ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກຄົ້ນຄວ້າຊາວອອສເຕຣເລຍ ໃຊ້ນໍ້າທະເລ ເພື່ອຜະລິດທາດໄຮໂດຣເຈນ


ເຊີນຮັບຊົມລາຍງານ ກ່ຽວກັບບັນດານັກຄົ້ນຄວ້າຊາວອອສເຕຣເລຍ ໃຊ້ນໍ້າທະເລ ເພື່ອຜະລິດທາດໄຮໂດຣເຈນ

ພວກນັກຄົ້ນຄວ້າໃນອອສເຕຣເລຍໄດ້ພັດທະນາວິທີເຮັດໄຮໂດຣເຈນຈາກ ການໃຊ້ນໍ້າທະເລ ໂດຍປາດສະຈາກຂະບວນການແຍກເກືອອອກຈາກນໍ້າ ທີ່ມີຄ່າໃຊ້ ຈ່າຍສູງ. ສິ່ງນີ້ ສາມາດເປັນຂີດໝາຍຄວາມກ້າວໜ້າໃໝ່ໃນການຜະລິດໄຮໂດຣເຈນທີ່ສະອາດ ຈາກແຫຼ່ງທີ່ອຸດົມສົມບູນ, ເປັນມິດຕໍ່ສິ່ງແວດລ້ອມ. Julie Taboh ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ລະອຽດເພີ່ມ​ເຕີມກ່ຽວກັບເລື້ອງນີ້ ຊຶ່ງ ບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໄຮໂດຣເຈນເປັນອົງປະກອບທີ່ສໍາຄັນ ແລະອຸດົມສົມບູນ…

... ທີ່​ນັບມື້ນັບຖືກເອົາມານໍາ​ໃຊ້​ຫຼາຍ​ຂຶ້ນ...

…ເພື່ອໃຊ້ແລ່ນລົດຂອງພວກເຮົາ​ ແລະ​ຜະລິດ​ໄຟ​ຟ້າ​ເພື່ອໃຊ້ໃນການເຮັດ ອາຍອຸ່ນແກ່​ບ້ານ​ເຮືອນ ແລະ​ທຸ​ລະ​ກິດ​ຂອງ​ພວກ​ເຮົາ.

ແຕ່​ວ່າ ໄຮໂດຣ​ເຈນ​ສ່ວນ​ໃຫຍ່​ຂອງ​ໂລກ​ແມ່ນ​ໄດ້​ມາ​ຈາກ​ເຊື້ອ​ໄຟ​ຟອດ​ຊີ​ລ ຊຶ່ງ ສ້າງ​ອາຍຄາ​ບອນ​ໄດ​ອອກ​ໄຊດ໌ ທີ່ເຮັດໃຫ້ເກີດ​ມົນ​ລະ​ພິດ​ຫຼາຍ​ລ້ານ​ໂຕນ​ໃນ​ແຕ່ລະ​ປີ.

ແຕ່ຢ່າງໃດກໍຕາມ, ໄຮໂດຣເຈນ ເປັນມິດຕໍ່ສິ່ງແວດລອມ ຫຼືທີ່ເອີ້ນວ່າ ໄຮໂດຣເຈນສີຂຽວ ສາມາດຜະລິດໄດ້ ໂດຍພະລັງງານທົດແທນເຊັ່ນ ພະລັງງານລົມ ຫຼືແສງຕາເວັນ ໂດຍບໍ່ມີການປ່ອຍອາຍ ພິດຄາບອນອອກມາ.
ແລະໃນປັດຈຸບັນ, ນັກຄົ້ນຄວ້າທີ່ສະຖາບັນເທັກໂນໂລຈີ ໂຣຍຢອລ ແມລເບີນ (Royal Melbourne) ຫລື RMIT ໃນອອສເຕເຣຍ…

… ໄດ້ພັດທະນາວິທີເຮັດໄຮໂດຣເຈນສີຂຽວໂດຍກົງຈາກນ້ຳທະເລ, ໂດຍບໍ່ ຕ້ອງເອົາມັນໄປຜ່ານຂະບວນການແຍກເກືອອອກຈາກນໍ້າ, ເຊິ່ງເປັນຂະບວນການທີ່ມີຄ່າໃຊ້ຈ່າຍສູງ ແລະມີອາຍຄາບອນທີ່ເປັນມົນລະພິດ.

ທ່ານນາເຊຍ ມາມູດ (Nasir Mahmood) ເປັນຮອງອະທິການບໍດີ, ແລະ ນັກ ຄົ້ນຄວ້າອະວຸໂສຂອງມະຫາວິທະຍາໄລ RMIT. ທ່ານໄດ້ໂອ້ລົມກັບວີໂອເອ ຜ່ານທາງ Skype ວ່າ:

"ແຫລ່ງຊັບພະຍາກອນສະຫງວນທີ່ພວກເຮົາມີໄວ້ສໍາລັບນໍ້າຈືດ, ມັນມີຈໍາກັດ ຫຼາຍ ແລະເພື່ອຜະລິດໄຮໂດຣເຈນນຶ່ງກິໂລກຣາມ, ພວກເຮົາຕ້ອງການນໍ້າຢູ່ 10 ກິໂລກຣາມ."

ເມື່ອໂລກກຳລັງປະເຊີນກັບວິກິດການນ້ຳຈືດທີ່ນັບມື້ນັບຮ້າຍແຮງຂຶ້ນ ຍ້ອນການ ປ່ຽນແປງຂອງດິນຟ້າອາກາດ, ການຜະລິດໄຮໂດຣເຈນໃນລະດັບນັ້ນ ແມ່ນ ບໍ່ສາມາດຍືນຍົງໄດ້.

ທ່ານມາມູດ (Mahmood), ນັກຄົ້ນຄວ້າອະວຸໂສຢູ່ມະຫາວິທະຍາໄລ RMIT ທີ່ Melbourne ກ່າວຜ່ານທາງ SKYPE ວ່າ:

"ສະນັ້ນ, ພວກເຮົາຈໍາເປັນຕ້ອງຊອກຫາທາງເລືອກອັນອື່ນ. ພວກເຮົາໄດ້ຊອກຫາ ເປັນເວລາຫຼາຍກວ່າເຈັດປີ, ແລະພວກເຮົາພົບວ່າ ນໍ້າທະເລແມ່ນທາງເລືອກ ທີ່ດີທີ່ສຸດ."

ເມື່ອທີມງານເກັບເອົານໍ້າທະເລມາ, ພວກເຂົາເຈົ້າໃຊ້ເຄື່ອງແຍກສານເຄມີດ້ວຍ ໄຟຟ້າ ຫລື electrolyzer ເພື່ອແຍກນໍ້າອອກໂດຍກົງ ໃຫ້ກາຍເປັນອາຍ ອອກຊີເຈນ ແລະໄຮໂດຣເຈນ.

ທ່ານມາມູດ ກ່າວຜ່ານ SKYPE ອີກວ່າ:

“ບໍ່​ມີ​ຄວາມ​ເປັນ​ໄປ​ໄດ້ອັນ​ອື່ນ​ ໃນ​ປັດ​ຈຸ​ບັນ​ທີ່​ພວກ​ເຮົາຈະ​ສາ​ມາດເຮັດໃຫ້ອາຍຄາ ບອນໃນສັງ​ຄົມ​ຂອງ​ພວກ​ເຮົາໝົດໄປໄດ້. ນັ້ນ ແມ່ນເຫດຜົນທີ່ພວກເຮົາຄິດວ່າ ເທັກໂນໂລຈີຂອງພວກເຮົາ ແມ່ນມີຄວາມກ້າວຫນ້າອັນໃຫຍ່ຫຼວງ.”

ໄຮໂດຣເຈນທີ່ສະອາດແມ່ນຈຸດໃຈກາງຂອງ ຄວາມພະຍາຍາມຂອງຄະນະລັດຖະບານທ່ານໄບເດັນ ທີ່ກ້າວໄປຫາອະນາຄົດຂອງພະລັງງານທີ່ສະອາດກວ່າ ຂະນະທີ່ມີຫຼາຍປະເທດເພີ້ມຂຶ້ນທີ່ຄົ້ນຫາມັນ ເພື່ອໃຫ້ມັນເປັນແຫຼ່ງນໍ້າມັນທາງ ເລືອກອື່ນ.

ທ່ານນາງຊູນນີຕາ ຊາເຈຍພອລ (Sunita Satyapal) ເປັນຜູ້ອໍານວຍການ ຫ້ອງການເທັກໂນໂລຈີດ້ານເຊລໄຮໂດຣເຈນ ແລະ ນໍ້າມັນເຊື້ອໄຟ ທີ່ກະຊວງ ພະລັງງານ ສະຫະລັດ. ທ່ານນາງ​ໄດ້​ໂອ້​ລົມ​ກັບ VOA ຜ່ານ​ທາງ Skype ວ່າ:

"ບັນດາປະເທດຕ່າງໆຮັບຮູ້ວ່າ ເພື່ອຈະໃຫ້ບັນລຸເປົ້າຫມາຍ ດິນຟ້າອາກາດ ຂອງຕົນໄດ້, ພວກເຂົາເຈົ້າຕ້ອງການໂມເລກຸນທີ່ບໍ່ມີຄາບອນ. ໄຮໂດຣເຈນກໍສະໜອງຄວາມອະເນກປະສົງອັນນັ້ນ ເພື່ອໃຫ້ນໍາໃຊ້ໄດ້ຢ່າງຫຼາກຫຼາຍ."

ທ່ານມາມູດ ແລະທີມງານຂອງເພິ່ນແມ່ນນອນຢູ່ໃນຈໍານວນພວກນັກວິທະຍາສາດ ຫຼາຍຄົນເພີ່ມຂຶ້ນ ທີ່ເຮັດວຽກກ່ຽວກັບໂຄງການລິເລີ່ມໄຮໂດຣເຈນທີ່ມີການປະດິດ ສ້າງໃໝ່ ໃຫ້ເປັນແຫຼ່ງນໍ້າມັນເຊື້ອໄຟທີ່ຍືນຍົງສໍາລັບໂລກໄດ້.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Researchers in Australia have developed a method to make hydrogen from seawater without a costly desalination process. This could mark a breakthrough in the production of clean hydrogen from a plentiful, eco-friendly source. VOA’s Julie Taboh has more.

Hydrogen is an important and abundant element…

…that is increasingly being used…

…to power our cars and generate electricity to heat our homes and businesses.

But most of the world’s hydrogen is derived from fossil fuels, which creates millions of tons of polluting carbon dioxide each year.

Green hydrogen, however, can be produced by renewable energies such as wind or solar power without carbon emissions.

And now, researchers at the Royal Melbourne Institute of Technology in Australia

… have developed a way to make green hydrogen directly from seawater, without putting it through desalination, which is a costly and carbon-polluting process.

Nasir Mahmood is vice chancellor, senior research fellow at the university. He spoke with VOA via Skype:

“The reserves that we have for fresh water, they are very limited and to produce one kilo of hydrogen, we need 10 KGs [[kilograms]] of water.”

With the world grappling with a growing freshwater crisis exacerbated by climate change, hydrogen production at that scale is simply not sustainable.

Nasir Mahmood, Senior Research Fellow at RMIT University, Melbourne:

“So, we need to find alternative ways. We searched for over seven years, and we found that seawater is the best option.”

Once the team collects the seawater, they use an electrolyzer to split the water directly into oxygen and hydrogen.

Nasir Mahmood, Senior Research Fellow at RMIT University, Melbourne:

“There's no other possibility at the moment that we can decarbonize our society.

That's why we think that our technology is a big breakthrough.”

Clean hydrogen is central to the Biden administration’s efforts toward a cleaner energy future as more countries explore it as an alternative fuel source.

Sunita ((sun-eetah)) Satyapal (satiapaul) is director of the hydrogen and fuel cell technologies office at the US Department of Energy. She spoke with VOA via Skype:

“Countries are recognizing that in order to meet their climate goals, they're going to need a carbon-free molecule. Hydrogen really offers that versatility for multiple applications.”

Mahmood and his team are among a growing number of scientists working on innovative hydrogen initiatives as a sustainable fuel source for the world.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG