ພວກເຈົ້າໜ້າທີ່ໄທກ່າວວ່າ ມີຊາວບ້ານກະຫລ່ຽງ ຈາກມຽນມາ ເກືອບ 200 ຄົນ ໄດ້ຂ້າມເຂົ້າສູ່ປະເທດໄທ ໃນອາທິດນີ້. ປະເທດໄທໄດ້ເສີມກຳລັງຂອງຕົນ ແລະຈຳກັດການເຂົ້າໄປໃນບໍລິເວນຊາຍແດນ.
ນັບແຕ່ປີ 1988 ເປັນຕົ້ນມາ ມຽນມາໄດ້ມີການລຸກຂຶ້ນ ຕໍ່ຕ້ານກອງທັບທີ່ສຳຄັນ ສາມຄັ້ງ ແຕ່ວ່າຢູ່ໃນບັນດາ ລັດຊົນເຜົ່າ ການຂັດແຍ້ງໄດ້ແຜ່ລາມມາເປັນເວລາດົນກວ່າ 70 ປີແລ້ວ.
ດຳລັດທີ່ເອົາລົງເຜີຍແຜ່ໃນເວັບໄຊທ໌ ໂຣໂຢ ກາແຊັດ ໄດ້ໂອນອຳນາດຂອງລັດຖະມົນຕີ ເຊິ່ງກວາມເອົາກົດໝາຍ 31 ສະບັບ ໃຫ້ໄປຢູ່ໃນການຄວບຄຸມໂດຍກົງ ຂອງທ່ານປຣະຢຸດ.
ດຽວນີ້ ແມ່ນມີຄວາມຂັດຂ້ອງໝອງໃຈກັນ ກ່ຽວກັບເລື້ອງໄຕ້ຫວັນ. ປັກກິ່ງເຫັນວ່າ ໄຕ້ຫວັນເປັນແຂວງທີ່ແຍກອອກຈາກຈີນໄປ ເຊິ່ງໃນທີ່ສຸດ ກໍ່ຈະທ້ອນໂຮມ ເຂົ້າມາຫາຈີນແຜ່ນດິນໃຫຍ່ຄືນ ພາຍໃຕ້ນະໂຍບາຍ ‘ຈີນດຽວ”.
ຢູ່ໃນນະຄອນຫຼວງນິວເດລີ ໄວຣັສໂຄໂຣນາສາຍພັນໃໝ່ ກຳລັງລະບາດຢ່າງຮ້າຍແຮງ ໄດ້ຕິດແປດໃສ່ຫຼາຍໆຄອບຄົວ ທີ່ພາກັນດິ້ນລົນຊອກຫາຢາປົວ ທີ່ຂາດເຂີນຢູ່ນັ້ນ ແລະຖັງອອກຊີເຈນ ທີ່ຂຶ້ນລາຄາຢູ່ໃນຕະຫຼາດມືດ.
ນາຍພົນເວົ້າວ່າ ພວກເຮົາຢູ່ໃນເຮືອລຳດຽວກັນ ຊ່ອຍເຫຼືອກັນແລະກັນ ເພື່ອຈະຢູ່ລອດ ແລະກຳຈັດລະບອບການປົກຄອງຂອງທະຫານ ແລະຈັດຕັ້ງຂຶ້ນຄືນໃໝ່ ໃນສິ່ງທີ່ພວກເຮົາເອີ້ນວ່າ ລັດຖະບານປະຊາທິປະໄຕ.
ທ່ານປາໂດ ຊໍ ຕໍ ນີ ໂຄສົກຄົນນຶ່ງຂອງສະຫະພັນແຫ່ງຊາດກະຫຼ່ຽງ ກ່າວວ່າ ກຸ່ມຂອງຕົນໄດ້ເຂົ້າຍຶດເອົາຄ້າຍທະຫານມຽນມາ ໃນເວລາປະມານ 5 ໂມງເຊົ້າ ຕາມເວລາໃນທ້ອງຖິ່ນ (2230 GMT.)
ສະຫະລັດ ກຳລັງຢູ່ພາຍໃຕ້ການກົດດັນ ຈາກປະຊາຄົມນາໆຊາດ ເພື່ອໃຫ້ສົ່ງຢາວັກຊີນບາງສ່ວນ ທີ່ຕົນເກັບໄວ້ໃນສາງ ໄປໃຫ້ອິນເດຍ ແລະປະເທດອື່ນໆ ທີ່ຕ້ອງການສັກຢາວັກຊີນນັ້ນ.
ຕຳຫຼວດ ທະຫານ ແລະກຳລັງສືບລັບອິນໂດເນເຊຍ ພວມທຳການປະຕິບັດງານຮ່ວມ ເນມັງກາວີ ທີ່ຕາມລ່າຫາໂຕພວກກະບົດທີ່ບຸກໂຈມຕີ ຊຶ່ງພວກເຈົ້າໜ້າທີ່ເຊື່ອວ່າມາຈາກກຸ່ມ ກອງທັບປົດປ່ອຍປາປົວຕາເວັນຕົກ.
ດຣ. ຊາຊາ ລັດຖະມົນຕີການຮ່ວມມືສາກົນ ຂອງ NUG ທີ່ກຳລັງພາກັນຫລົບລີ້ຢູ່ກັບບັນດາເພື່ອນສະມາຊິກສະພາ ກ່າວວ່າ “ພວກເຮົາ ຫວັງວ່າ ຈະມີການຕິດຕາມ ໃນການເອົາບາດກ້າວຢ່າງແຂງຂັນ ໂດຍ ASEAN.
ໄທໃນວັນອາທິດວານນີ້ ໄດ້ບັນທຶກຈຳນວນຜູ້ເສຍຊີວິດຍ້ອນໂຄວິດ-19 ປະຈຳວັນສູງ ຢ່າງເປັນປະຫວັດການເປັນມື້ທີ 2 ແລ້ວ, ໃນຂະນະທີ່ເຈົ້າໜ້າທີ່ ເພີ້ມທະວີການຮັບມື ກັບຄື້ນຟອງ ການຕິດເຊື້ອໄວຣັສຄັ້ງທີສາມ.
ນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ໄດ້ຈັດກອງປະຊຸມກັບບັນດາລັດຖະມົນຕີຂອງປະເທດ ເພື່ອພິຈາລະນາວິທີທີ່ດີທີ່ສຸດເພື່ອຮັບມືກັບໂຣກລະບາດໄວຣັສໂຄໂຣນາ.
ໂຫລດຕື່ມອີກ