ຜູ້ທ້າທາຍບາງຄົນ ໂຈມຕີອະດີດປະທານາທິບໍດີສະຫະລັດ, ເຊິ່ງປັດຈຸບັນນີ້ ກໍາລັງປະເຊີນກັບການຖືກດໍາເນີນຄະດີອາຍາ 4 ຄະດີ
ຄູ່ແຂ່ງບາງຄົນເຊັ່ນວ່າ ທ່ານໄມຄ໌ ເພັນສ໌ ອະດີດຮອງປະທານາທິບໍດີ ຂອງທ່ານທຣຳ ແລະອະດີດຜູ້ປົກຄອງລັດນິວເຈີຊີ ທ່ານຄຣິສ ຄຣິສຕີ ໄດ້ຖືວ່າ ທ່ານທຣຳ ຂາດຄຸນສົມບັດທີ່ຈະຮັບຕຳແໜ່ງອີກຄັ້ງນຶ່ງຍ້ອນສິ່ງທີ່ພວກເຂົາເຈົ້າໄດ້ກ່າວນັ້ນ ເປັນການບໍ່ເຄົາລົບນັບຖືລັດຖະທຳມະນູນຂອງທ່ານ
ທ່ານເພັນ ກ່າວວ່າ: ຂ້າພະເຈົ້າເຊື່ອວ່າທຸກຄົນ ໃຜກໍຕາມທີ່ເຮັດໃຫ້ໂຕເອງເຂົ້າມາກ່ຽວຂ້ອງກັບລັດຖະທໍາມະນູນ, ຈະຕ້ອງບໍ່ເຂົ້າມາເປັນປະທານາທິບໍດີຂອງສະຫະລັດອີກເລີຍ
“ຂ້າພະເຈົ້າເຊື່ອວ່າ ຜູ້ໃດກໍຕາມ ທີ່ເອົາເຂົາເຈົ້າເອງມາກ່ອນລັດຖະທຳມະນູນ ຄວນບໍ່ໃຫ້ເປັນປະທານາທິບໍດີຂອງສະຫະລັດເລີຍ” ທ່ານເພັນສ໌ ໄດ້ກ່າວ ໃນການໂຄສະນາຫາສຽງເປັນປະທານາທິບໍດີຄັ້ງທຳອິດຂອງທ່ານ ໃນການປາກົດຕົວ ຢູ່ໃນລັດໄອໂອວາ ເມື່ອວັນພຸດວານນີ້
ການຢັ່ງຫາງສຽງແຫ່ງຊາດ ສະແດງໃຫ້ເຫັນວ່າ ທ່ານດິແຊນຕິສ ມີຄະແນນເປັນອັນດັບສອງ ຮອງຈາກທ່ານທຣຳ ແຕ່ກໍຍັງຫາງໄກກັນຢູ່
ທ່ານທຣຳ ໃນຂໍ້ຄວາມຂຽນດ້ວຍອັກສອນໃຫຍ່ຢູ່ໃນ ສື່ສັງຄົມຂອງທ່ານ ທີ່ເອີ້ນວ່າ Truth Social ໄດ້ຮຽກຮ້ອງຕໍ່ພວກທີ່ສະໜັບສະໜຸນ ໃຫ້ “ປະທ້ວງ, ເອົາປະເທດຊາດຂອງພວກເຮົາຄືນມາ!”
ນຶ່ງໃນນະວັດຕະກໍາທີ່ມາແຮງທີ່ສຸດສໍາລັບການຜະລິດໄຟຟ້າທີ່ບໍ່ມີມົນລະພິດກໍຄືການ ຜະລິດໄຟຟ້າດ້ວຍພະລັງແສງ ຫລື photovoltaics ແບບລອຍຢູ່ເທິງໜ້ານ້ຳ ຊຶ່ງເອີ້ນຫຍໍ້ວ່າ FPV ທີ່ກ່ຽວຂ້ອງກັບການຍຶດແຜງຜະລິດພະລັງງານແສງຕາເວັນຢູ່ໃນນ້ໍາ