ຜູ້ປົກຄອງລັດຟລໍຣິດາ ທ່ານຣອນ ດິແຊນຕິສ (Ron DeSantis) ທີ່ສັງກັດພັກຣີພັບບລີກັນ ໄດ້ສະໝັກເຂົ້າແຂ່ງຂັນຢ່າງເປັນທາງການໃນເລືອກຕັ້ງປະທານາທິບໍດີໃນປີໜ້າ ເພື່ອປະເຊີນໜ້າກັບຜູ້ເຂົ້າແຂ່ງຂັນຈາກພັກເດໂມແຄຣັດທີ່ຄາດວ່າຈະແມ່ນປະທານາທິບໍດີໂຈ ໄບເດັນ. ແຕ່ກ່ອນອື່ນໝົດ ທ່ານຕ້ອງໄດ້ເອົາຊະນະ ຜູ້ຊຶ່ງຄັ້ງນຶ່ງເຄີຍເປັນພັນທະມິດແລະເວລານີ້ແມ່ນສັດຕູທີ່ໜ້າເກງຂາມ ຄືອະດີດປະທານາທິບໍດີດໍໂນລ ທຣຳ.
ຄຳເວົ້າອັນທຳອິດຂອງທ່ານດິແຊນຕິສ ໃນຖານະຜູ້ສະໝັກເປັນປະທານາທິບໍດີໄດ້ມີການຊັກຊ້າເວລາສຽງຂອງການໂອ້ລົມທາງ Twitter Spaces 90 ນາທີ ກັບບັນດາຜູ້ຟັງ ທາງອອນລາຍນ໌ ຫຼາຍຮ້ອຍພັນຄົນ ໃນຕອນແລງຂອງວັນພຸດວານນີ້ ປະສົບກັບບັນຫາທາງດ້ານເທັກນິກ ຮວມທັງການມິດງຽບເປັນເວລາດົນນານໃນເວລາທີ່ທັງຜູ້ຈັດລາຍການ ຜູ້ສະໝັກ ຫຼືເຈົ້າຂອງທວີດເຕີ ທ່ານອີລອນ ມັສຄ໌ (Elon Musk) ບໍ່ສາມາດໄດ້ກັນສຽງກັນ.
ສຳລັບການເປີດໂຕທາງວີດີໂອ ໃນການໂຄສະນາຫາສຽງຂອງທ່ານດິແຊນຕິສນັ້ນ ໄດ້ດຳເນີນໄປດ້ວຍດີ ຊຶ່ງທ່ານໄດ້ປະກາດວ່າ “ຂ້າພະເຈົ້າໄດ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ເພື່ອນຳພາການກັບຄືນມາທີ່ຍິ່ງໃຫຍ່ຂອງຊາວອາເມຣິກັນພວກເຮົາ.”
ການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ຜູ້ປົກຄອງລັດຟລໍຣິດາ ທີ່ມີອາຍຸ 44 ປີ ແມ່ນເປັນທີສອງຮອງຈາກທ່ານທຣຳ ຊຶ່ງຈະມີອາຍຸ 77 ປີໃນເດືອນໜ້າ.
“ການຢັ່ງຫາງສຽງແມ່ນເປັນປະໂຫຍດ. ມັນສາມາດແນະໃຫ້ຮູ້ວ່າພວກເຮົາຢູ່ຈຸດໃດໃນເວລານີ້ ຂອງການແຂ່ງຂັນ. ແຕ່ເວລານີ້ ທຸກສິ່ງຢ່າງແມ່ນຍັງເປີດກວ້າງຢູ່” ອີງຕາມເດນຽລ ຄອັກສ໌ (Daniel Cox) ຜູ້ອຳນວຍການຂອງສູນກາງສຳຫຼວດກ່ຽວກັບຊີວິດອາເມຣິກັນ ທີ່ສະຖາບັນ American Enterprise.