ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ໂຕ​ປະ​ກັນ​ອິ​ສ​ຣາ​ແອ​ລ 14 ຄົນ ແລະ​ນັກ​ໂທດ​ປາ​ແລັ​ສ​ໄຕ​ນ໌ 42 ຄົນ ຈະ​ຖືກ​ແລກ​ປ່ຽນ ໃນ​ວັນ​ເສົາ​ນີ້


ນາງ Aseel al-Titi ທີ່​ໃສ່​ຜ້າ​ໝັດ​ຫົວ​ສີ​ຂຽວ​ກຸ່ມ​ຮາ​ມາ​ສ ​ອະ​ດີດ​ນັກ​ໂທດ ທີ່​ຖືກ​ປ່ອຍ​ໂດຍ​ເຈົ້າ​ໜ້າ​ທີ່​ອິ​ສ​ຣາ​ແອ​ລນັ້ນ ໄດ້​ຖືກ​ຕ້ອນ​ຮັບ​ໂດຍ​ໝູ່​ເພື່ອນ ແລະ​ຄອບ​ຄົວ​ທີ່ Balata ​ໃນ​ສູນ​ອົບ​ພະ​ຍົບປາ​ແລັ​ສ​ໄຕ​ນ໌ ຢູ່ Nablus ​ເຂດ​ເວັ​ທ​ແບັງ ເມື່ອວັນ​ທີ 24 ພະ​ຈິກ 2023.
ນາງ Aseel al-Titi ທີ່​ໃສ່​ຜ້າ​ໝັດ​ຫົວ​ສີ​ຂຽວ​ກຸ່ມ​ຮາ​ມາ​ສ ​ອະ​ດີດ​ນັກ​ໂທດ ທີ່​ຖືກ​ປ່ອຍ​ໂດຍ​ເຈົ້າ​ໜ້າ​ທີ່​ອິ​ສ​ຣາ​ແອ​ລນັ້ນ ໄດ້​ຖືກ​ຕ້ອນ​ຮັບ​ໂດຍ​ໝູ່​ເພື່ອນ ແລະ​ຄອບ​ຄົວ​ທີ່ Balata ​ໃນ​ສູນ​ອົບ​ພະ​ຍົບປາ​ແລັ​ສ​ໄຕ​ນ໌ ຢູ່ Nablus ​ເຂດ​ເວັ​ທ​ແບັງ ເມື່ອວັນ​ທີ 24 ພະ​ຈິກ 2023.

ເຈົ້າ​ໜ້າ​ທີ່​ອິ​ສ​ຣາ​ແອ​ລ ​ກ່າວ​ວ່າ ໂຕ​ປະ​ກັນ​ອິ​ສ​ຣາ​ແອ​ລ​ 14 ຄົນແລະ​ນັກ​ໂທດ​ປາ​ແລັ​ສ​ໄຕ​ນ໌ 42 ຄົນຈະ​ຖືກ​ແລກ​ປ່ຽນ​ໃນ​ວັ​ນ​ເສົາ​ມື້ນີ້ ໃນ​ຂະ​ນະ​ທີ່​ການ​ຢຸດ​ຍິງ ເປັນ​ເວ​ລາ 4 ມື້ ທີ່​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ມື້​ວັນ​ສຸກ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ​ແລະ​ກຸ່ມ​ຮາ​ມາ​ສ ປາ​ກົດ​ວ່າ ຍັງ​ໄດ້​ຮັບ​ການ​ເຄົາ​ລົບ​ຢູ່​ຕໍ່​ມາ.

ໃນ​ໄລ​ຍະ​ທີ່​ມີ​ການ​ຢຸດ ການ​ສູ້​ລົບ​ກັນ​ນີ້ ກຸ່ມ​ຮາ​ມາ​ສ​ຈະ​ປ່ອຍ​ໂຕ​ປະ​ກັນ​ ຢ່າ​ງ​ໜ້ອຍ 50 ຄົນ ແລະ​ອິ​ສ​ຣາ​ແອ​ລ ​ຈະ​ປ່ອຍນັກ​ໂທດ​ປາ​ແລັ​ສ​ໄຕ​ນ໌ 150 ຄົນ ອັນ​ເປັນ​ສ່ວນ​ນຶ່ງ​ຂອ​ງ​ຂໍ້​ຕົກ​ລົງ ​ທີ່​ໄດ້​ບັນ​ລຸ​ກັນ​ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາທີ່​ພົວ​ພັນ​ກັບ​ອິ​ສ​ຣາ​ແອ​ລ ບັນ​ດາ​ກຸ່ມ​ຫົວ​ຮຸນ​ແຮງ ​ປາ​ແລັ​ສ​ໄຕ​ນ໌ ກາ​ຕ້າ ອີ​ຈິບ ແລະ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ.

ນອກນັ້ນ ໃນ​ວັນ​ເສົາ​ມື້ນີ້ ລອນດອນ​ກໍ​ກຳ​ລັງ​ກຽມ​ພ້ອມ ທີ່​ຈ​ະ​ຮັບ​ມື​ກັບ​ການ​ເດີນ​ຂະ​ບວນ​ທີ່​ນິ​ຍົມ​ປາ​ແລັ​ສ​ໄຕ​ນ໌ ທີ່​ຄາດ​ວ່າ​ຈະ​ມີ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ສິບ​ພັນ​ຄົນ. ຕຳ​ຫຼວດ​ຫຼາຍກວ່າ 1,500 ຄົນ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ເຮັດ​ວຽກ ໃນ​ມື້​ແຫ່ງ​ການ​ປຸກ​ລະ​ດົມ​ເພື່ອ​ຄວາມ​ເປັນ​ເອກ​ກະ​ພາບ ​ຂອງ​ຊາວ​ປາ​ແລັ​ສ​ໄຕ​ນ໌. ພວກ​ເດີນ​ຂະ​ບວນ​ມີ​ກຳ​ນົດ​ຈະ​ເລີ້ມ​ຈາກ​ພາກ​ເລນ ໄປ​ຫາ​ໄວ​ຮອ​ລ.

ຕຳ​ຫຼວດ​ ຈະ​ແຈກຢາຍ​ໃບ​ປິວ​ໃຫ້​ແກ່​ພວກ​ປະ​ທ້ວງ ເພື່ອ​ແຈ້ງ​ໃຫ້​ພວກ​ເຂົາ​ຊາບ ກ່ຽວ​ກັບ​ການ​ປະ​ພຶດ​ທີ່​ເໝາະ​ສົມ ໃນ​ເວ​ລາ​ເດີ​ນຂະ​ບວນ ທີ່​ຮວມ​ທັງ​ບໍ່​ໃຫ້​ໃຊ້​ຄຳ​ເວົ້າ​ຫຼື​ຮູບ​ພາບ ທີ່​ສະ​ໜັບ​ສະ​ໜຸນ​ກຸ່ມ​ຮາ​ມາ​ສ ຫຼື​ອົງ​ການ​ຕ່າງໆ​ທີ່​ຖືກ​ຫ້າມ ທີ່​ຖື​ວ່າ​ຜິດ​ກົດ​ໝາຍ ພາຍ​ໃຕ້​ກົດ​ໝາຍ​ອັງ​ກິດ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ພວກ​ກໍ່​ການ​ຮ້າຍ​ຕ່າງໆ.”

ໂຕ​ປະ​ກັນ 24 ຄົນ ຮວມ​ທັງ​ແມ່​ຍິງ​ອິ​ສ​ຣາ​ແອ​ລ​ແລະ​ເດັກ​ນ້ອຍ 13 ຄົນ ທີ່​ມີ​ອາ​ຍຸ​ແຕ່ 2 ຫາ 85 ປີ​ໄດ້​ຖືກ​ປ່ອຍ​ໃນ​ຕອນ​ແລງ​ຂອງມື້​ວັນ​ສຸກ. ນອກ​ຈາກນັ້ນ​ກຸ່ມ​ຮາ​ມາ​ສ​ຍັງ​ໄດ້​ປ່ອຍ​ຄົນ​ໄທ 10 ຄົນ ແລະ​ຄົນ​ຟີ​ລິບ​ປິນ​ຜູ້​ນຶ່ງ ທີ່​ໄດ້​ຖືກ​ຈັບ​ເປັນ​ໂຕ​ປະ​ກນ ອີງ​ຕາມ​ລັດ​ຖະ​ບານ​ກາ​ຕ້າ.

ໃນ​ຂະ​ນະ​ດຽວ​ກັນ ລັດ​ຖະ​ບານ​ອິ​ສ​ຣາ​ແອ​ລ​ໄດ້​ປ່ອຍ​ແມ່​ຍິງ​ແລະ​ໜຸ່ມ​ສາວ​ຊາວປາ​ແລັ​ສ​ໄຕ​ນ໌ 39 ຄົນ ທີ່​ຢູ່​ໃນ​ຄຸກ​ຫຼື​ຖືກ​ຄຸມ​ຂັງ​ຢູ່ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG