ແຜງພະລັງງານແສງອາທິດໄດ້ເກີດຂຶ້ນຫລາຍ ຄືກັນກັບດອກເຫັດຢູ່ເທິງຫລັງຄາ ແລະ ເທິງພື້ນດິນ ໃນຫຼາຍພາກຂອງໂລກ. ແຕ່ພວກມັນຍັງສາມາດ ຖືກເອົາໄປວາງໄວ້ຢູ່ເທິງໜ້ານ້ໍາອີກ. ດັ່ງທີ່ຫົວໜ້າ ນັກຂ່າວແຫ່ງຊາດຂອງວີໂອເອ Steve Herman ລາຍງານມາວ່າ ເທັກໂນໂລຈີແສງຕາເວັນທີ່ລ່ອງລອຍ ຢູ່ເທິງໜ້ານ້ຳ ໄດ້ເລີ້ມແຜ່ຂະຫຍາຍອອກໄປໃນຂອບເຂດທີ່ກວ້າງຂວາງຢູ່ເຂດເອເຊຍ ແລະຢູໂຣບ ແລະຕອນນີ້ ມັນກຳລັງເລີ້ມໄດ້ຮັບຄວາມສົນໃຈຂຶ້ນຫລາຍ ຢູ່ໃນທະວີບອາເມຣິກາເໜືອ. ບົວສະຫວັນ ຈະນຳລາຍລະອຽດເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ນຶ່ງໃນນະວັດຕະກໍາທີ່ມາແຮງທີ່ສຸດສໍາລັບການຜະລິດໄຟຟ້າທີ່ບໍ່ມີມົນລະພິດກໍຄືການ ຜະລິດໄຟຟ້າດ້ວຍພະລັງແສງ ຫລື photovoltaics ແບບລອຍຢູ່ເທິງໜ້ານ້ຳ ຊຶ່ງເອີ້ນຫຍໍ້ວ່າ FPV ທີ່ກ່ຽວຂ້ອງກັບການຍຶດແຜງຜະລິດພະລັງງານແສງຕາເວັນຢູ່ໃນນ້ໍາ, ລວມທັງໃນທະເລສາບ, ອ່າງເກັບນ້ໍາ ແລະຢູ່ໃນທະເລ.
ໂຄງການຜະລິດພະລັງງານແສງຕາເວັນທີ່ລອຍຢູ່ເທິງໜ້ານ້ຳ ແມ່ນສ້າງຄວາມດຶງດູດ ໃຈແກ່ຄົນເພີ້ມຂຶ້ນຫຼາຍ ເມື່ອພວກມັນສາມາດຖືກສ້າງຢູ່ໃນແມ່ນ້ຳ ທີ່ຢູ່ໃກ້ກັບໂຮງງານຜະລິດພະລັງງານໄຟຟ້ານ້ຳຕົກ ທີ່ມີສາຍສົ່ງຢູ່ແລ້ວ ... … ອີງຕາມທ່ານນາງຊີກາ ແກດຊານກູ (Sika Gadzanku), ນັກຄົ້ນຄວ້າຢູ່ຫ້ອງທົດລອງພະລັງງານທົດແທນ ແຫ່ງຊາດຂອງລັດໂຄໂລຣາໂດ.
ທ່ານນາງຊີກາ ແກດຊານກູ (Sika Gadzanku) ກ່າວວ່າ:
"ສະນັ້ນ, ແທນທີ່ຈະເພິ່ງພາອາໄສຕໍ່ແມ່ນ້ໍາຫຼາຍໆນັ້ນ ຕອນນີ້ທ່ານສາມາດນໍາໃຊ້ FPV ຫຼາຍຂຶ້ນ ແລະຫຼຸດຜ່ອນການເພິ່ງພາອາໄສນ້ໍາລົງ ເຊັ່ນ ໃນລະດູແລ້ງ, ທ່ານ ໃຊ້ການຜະລິດໄຟຟ້າ ດ້ວຍພະລັງແສງຕາເວັນ ທີ່ລອຍຢູ່ເທິງໜ້ານ້ຳໄດ້."
ສະມາຊິກສະພາເມືອງ, ທ່ານນາງເດບໍຣາ ຟູດເຈິ (Deborah Fudge) ກ່າວວ່າ ແຜງຜະລິດພະລັງງານແສງຕາເວັນຫ້າພັນແຜງ ດຽວນີ້ໄດ້ລ່ອງລອຍຢູ່ເທິງສະສຳລັບເກັບນ້ຳເສຍແຫ່ງນຶ່ງຂອງເມືອງວິນຊໍ (Windsor) ໃນລັດຄາລິຟໍເນຍ.
ທ່ານນາງເດບໍຣາ ຟູດເຈິ ຈາກສະພາເມືອງວິນຊໍກ່າວດັ່ງນີ້:
"ພວກມັນຍັງໄດ້ສະຫນອງ 90 ເປີເຊັນ ຂອງພະລັງງານທີ່ພວກເຮົາຕ້ອງການສຳລັບ ການປະຕິບັດ ງານທັງຫມົດໃນການບໍາບັດນ້ໍາເສຍ, ສຳລັບການດໍາເນີນງານທັງຫມົດ ຢູ່ທີ່ເດີ່ນບໍລິສັດຂອງພວກເຮົາ, ແລະຍັງໃຊ້ສໍາລັບສູບນ້ໍາເສຍຂອງພວກເຮົາໄປຫາ ບ່ອນທີ່ເປັນນ້ຳຮ້ອນພຸຂຶ້ນ, ເຊິ່ງເປັນທົ່ງຄວາມຮ້ອນ ໃຕ້ດິນຢູ່ໄກປະມານ 40 ໄມ ຫລື 64 ກິໂລແມັດ ໄປທາງທິດເໜືອ.”
ທ່ານນາງກ່າວຕໍ່ໄປວ່າ "ໜອງໃຫຍ່ແຫ່ງນີ້ ຢູ່ໃນລັດເວີຈີເນຍ ແມ່ນນຶ່ງໃນແມ່ນ້ຳປະ ມານ 25,000 ແຫ່ງໃນສະຫະລັດ ທີ່ລັດຖະບານກໍານົດວ່າ ເຫມາະສົມສໍາລັບການຈັດວາງ FPV ໃສ່. ແຜງຜະລິດພະລັງງານ ທີ່ລອຍຢູ່ເທິງໜ້ານ້ໍາ ທີ່ກວມເອົານຶ່ງ ສ່ວນສີ່ຂອງແມ່ນ້ຳແຕ່ລະແຫ່ງ ຢູ່ໃນສະຖານທີ່ເຫຼົ່ານີ້ ອາດຈະຜະລິດພະລັງງານໄດ້ເກືອບຮອດ 10 ເປີເຊັນ ຂອງຄວາມຕ້ອງການດ້ານພະລັງງານຂອງປະເທດອາເມຣິກາ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Solar panels have mushroomed on rooftops and on the ground in many parts of the world. But they also can be placed on bodies of water. As VOA’s chief national correspondent Steve Herman reports, the floating solar technology has taken off on a large scale in Asia and Europe and is now beginning to heat up in North America.
One of the hottest innovations for the nonpolluting generation of electricity is floating photovoltaics, or FPV, which involves anchoring solar panels in bodies of water, including lakes, reservoirs and seas.
Floating solar projects are even more attractive when they can be built on bodies of water adjacent to hydropower plants with existing transmission lines …… according to Sika Gadzanku, a researcher at the National Renewable Energy Laboratory in Colorado.
Sika Gadzanku, National Renewable Energy Laboratory: “So, instead of depending so much on hydro, now you can use more FPV and reduce your dependence on hydro during, like, very dry seasons — you use your floating solar photovoltaics.”
Five thousand solar panels now float on one of the wastewater ponds of the town of Windsor in California, says council member Deborah Fudge.
Debora Fudge, Windsor Town Council: “They also provide 90 percent of the power that we need for all of the operations for treating wastewater, for all the operations at our corporation yard, and also for pumping our wastewater to the geysers, which is a geothermal field about 40 miles (64 kilometers) north.”
“This lake in Virginia is one of about 25,000 bodies of water in the United States identified by the government as suitable for FPV placement. Floating panels covering one-fourth the area of each of these sites would potentially generate nearly 10 percent of America’s energy needs.