ນັກຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດ ຢືນຢັນວ່າ ເຂື່ອນໄຟຟ້າ 12 ໂຄງການຢູ່ເທິງແນວແມ່ນ້ຳຂອງໃນຈີນ ໄດ້ສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ປະຊາຊົນໃນເຂດຕອນລຸ່ມແມ່ນ້ຳຂອງ ເພາະວ່າ ເຂື່ອນໄດ້ກັກເກັບເອົານ້ຳສ່ວນໃຫຍ່ໄວ້.
ຜູ້ຊ່ຽວຊານທາງດ້ານສິ່ງແວດລ້ອມທຳມະຊາດໃນສຳນັກງານຊັບພະຍາກອນນໍ້າແຫ່ງຊາດໄທ ໄດ້ໃຫ້ການຢືນຢັນວ່າ ເຂື່ອນໄຟຟ້າ 12 ໂຄງການຢູ່ເທິງແນວແມ່ນ້ຳຂອງໃນຈີນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະຊີວິດການເປັນຢູ່ຂອງປະຊາຊົນຢູ່ໃນເຂດຕອນລຸ່ມແມ່ນໍ້າຂອງຢ່າງກວ້າງຂວາງ ທັງຍັງຮຸນແຮງເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍສະເພາະແມ່ນຜົນກະທົບຕໍ່ລະບົບນິເວດທໍາມະຊາດ. ຜົນກະທົບທາງດ້ານສະບຽງອາຫານ ແລະຜົນກະທົບທາງດ້ານເສດຖະກິດ ທີ່ໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດຕອນລຸ່ມຕ້ອງປະເຊີນກັບຄວາມທຸກຍາກຫຼາຍຂຶ້ນນັບມື້ ຍ້ອນວ່າ ເຂົາເຈົ້າບໍ່ສາມາດຫາລ້ຽງຊີບໄດ້ຕາມປົກກະຕິ ທັງຍັງປະເຊີນກັບໄພທຳມະຊາດທີ່ນັບມື້ນັບຮ້າຍແຮງຂຶ້ນ ໂດຍສະເພາະໄພແຫ້ງແລ້ງທີ່ເປັນຜົນມາຈາກໂຄງການເຂື່ອນໄຟຟ້າ 12 ແຫ່ງຂອງຈີນ ທີ່ໄດ້ກັກເກັບນ້ຳສ່ວນໃຫຍ່ໄວ້ ຕະຫຼອດລະດູແລ້ງນັ້ນ. ດັ່ງທີ່ຜູ້ຊ່ຽວຊານຂອງໄທ ໄດ້ໃຫ້ການຢືນຢັນວ່າ “ນ້ຳທັງລະບົບໃນແມ່ນ້ຳຂອງ ແມ່ນນ້ຳທີ່ມາຈາກຕອນເທິງ 18% ແລະມາຈາກຕອນລຸ່ມ 82% ອັນນີ້ ມີຄວາມສຳຄັນຫລາຍ ເພາະວ່າ 18% ທີ່ມາຈາກຈີນນັ້ນ ແທ້ຈິງແລ້ວມັນມີຄວາມສຳຄັນຫລາຍໃນຊ່ວງລະດູແລ້ງ ເພາະວ່າ ໃນຊ່ວງລະດູແລ້ງໃນລະບົບທັງຫມົດໃນທັ່ວພາກພື້ນ ມັນບໍ່ມີຝົນຕົກ ແຕ່ທີ່ມັນມີນ້ໍາໄຫຼຢູ່ໃນລະບົບ ກໍເປັນເພາະນ້ຳທີ່ມາຈາກຕົ້ນນ້ຳ ມາຈາກການລະລາຍຂອງຫິມະ ເພາະສະນັ້ນ ຂະບວນການການປ່ຽນແປງທີ່ເກີດຂຶ້ນໃນເຂື່ອນຂອງຈີນ ໃນຕອນເທິງ ຊຶ່ງທັງຫມົດເປັນເຂື່ອນເກັບກັກນ້ຳ ສະນັ້ນ ຈຶ່ງມີຜົນກະທົບອັນໃຫຍ່ຫຼວງຕໍ່ປະລິມານນໍ້າໃນລະດູແລ້ງ.”
ທາງດ້ານເຈົ້າໜ້າທີ່ຄະນະກຳມະການສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າຄະນະກຳມະການສິດທິມະນຸດແຫ່ງຊາດໄທ ໄດ້ຍື່ນຈົດໝາຍເຖິງລັດຖະບານໄທ ເພື່ອຮ້ອງຂໍໃຫ້ພິຈາລະນາຄືນກ່ຽວກັບການຕົກລົງຊື້ໄຟຟ້າຈາກລາວ ເມື່ອບໍ່ດົນມານີ້ ໂດຍສະເພາະແມ່ນການຂໍໃຫ້ທົບທວນຄືນຂໍ້ຕົກລົງຊື້ໄຟຟ້າຈາກໂຄງການເຂື່ອນໄຟຟ້າ ທີ່ກໍ່ສ້າງຍູ່ເທິງແນວແມ່ນ້ຳຂອງໃນລາວນັ້ນ ເພາະເຫັນວ່າ ການສຶກສາສໍາຫຼວດ ເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ບໍ່ໄດ້ມາດຕະຖານສາກົນ ຈຶ່ງເຮັດໃຫ້ມີຄວາມກັງວົນໃຈວ່າ ການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃນລາວ ຈະສົ່ງຜົນກະທົບຂ້າມພົມແດນເຖິງໄທດ້ວຍ. ລວມທັງຍັງຈະສົ່ງຜົນກະທົບຕໍ່ແນວເສັ້ນເຂດແດນໃນແມ່ນໍ້າຂອງ ລະຫວ່າງ ລາວ-ໄທ ທີ່ຍັງບໍ່ສາມາດຕົກລົງປັກປັນຮ່ວມກັນໄດ້ຈົນເຖິງປັດຈຸບັນນີ້ ດັ່ງເຈ້າຫນ້າທີ່ໄທ ໄດ້ໃຫ້ການຢືນຢັນວ່າ “ການສ້າງເຂື່ອນ ອາດສົ່ງຜົນກະທົບຕໍ່ການປ່ຽນແປງຮ່ອງນ້ໍາເລິກ ເຮັດໃຫ້ມີຜົນກະທົບຕໍ່ການເຈລະຈາເຂດແດນ ໄທ-ລາວ ທີ່ຍັງຢູ່ລະຫວ່າງການດຳເນີນການໂດຍຄະນະກຳມາທິການເຂດແດນຮ່ວມ ຂະນະທີ່ການຕົກລົງວ່າດ້ວຍຄວາມຮ່ວມມື ເພື່ອການພັດທະນາລຸ່ມນ້ຳຂອງຢ່າງຍືນຍົງ ປີ 1995 ລະບຸວ່າ ປະເທດສະມາຊິກທີ່ໄດ້ຕົກລົງຮ່ວມກັນ ທີ່ຈະໃຊ້ນ້ຳຢ່າງສົມເຫດສົມຜົນ ແລະເປັນທຳ ຕ້ອງບໍ່ກະທົບເຖິງອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດເພື່ອນບ້ານ.”
ກ່ອນໜ້ານີ້ ໄດ້ມີການເຊັນສັນຍາຊື້-ຂາຍໄຟຟ້າ ຈາກໂຄງການເຂື່ອນປາກແບງຢູ່ເທິງແນວແມ່ນ້ຳຂອງໃນລາວ ທີ່ເປັນການລົງນາມລະຫວ່າງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ ແລະ ບໍລິສັດ China Datang Oversea Investments ຈາກຈີນ ໃນຖານະຜູ້ຂາຍ ແຕ່ເຄືອຂ່າຍປະຊາຊົນໄທ 8 ແຂວງ ໃນລຸ່ມແມ່ນໍ້າຂອງ ໄດ້ສະແດງການຄັດຄ້ານຕໍ່ການຊື້ກະແສໄຟຟ້າຈາກໂຄງການດັ່ງກ່າວນີ້ ຈຶ່ງເຮັດໃຫ້ກຸ່ມຜູ້ລົງທຶນ ຈະຕ້ອງດໍາເນີນການສຶກສາເພື່ອປ້ອງກັນຜົນກະທົບໃນທຸກໆດ້ານ ໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງເທົ່ານັ້ນ.
ຟໍຣັມສະແດງຄວາມຄິດເຫັນ