ສິງກະໂປ ແລະ ຫວຽດນາມ ໃນວັນພຸດມື້ນີ້ໄດ້ຕົກລົງທີ່ຈະຂະຫຍາຍການຮ່ວມມືໃນດ້ານສາຍເຄເບິລໃຕ້ທະເລ, ການເງິນ ແລະ ພະລັງງານ, ເຊິ່ງເປັນຂີດໝາຍຂອງການຍົກລະດັບສາຍພົວພັນຂອງທັງສອງປະເທດໄປສູ່ລະດັບສູງສຸດຂອງ ຫວຽດນາມ ໃນລະຫວ່າງການຢ້ຽມຢາມລັດນະຄອນລັດແຫ່ງນີ້ຂອງທ່ານ ໂຕ ລຳ ຫົວໜ້າພັກຄອມມູນິສແຫ່ງປະເທດ ຫວຽດນາມ.
ສິງກະໂປ ເປັນປະເທດທີສາມໃນເອເຊຍຕາເວັນອອກສຽງໃຕ້ ຮອງຈາກມາເລເຊຍ ແລະ ອິນໂດເນເຊຍ ທີ່ຫວຽດນາມ ໄດ້ສ້າງ “ສາຍພົວພັນດ້ານຍຸດທະສາດຮອບດ້ານນຳ.”
ໃນຖະແຫຼງການຮ່ວມທີ່ຖືກເຜີຍແຜ່ຫຼັງຈາກການຍົກລະດັບດັ່ງກ່າວ, ທ່ານ ໂຕລຳ ແລະ ນາຍົກລັດຖະມົນຕີຂອງ ສິງກະໂປ ທ່ານ ລໍເຣັນສ໌ ວອງ ໄດ້ເປັນສັກຂີພິຍານການແລກປ່ຽນຂໍ້ຕົກລົງຫົກສະບັບ ແລະ ໄດ້ປຶກສາຫາລືການຮ່ວມມືໃນການພັດທະນາສາຍເຄເບິລໃຕ້ທະເລ, ການເຊື່ອມຕໍ່ດ້ານດິຈິຕອລ ແລະ ການຫຼັ່ງໄຫຼຂອງຂໍ້ມູນຂ້າມຊາຍແດນ.
ບັນດາປະເທດເອເຊຍຕາເວັນອອກສຽງໃຕ້, ທີ່ເປັນຈຸດເຊື່ອມຕໍ່ສຳລັບສາຍເຄເບິລທີ່ເຊື່ອມຕໍ່ ເອເຊຍ ກັບ ຢູໂຣບນັ້ນ, ໄດ້ແນ່ເປົ້າໝາຍເພື່ອຂະຫຍາຍເຄືອຂ່າຍຂອງເຂົາເຈົ້າເພື່ອບັນລຸຄວາມຮຽກຮ້ອງຕ້ອງການທີ່ເພີ່ມຂຶ້ນສຳລັບການບໍລິການດ້ານປັນຍາປະດິດ ແລະ ສູນຂໍ້ມູນ. ຫວຽດນາມ ມີແຜນທີ່ຈະເປີດຕົວສາຍເຄເບິລໃຕ້ທະເລໃໝ່ 10 ສາຍພາຍໃນປີ 2030.
ໃນເດືອນທັນວາທີ່ຜ່ານມາ, ອົງການຂ່າວ ຣອຍເຕີ ໄດ້ລາຍງານວ່າບໍລິສັດ ບໍລິຫານຊັບສິນ ສິງກະໂປ Keppel ແລະ ກຸ່ມບໍລິສັດ ຫວຽດນາມ Sovico Group ໄດ້ປຶກສາຫາລືແຜນການຕ່າງໆສຳລັບສາຍເຄເບິລໃຍແກ້ວນຳແສງໃຕ້ທະເລ ເພື່ອຂະຫຍາຍອຸດສາຫະກຳສູນຂໍ້ມູນຂອງພາກພື້ນ, ອີງຕາມແຫຼ່ງຂ່າວທີ່ຄຸ້ນເຄີຍກັບເລື່ອງນີ້.
ໃນເດືອນເມສາປີກາຍນີ້, ບໍລິສັດໂທລະຄົມ Viettel ທີ່ລັດຖະບານ ຫວຽດນາມ ເປັນເຈົ້າຂອງ ແລະ ບໍລິສັດ Singtel ຂອງ ສິງກະໂປ ໄດ້ເຮັດຂໍ້ຕົກລົງເບື້ອງຕົ້ນເພື່ອພັດທະນາສາຍເຄເບິລໃຕ້ທະເລ ເຊື່ອມຕໍ່ຫວຽດນາມກັບສິງກະໂປໂດຍກົງ, ແນວໃດກໍຕາມສັນຍາການກໍ່ສ້າງແມ່ນຍັງບໍ່ໄດ້ມີການປະກາດອອກມາເທື່ອ.
ຜູ້ນຳທັງສອງທ່ານຍັງໄດ້ຫາລື ກ່ຽວກັບ ການພັດທະນາສີຂຽວ, ການຂະຫຍາຍສວນອຸດສາຫະກຳ ແລະ ສັນຕິພາບ ແລະ ຄວາມສະຖຽນລະພາບໃນພາກພື້ນ. ສິງກະໂປ ໄດ້ສັນຍາທີ່ຈະສະໜັບສະໜູນ ຫວຽດນາມ ໃນການພັດທະນາສູນການເງິນຕ່າງປະເທດ, ອີງຕາມຖະແຫຼງການຮ່ວມ.
ສິງກະໂປ ແມ່ນຢູ່ໃນອັນດັບຕົ້ນໆຂອງລາຍຊື່ຜູ້ລົງທຶນຕ່າງໆປະເທດຂອງ ຫວຽດນາມ, ເຊິ່ງໄດ້ລົງທຶນ ສິບພັນສອງຮ້ອຍສິບລ້ານໂດລາ ເມື່ອປີກາຍນີ້, ເທົ່າກັບ 27 ເປີເຊັນຂອງການລົງທຶນຕ່າງປະເທດທັງໝົດຂອງ ຫວຽດນາມ, ຂໍ້ມູນທາງການໄດ້ສະແດງໃຫ້ເຫັນ.
ອ່ານຂ່າວນີ້ເປັນພາສາອັງກິດ
Singapore and Vietnam on Wednesday have agreed to enhance cooperation in subsea cables, finance, and energy, marking an upgrade in their relations to Vietnam's highest level, during a visit by its Communist Party Chief To Lam to the city-state.
Singapore is the third Southeast Asian nation, after Malaysia and Indonesia, with which Vietnam has established a "comprehensive strategic relationship."
In a joint statement released following the upgrade, Lam and Singapore's Prime Minister Lawrence Wong witnessed the exchange of six agreements and discussed cooperation in undersea cable development, digital connectivity, and cross-border data flows.
Southeast Asian countries, a major junction for cables connecting Asia to Europe, aim to expand their networks to meet the surging demand for AI services and data centers. Vietnam alone plans to launch 10 new submarine cables by 2030.
In December, Reuters reported that Singaporean asset manager Keppel and Vietnamese conglomerate Sovico Group were discussing plans for new undersea fiber-optic cables to boost the region's data center industry, according to sources familiar with the matter.
In April last year, Vietnam's state-owned telecom company Viettel and Singapore's Singtel announced a preliminary agreement to develop an undersea cable linking Vietnam directly to Singapore, although no construction contract has been announced yet.
The two leaders also discussed green development, industrial parks expansion, and peace and stability in the region. Singapore pledged to support Vietnam in developing international financial centers, the joint statement said.
Singapore ranks among Vietnam's top foreign investors, having invested $10.21 billion last year, which accounted for 27% of Vietnam's total foreign investment, official data showed.
ຟໍຣັມສະແດງຄວາມຄິດເຫັນ