ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດາວທຽມ ແລະ ເລເຊີ ຊ່ວຍຄາດຄະເນ ປະລິມານຫິມະ ໃນເຂດທີ່ປະສົບໄພແຫ້ງແລ້ງ


ເຊີນຮັບຊົມລາຍງານ LogOn ກ່ຽວກັບດາວທຽມ ແລະ ເລເຊີ ຊ່ວຍຄາດຄະເນ ປະລິມານຫິມະໃນເຂດທີ່ປະສົບໄພແຫ້ງແລ້ງ

ສໍາລັບຜູ້ຈັດການນໍ້າໃນເຂດທີ່ປະສົບໄພແຫ້ງແລ້ງ ການພະຍາກອນຢ່າງຖືກຕ້ອງແມ້ນຢໍາ ກ່ຽວກັບວ່າ ຈະມີນໍ້າໄວ້ໃຫ້ໃຊ້ຫລາຍປານນັ້ນ ແມ່ນມີຄວາມສໍາຄັນຫຼາຍ. ໃນສາລະຄະດີ LogOn ມືນີ້ Matt Dibble ຈະມາສະແດງໃຫ້ເຫັນວ່າ ເທັກໂນໂລຈີ ໃນການຮັບສັນຍານທາງໄກ ກໍາລັງຊ່ວຍພວກທີ່ຢູ່ເທິງພູຣອກກີ (Rocky) ໄດ້ແນວໃດ ຊຶ່ງບົວສະຫວັນ ຈະນໍາເອົາລາຍລະ ອຽດມາສະເໜີ ທ່ານໃນອັນດັບຕໍ່ໄປ.

ປະລິມານຫິມະຕົກຢູ່ເທິງພູເຂົາຣອກກີ (Rocky) ຂອງລັດໂຄໂລຣາໂດໄດ້ຫຼຸດລົງຢ່າງຫຼວງຫຼາຍ ໃນສອງທົດສະວັດທີ່ຜ່ານມານີ້, ຊຶ່ງຫມາຍຄວາມວ່າມີນໍ້າຫນ້ອຍເພື່ອຈະໃຫ້ສິ່ງທີ່ມີຊີວິດສາມາດຢູ່ລອດໄດ້ ໃນເຂດທີ່ແຫ້ງແລ້ງແຫ່ງນັ້ນ. ທ່ານໂນອາ ມອລ ລອດ (Noah Molotch) ເປັນນັກຄົ້ນຄວ້າກ່ຽວກັບຫິມະຢູ່ສະຖາບັນຄົ້ນຄວ້າ ກ່ຽວກັບຂົ້ວໂລກເໜືອ ແລະສາຍພູແອລພາຍລ໌ ຫລື Arctic and Alpine ໃນມະຫາວິທະຍາໄລໂຄໂລຣາໂດ (Colorado).

ທ່ານມອລລອດ (Molotch) ຮອງສາສະດາຈານທີ່ມະຫາວິທະຍາໄລໂຄໂລຣາ ໂດ ໃນເມືອງໂບລເດີ (Boulder) ກ່າວວ່າ:

"ຢູ່ໃນພາກຕາເວັນຕົກຂອງສະຫະລັດ, ປະຊາຊົນ 60 ລ້ານຄົນແມ່ນເພິ່ງພາ ອາໄສນໍ້າທີ່ມາຈາກຫິມະລະລາຍ ເພື່ອເປັນນໍ້າກິນນໍ້າໃຊ້ຂອງເຂົາເຈົ້າ, ແລະໃນທົ່ວໂລກແມ່ນມີນຶ່ງຕື້ກວ່າຄົນ ທີ່ເປັນເຊັ່ນນັ້ນ."

ທ່ານມອລລອດ (Molotch) ໃຊ້ເທັກໂນໂລຈີໃນການຮັບສັນຍານທາງໄກ ເພື່ອປະເມີນວ່າ ຈະມີນ້ຳຫຼາຍປານໃດເມື່ອຫິມະເປື່ອຍອອກມາ.

ທ່ານກ່າວຕໍ່ໄປວ່າ:

"ສະນັ້ນ ເຂດສີຟ້າທີ່ເຂັ້ມກວ່າ ສະແດງໃຫ້ເຫັນວ່າ ມີຫິມະຫຼາຍກວ່າ, ສີຟ້າທີ່ອ່ອນ ກວ່າ ສະແດງວ່າມີຫິມະຫນ້ອຍກວ່າ."

ໂດຍທີ່​ໃຊ້​ຮູບ​ພາບຖ່າຍຈາກ​ດາວ​ທຽມ​, ການ​ສ້າງ​ແບບ​ຈໍາ​ລອງ​ຄອມ​ພິວ​ເຕີ ​ແລະ​ການ​ສໍາ​ຫຼວດ​ຫິມະຕົກຢູ່​ເທິງພື້ນ​ດິນ, ທ່ານມອລລອດ (Molotch) ແລະທີມງານຂອງທ່ານກໍາລັງປັບປຸງຄວາມແມ້ນຢໍາຂອງການຄາດຄະເນຫິມະເປື່ອຍ.

ນີ້ແມ່ນຂໍ້ມູນທີ່ສໍາຄັນທີ່ສຸດ ສໍາລັບພວກຜູ້ຈັດການນໍ້າ ໃນການຕັດສິນໃຈວ່າຈະປ່ອຍນໍ້າອອກຈາກເຂື່ອນໄຟຟ້າຫຼາຍປານໃດ ແລະ ຈະເຮັດເຊັ່ນນັ້ນໃນເວລາໃດ.

ທ່ານມອລລອດ (Molotch) ອະທິບາຍວ່າ:

"ເມື່ອທ່ານປັບປຸງຄວາມແມ້ນຢໍາໃນການພະຍາກອນແລ້ວ ຈາກນັ້ນ ທີ່ຈິງແລ້ວແມ່ນທ່ານເພີ້ມປະສິດທິພາບໃນການຈັດສັນນໍ້າໃຫ້ດີຂຶ້ນ. ເຊິ່ງໂດຍພື້ນຖານແລ້ວ ແມ່ນຄ້າຍກັບວ່າ ມັນເປັນການແນະນໍາໃຫ້ນໍ້າທີ່ສາມາດໃຊ້ໄດ້ ເຂົ້າໄປຢູ່ໃນລະບົບຫຼາຍຂຶ້ນ.”

ການປະດິດສ້າງອີກອັນນຶ່ງກໍຄືການສ້າງແຜນທີ່ຫິມະຢູ່ເທິງເຮືອບິນ. ໂດຍທີ່ຖືກພັດທະນາຂຶ້ນມາໂດຍອົງການນາຊາ (NASA) ເຮືອບິນດັ່ງກ່າວໃຊ້ໄລດາ (Lidar) ຊຶ່ງເປັນເຄື່ອງສະແກນ ທີ່ໃຊ້ແສງເລເຊີປະເພດນຶ່ງ ເພື່ອວັດແທກພື້ນຜິວຂອງໂລກ.

ທ່ານມອລລອດຈ໌ (Molotch) ກ່າວຕໍ່ໄປວ່າ:

"ຈາກນັ້ນ, ຖ້າທ່ານເອົາຄວາມສູງທີ່ທ່ານວັດແທກໄດ້ໃນລະດູຮ້ອນ ແລະລົບມັນ ອອກຈາກຄວາມສູງທີ່ທ່ານວັດແທກຢູ່ໃນລະດູຫນາວ ອັນນັ້ນຈະເຮັດໃຫ້ ທ່ານສາມາດວັດແທກຄວາມເລິກຂອງຫິມະໄດ້ໂດຍກົງເລີຍ."

ການວັດແທກຫິມະດ້ວຍການໃຊ້ມື ຍັງໃຫ້ຂໍ້ມູນທີ່ຈໍາເປັນຢູ່ ເພາະວ່າຄວາມຫນາແຫນ້ນຂອງນໍ້າແມ່ນແຕກຕ່າງກັນຢ່າງຫຼວງຫຼາຍຢູ່ໃນຫິມະ. ແຕ່ການສໍາຫຼວດເຫຼົ່ານີ້ ແມ່ນຖືກຈໍາກັດໂດຍຈໍານວນສະຖານທີ່ ທີ່ທີມງານສາມາດໄປເຖິງໄດ້.

ການເອົາຂໍ້ມູນຈາກການຮັບສັນຍາທາງໄກເພີ້ມເຂົ້າໄປ ໄດ້ສ້າງພາບໃຫ້ເເຫັນ ຢ່າງຄົບຖ້ວນກວ່າ.

ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດລົບກວນຮູບແບບທີ່ໄດ້ສ້າງຕັ້ງຂຶ້ນ, ການຄາດເດົາກ່ຽວກັບນໍ້າ ທີ່ໄດ້ມາຈາກຫິມະຢ່າງແມ້ນຢໍາ ຈະກາຍເປັນສິ່ງສໍາຄັນຫຼາຍຂຶ້ນ ໃນຕອບສະຫນອງຕາມຄວາມຕ້ອງການ ຂອງປະຊາຊົນຈໍານວນຫຼາຍ ທີ່ເພິ່ງພາອາໄສມັນ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

For water managers in drought-stricken regions, accurate forecasts of water availability are critically important. Matt Dibble shows how remote sensing technology is helping in the Rocky Mountains in this edition of LogOn.

Snowfall in Colorado’s Rocky Mountains has declined severely in the past two decades, meaning less water to sustain life in the arid region. Noah Molotch is a snow researcher at the University of Colorado’s Institute of Arctic and Alpine Research.

Noah Molotch, University of Colorado Boulder Associate Professor:

“In the western United States, 60 million people depend on snowmelt for their water supply, and globally it's a little over a billion people.”

Molotch uses remote sensing technology to estimate how much water will become available when snows melt.

Noah Molotch, University of Colorado Boulder Associate Professor:

“So darker blues represent more snow, lighter blues represent less snow.”

Using satellite images, computer modeling and on-the-ground snow surveys, Molotch and his team are improving the accuracy of snowmelt forecasting.

This is critical information for water managers deciding how much water to release from a dam and when to do it.

Noah Molotch, University of Colorado Boulder Associate Professor:

“When you improve the accuracy of the forecast, then you actually increase the efficiency at which water is allocated. Which is basically like introducing more usable water into the system.”

Another innovation is snow mapping from airplanes. Developed by NASA, the planes use Lidar, a type of laser scanner, to measure the earth’s surface.

Noah Molotch, University of Colorado Boulder Associate Professor:

“Then if you take the height that you measured in summer and subtract it from the height that you measured in winter that gives you a direct measurement of the snow depth.”

Measuring snow manually still provides essential data because water density varies greatly in snow. But these surveys are limited by the number of sites that teams can visit.

Adding the remote sensing data creates a far more complete picture.

As climate change disrupts established patterns, accurately predicting water availability from snow will become more important to meet the needs of the many people who depend on it.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG