ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິລະປິນຕົບແຕ່ງດ້ວຍປັນຍາປະດິດ AI ຊາວເທີກີ ທີ່ໃຊ້ຊຸດຂໍ້ມູນ ໃຫ້ກາຍເປັນສິລະປະ


ວີດີໂອ ກ່ຽວກັບສິລະປິນຕົບແຕ່ງດ້ວຍປັນຍາປະດິດ AI ຊາວເທີກີ ທີ່ໃຊ້ຊຸດຂໍ້ມູນ ໃຫ້ກາຍເປັນສິລະປະ

ສໍາລັບນັກສິລະປິນເທີກີ, ທ່ານຣີຟິກ ອານາໂດລ (Refik Anadol) ແລ້ວ ປັນຍາປະດິດ ແມ່ນວິທີການອັນນຶ່ງ ໃນດ້ານການຂະຫຍາຍສິ່ງທີ່ຄົນເຫັນຢູ່ໃນສິລະປະ ແລະວິທີທີ່ພວກເຂົາເບິ່ງມັນ. Genia Dulot ມີລາຍງານເລື່ອງຂອງພວກເຮົາມາຈາກລອສແອນເຈີລິສ (Los Angeles) ສໍາລັບລາຍການ LogOn ໃນອາທິດນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ນັກສິລະປິນເທີກີ, ທ່ານຣີຟິກ ອານາໂດລ (Refik Anadol) ສ້າງ "ຮູບແຕ້ມຂອງຂໍ້ມູນ" ແລະ "ປະຕິມາກໍາຂອງຂໍ້ມູນ" ຂຶ້ນມາໂດຍການໃຊ້ຊອບແວທີ່ສ້າງຂຶ້ນ ມາສະເພາະເພື່ອປ່ຽນຊຸດຂໍ້ມູນໃຫ້ກາຍເປັນສິລະປະ.

ທ່ານເວົ້າວ່າ "ສິ່ງທີ່ເຈົ້າກໍາລັງເບິ່ງຢູ່ນີ້ ຕົວຢ່າງເຊັ່ນ ອັນນີ້ ມັນແມ່ນການເອົາສິ່ງເກັບກໍາຮູບພາບຕົ້ນສະບັບ 300 ລ້ານ ອັນມາຈາກທໍາມະຊາດແທ້ໆ ແລະກໍ່ສ້າງປະຕິມາກໍາຂໍ້ມູນຄືນໃຫມ່."

ທ່ານອານາໂດ ເວົ້າວ່າ ປັນຍາປະດິດ ຫລື AI ແມ່ນເຄື່ອງມືທາງສິລະປະ. ທ່ານກ່າວດັ່ງນີ້:ລອງ​ວາດພາບເບິ່ງດອກໄມ້ທັງໝົດທີ່ມີຫຼາຍ​ລ້ານ​ດອກຢູ່​ໃນ​ໂລກນີ້. ບໍ່ມີວິທີໃດທີ່ຈະຈື່ຈໍາດອກໄມ້ທັງຫມົດໃນໂລກໄດ້. ແຕ່ດ້ວຍການໃຊ້ສູດຄໍາສັ່ງ AI ຂ້າພະເຈົ້າສາມາດເວົ້າໄດ້ຢ່າງງ່າຍດາຍວ່າໃນຕົວແບບ AI ອັນນີ້ ມີດອກໄມ້ທຸກປະເພດຢູ່ໃນແບບ AI ນີ້. ດຽວນີ້ ຂ້າພະເຈົ້າຢາກຈິນຕະນາວ່າ ມີແປງອັນນຶ່ງທີ່ຂ້າພະເຈົ້າສາມາດເອົາໄປໃສ່ໃນຈິດໃຈຂອງເຄື່ອງຈັກ ແລະທາສີດ້ວຍການໃສ່ສີອັນນີ້.

ນັກສິລະປິນທີ່ຢູ່ໃນນະຄອນລອສ ແອນເຈີແລສ (Los Angeles) ໄດ້ໃຊ້ AI ຢູ່ໃນຫໍພິພິທະພັນສິລະປະທັນສະໄຫມ ໃນນະຄອນນິວຢອກ ເພື່ອສ້າງສິລະປະໃຫມ່ ຈາກການເກັບກໍາເອົາສິລະປະທີ່ມີຢູ່ໃນຫຼາຍກວ່າ 200 ປີ. ເຄື່ອງຈັກຮຽນຮູ້ ຍັງບັນທຶກການປ່ຽນແປງສະພາບແວດລ້ອມຂອງສິນລະປະ - ລວມທັງປະຕິກິລິຍາຕອບໂຕ້ຂອງຜູ້ຊົມ - ແລະວິວັດທະນາການໃນຕະຫລອດເວລາອີກດ້ວຍ.

ນັກວິທະຍາສາດລະບົບປະສາດຂອງມະຫາວິທະຍາໄລຄາລິຟໍເນຍ, ທ່ານ ເທເລີ ຄູນ (Taylor Kuhn) ໄດ້ຕິດຕາມການເຄື່ອນໄຫວຂອງສະຫມອງຂອງພວກອາສາສະຫມັກທີ່ເບິ່ງສິລະປະຂອງທ່ານອານາໂດລ.

ທ່ານຄູນເວົ້າວ່າ "ມີບາງສິ່ງບາງຢ່າງກ່ຽວກັບສິລະປະ AI ທີ່ເບິ່ງຄືວ່າມີສ່ວນກ່ຽວພັນກັບຂົງເຂດຮັບຮູ້ການສໍາພັດໃນສະໝອງ. ບໍ່ພຽງແຕ່ເລື້ອງການເບິ່ງເຫັນວ່າມັນເປັນແນວໃດເທົ່ານັ້ນ ແຕ່ຍັງດ້ານຮ່າງກາຍ- ກໍຄືຄວາມຮູ້ສຶກຂອງຮ່າງກາຍກ່ຽວກັບສິລະປະນັ້ນອີກ. ມັນເບິ່ງຄືວ່າ ບໍ່ໄດ້ເປັນພຽງວິທີການອັນນຶ່ງເທົ່ານັ້ນ. ມັນຍັງມີສ່ວນກ່ຽວ ພັນກັບຂົງເຂດການສໍາພັດທີ່ແຕກຕ່າງກັນ ໃນສະຫມອງອີກດ້ວຍ. ແລະໃນການເຮັດເຊັ່ນນັ້ນ, ມັນຍັງມີສ່ວນກ່ຽວພັນກັບຂົງເຂດນີ້ຂອງສະ ຫມອງທີ່ມີສ່ວນກ່ຽວຂ້ອງກັບການວາງແຜນ ຫຼື ຄວາມຄິດແບບປະດິດສ້າງອີກດ້ວຍ.

ທ່ານຄູນເວົ້າວ່າ ມັນອາດສາມາດນໍາໄປສູ່ການນໍາໃຊ້ໃນການປິ່ນປົວສໍາລັບປັນ ຍາປະດິດຢູ່ໃນສິນລະປະທີ່ກ່ຽວພັນກັບພາກສ່ວນຕ່າງໆ ຂອງສະຫມອງທີ່ຮູ້ກັນດີວ່າ ຊ່ວຍຄວບຄຸມຄວາມຕຶງຄຽດ ຫຼື ຫຼຸດຜ່ອນຄວາມກັງວົນຈິດໃຈ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG