮັບຊົມລາຍງານ ກ່ຽວກັບ ເຊື້ອເຫັດ ສາມາດຫຼຸດຜ່ອນຄວາມສ່ຽງໃນການເກີດໄຟໄໝ້ປ່າ ໄດ້

ຢູ່ໃນພາກຕາເວັນຕົກຂອງສະຫະລັດນັ້ນ ເຈົ້າໜ້າທີ່ປ່າໄມ້ກໍາລັງເຮັດວຽກເພື່ອຫຼຸດຜ່ອນໄພຂົ່ມຂູ່ຈາກໄຟໄຫມ້ປ່າ ໂດຍການຕັດກິ່ງໄມ້ອອກຢູ່ໃນປ່າ ທີ່ກວ້າງເກືອບຮອດ 20 ລ້ານເຮັກຕາ ເພື່ອເຮັດໃຫ້ປ່າບາງລົງ. Shelley Schlender ມີລາຍງານມາຈາກລັດໂຄໂລຣາໂດ ບ່ອນທີ່ມີພູເຂົາຣອກກີ (Rocky) ກ່ຽວກັບວິທີທີ່ນັກວິທະຍາສາດກໍາລັງໃຊ້ເຊື້ອເຫັດເພື່ອເຮັດໃຫ້ຄວາມສ່ຽງໃນການເກີດໄຟໄຫມ້ປ່າຫຼຸດລົງໂດຍແບບທໍາມະຊາດ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໄຟ​ປ່າ​ໃນ​ທົ່ວ​ໂລກກໍາລັງເຮັດໃຫ້ເກີດຄວາມເສຍຫາຍ​ຫຼາຍ​ຂຶ້ນ. ຢູ່ໃນລັດໂຄໂລ ຣາໂດ ທີ່ຢູ່ພາກຕາເວັນຕົກຂອງສະຫະລັດນັ້ນ, ກິ່ງໄມ້ທີ່ຕັດອອກເພື່ອເຮັດໃຫ້ ປ່າບາງລົງ ຍັງສາມາດຖືກໄຟໄຫມ້ໄດ້, ແລະການແກ່ເອົາມັນອອກໄປກໍມີຄ່າໃຊ້ ຈ່າຍແພງຫລາຍ. ດັ່ງນັ້ນ, ເຈົ້າໜ້າທີ່ປ່າໄມ້ຢູ່ນອກນະຄອນໂບວເດີກໍາລັງທົດສອບໃຊ້ວິທີທີ່ເປັນທໍາມະຊາດຫຼາຍຂຶ້ນ ເພື່ອເຮັດໃຫ້ໄມ້ທີ່ຕາຍນັ້ນສູນຫາຍໄປຢ່າງວ່ອງໄວ. ມັນ​ເປັນ​ວິ​ທີ​ການທີ່ໃຊ້​ເຊື້ອ​ເຫັດ​.

ທ່ານແອຣອນ ຄອບປລີ (Aaron Cropley), ເຈົ້າໜ້າທີ່ປ່າໄມ້ຢູ່ທີ່ນະຄອນ ໂບລເດີ ກ່າວວ່າ:

"ຈໍານວນນຶ່ງຂອງເກັດໄມ້ເຫຼົ່ານີ້ ທີ່ທ່ານເຫັນຢູ່ທາງຫຼັງຂອງພວກເຮົາໜີ້ ທີ່ຈິງແທ້ ພວກເຮົາໄດ້ບໍລິຈາກໃຫ້ໂຄງການເພາະປູກເຫັດເພື່ອຊ່ວຍຫຼຸດຜ່ອນໄຟໄຫມ້ປ່າ."

ຢູ່ທີ່ສູນສຶກສາເຊື້ອເຫັດຂອງໂຄງການເຫັດໂບວເດີ ຫລື Boulder Mushroom ນັ້ນ ທ່ານແຊກ ເຫດສຕຣອມ (Zach Hedstrom) ຜູ້ກໍ່ຕັ້ງໂຄງການນີ້ ດູແລຈານ ເພາະລ້ຽງຫຼາຍສິບໃບທີ່ມີເຊື້ອເຫັດທໍາມະຊາດໃນທ້ອງຖິ່ນ.

ທ່ານກ່າວວ່າ:

"ພວກເຮົາປູກສາຍພັນເຫຼົ່ານີ້ ໂດຍເອົາມາຈາກສິ່ງແວດລ້ອມຂອງເຮົາ ແລະນໍາເອົາພວກມັນເຂົ້າມາໃນຫ້ອງທົດລອງຂອງເຮົາ ແລະແຍກພວກມັນອອກໄວ້ຕ່າງ ຫາກ. ແລະຫຼັງຈາກນັ້ນ ພວກເຮົາກໍສຶກສາເບິ່ງວິທີການທີ່ຈະສາມາດນໍາໃຊ້ມັນ.”

ທີມງານຂອງທ່ານເຫດສຕຣອມ (Hedstrom) ເອົາເຊື້ອເຫັດ ໃນປະລິມານ ຫນ້ອຍໆ ເຕີມໃສ່ຖົງເຄື່ອງປະສົມສໍາລັບປູກເຫັດ. ພາຍໃນບໍ່ເທົ່າໃດມື້, ຖົງເຫລົ່າ ນັ້ນກໍເຕັມໄປດ້ວຍ "ຮາກ" -ທີ່ເປັນໃຍໆ- ກຽມພ້ອມທີ່ຈະໃຊ້ເພື່ອຫຼຸດຜ່ອນໄຟປ່າ.

ກອງເກັດໄມ້ເຊັ່ນນີ້ ຢູ່ໃນປ່າແປກທີ່ຂຽວຕະຫລອດປີ, ໃນລັດໂຄໂລຣາໂດນັ້ນ ແມ່ນອາດເພີ່ມຄວາມສ່ຽງໄຟໄໝ້ປ່າເປັນເວລາຫຼາຍທົດສະວັດໄດ້. ເຈົ້າໜ້າທີ່ປ່າໄມ້, ທ່ານແຈັຟ ແຣບເວກຈ໌ (Jeff Ravage) ຍ່າງໄປຫາໂພນທີ່ເຄີຍເປັນກອງ ເກັດໄມ້ໃຫຍ່ໆອີກບ່ອນນຶ່ງ. ທ່ານໄດ້ເລັ່ງເຮັດໃຫ້ມັນເນົ່າເປື່ອຍໄວຂຶ້ນ ດ້ວຍການ ໃຊ້ເຊື້ອເຫັດທ້ອງຖິ່ນ.

ທ່ານແຣບເວກຈ໌ (Ravage) ຈາກໂຄງການໂຄດ໌ຟາຍ (Coldfire) ກ່າວວ່າ:

"ມັນໃຊ້ເວລາສອງປີເພື່ອເຮັດໃຫ້ສິ່ງທີ່ທໍາມະຊາດໃຊ້ເວລາ 20 ຫາ 50 ປີຈຶ່ງ ເນົ່າເປື່ອຍໄດ້. ສະນັ້ນ ມັນ​ເປັນ​ການ​ເລັ່ງໃຫ້ໄວຂຶ້ນເກີນ​ 10 ເທົ່າທີ່ກຳລັງ​ທຳ​ມະ​ຊາດສາມາດເຮັດໄດ້.”

ເພື່ອຫຼີກເວັ້ນບໍ່ໃຫ້ມີຊະນິດພັນເຫັດທີ່ຮຸກຮານພືດອື່ນ ທ່ານແຣບເວກຈ໌ (Ravage) ເວົ້າວ່າ ການນໍາໃຊ້ເຊື້ອເຫັດປ່າທໍາມະຊາດໃນທ້ອງຖິ່ນແມ່ນສໍາຄັນຫລາຍ. ຖ້າເຮົາເຮັດຢ່າງຖືກຕ້ອງແລ້ວ ຜົນຕອບແທນກໍຄືບາງສິ່ງບາງຢ່າງບໍ່ຄ່ອຍຈະຖືກໄຫມ້ ແລະມັນມີປະໂຫຍດຫຼາຍ ຈົນວ່າທ່ານແຣບເວກຈ໌ ກອບເອົາເກັດໄມ້ທີ່ ເນົ່າເປື່ອຍຂຶ້ນມາສູດດົມເບິ່ງ.

ທ່ານແຣບເວກຈ໌ເວົ້າອີກວ່າ:

“ມັນ​ບໍ່​ມີກິ່ນເນົ່າເໝັນ. ມັນບໍ່ເປັນຄືໄມ້. ມັນມີກິ່ນຫອມຄືກັບດິນທີ່ຈົບໆ.”

ບັນດາຜູ້ບຸກເບີກໃນການຫຼຸດຜ່ອນໄຟໄໝ້ປ່າດ້ວຍການໃຊ້ເຫັດ ມີຄວາມຫວັງວ່າ ຈະຂະຫຍາຍຄວາມພະຍາຍາມຂອງເຂົາເຈົ້າອອກໄປ ເພື່ອຊ່ວຍປະຊາຊົນຢູ່ທຸກ ຫົນທຸກແຫ່ງ ທີ່ຖືກຂົ່ມຂູ່ຈາກໄຟປ່າ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

In the Western United States, foresters are working to minimize threats from wildfires by thinning nearly 20 million hectares of forests. From the Rocky Mountain state of Colorado, Shelley Schlender reports on how scientists are using mushroom fungi to reduce wildfire risks organically.

Wildfires around the world are growing more destructive. In the Western U.S. state of Colorado, brush that is cleared to thin forests can still burn, and hauling it out is expensive. So, foresters outside the city of Boulder are testing a more natural way to make deadwood quickly disappear. It’s a fungi way.

Aaron Cropley, Boulder Forester:
“Some of these wood chips that you see behind us we’ve actually donated for the inoculation projects for mushrooms to help with fire mitigation.”

At the mycology center Boulder Mushroom, founder Zach Hedstrom tends dozens of small petri dishes that hold local, wild mushroom fungi.

Zach Hedstrom, Boulder Mushroom:

“We culture these strains out of our environment and bring them into our lab and isolate them. And then we study the ways that they can be used.”

Hedstrom’s team adds tiny doses to hundreds of bags of growing mix. Within days, the bags fill with fungal “roots” — mycelium — ready for wildfire mitigation.

Piles of woodchips like these in Evergreen, Colorado, can increase wildfire risks for decades. Forester Jeff Ravage walks to a mound that used to be another giant woodchip pile. He sped up its decomposition with wild, local fungi.

Jeff Ravage, Coldfire Project:

“It took two years to do what would take nature 20 to 50 years. So it's over a ten time acceleration of natural forces.”

To avoid invasive species, Ravage says it’s crucial to use local, wild fungi. Done correctly, the payoff is something unlikely to burn and so beneficial that Ravage scoops up a handful of decomposed chips and breathes them in.

Jeff Ravage, Coldfire Project:

“It’s not rancid. It’s not woody. Smells like beautiful soil.”

Mushroom mitigation pioneers are hoping to expand their efforts to help people anywhere who are threatened by wildfires.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG