ກໍາລັງການຊື້ຂອງປະຊາຊົນລາວ ສືບຕໍ່ຫຼຸດລົງຫຼາຍກວ່າ 244 ເປີເຊັນ ຍ້ອນວ່າ ການຜະລິດສິນຄ້າພາຍໃນປະເທດຍັງບໍ່ສາມາດຕອບສະຫນອງໄດ້ຢ່າງພຽງພໍ ແລະຄ່າເງິນກີບຍັງສືບຕໍ່ເຫນັງຕີງ.
ນັກທຸລະກິດໄທໃນລາວ ໃຫ້ທັດສະນະວ່າ ການທີ່ອັດຕາເງິນເຟີ້ ໃນລາວ ໄດ້ປັບຕັວຫລຸດລົງຢ່າງຕໍ່ເນື່ອງຈາກລະດັບສູງສຸດ 41.26% ໃນເດືອນກຸມພາ 2023 ລົງມາເປັນ 15.5% ໃນເດືອນມັງກອນ 2025 ບໍ່ໄດ້ສົ່ງຜົນໃຫ້ຄ່າຄອງຊີບໃນລາວ ຫລຸດລົງແຕ່ຢ່າງໃດ ໂດຍດັດຊະນີລາຄາການຊົມໃຊ້ຍັງປັບຕັວສູງຂຶ້ນເຖິງ 244.2% ໃນເດືອນມັງກອນ 2025 ນີ້ ໂດຍສະເພາະແມ່ນດ້ານການຄົມນາຄົມ-ຂົນສົ່ງນັ້ນໄດ້ປັບຕັວເພີ້ມຂຶ້ນສູງທີ່ສຸດ ຕິດຕາມດ້ວຍ ອາຫານ ເຄື່ອງດື່ມ ການປິ່ນປົວສຸຂະພາບ ຢາຮັກສາໂຣກ ເຄື່ອງນຸ່ງຫົ່ມ ໂຮງແຮມ ຮ້ານອາຫານ ແລະການບໍລິການຕ່າງໆ ລ້ວນແລ້ວແຕ່ໄດ້ປັບຕົວເພີ່ມຂຶ້ນຫຼາຍກວ່າ 240% ໂດຍທີ່ລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ເລີຍ ເພາະເປັນສິນຄ້າທີ່ລາວ ບໍ່ສາມາດຜະລິດໄດ້ຢ່າງພຽງພໍກັບຄວາມຕ້ອງການພາຍໃນ ຈຶ່ງຕ້ອງໄດ້ນໍາເຂົ້າຈາກຕ່າງປະເທດເປັນດ້ານຫລັກ.
ສະພາບດັ່ງກ່າວນີ້ ຍັງໄດ້ສົ່ງຜົນກະທົບ ແລະເຮັດໃຫ້ຄ່າເງິນກີບສືບຕໍ່ມີການເໜັງຕີງອີກດ້ວຍ ເພາະວ່າ ສິນຄ້າທີ່ລາວ ນໍາເຂົ້າຈາກຕ່າງປະເທດຈະຕ້ອງໄດ້ຊຳລະລາຄາດ້ວຍເງິນຕາຕ່າງປະເທດ ໂດຍສະເພາະແມ່ນເງິນບາດ ແລະໂດລາສະຫະລັດນັ້ນ ກໍຄືເງິນຕາຕ່າງປະເທດທີ່ພາກທຸລະກິດການຄ້າໃນລາວ ຕ້ອງການຫຼາຍທີ່ສຸດ ໂດຍເມື່ອສົມທົບກັບການຂາດດຸນການຄ້າຕ່າງປະເທດດ້ວຍແລ້ວ ກໍຍິ່ງເຮັດໃຫ້ເງິນກີບອ່ອນຄ່າລົງໄປອີກ ເມື່ອສົມທຽບໃສ່ເງິນບາດ ແລະໂດລາສະຫະລັດ ຈຶ່ງເຮັດໃຫ້ກໍາລັງການຊື້ສິນຄ້າຂອງປະຊາຊົນລາວ ຍັງສືບຕໍ່ຫຼຸດລົງອີກດ້ວຍ ໂດຍເຫັນໄດ້ຈາກສະພາບການຄ້າໃນລະດັບທ້ອງຖິ່ນ ຢູ່ທີ່ຊາຍແດນລະຫວ່າງລາວກັບໄທ ໃນປັດຈຸບັນນີ້ ດັ່ງທີ່ນັກທຸລະກິດໄທໃນລາວ ໄດ້ໃຫ້ການຢືນຢັນວ່າ “ການຄ້າຊາຍແດນໄທ-ລາວ ມີສອງຮູບແບບຄື ການຄ້າໃນລະບົບ ກັບການຄ້າຕາມປະເພນີທີ່ປະຊາຊົນຄ້າຂາຍກັນເອງ ຍູ່ຊາຍແດນ ສຳລັບການຄ້າທີ່ເປັນການຄ້າໃນລະບົບນັ້ນ ກໍປະກົດວ່າ ມູນຄ່າການຄ້າເພີ້ມສູງຂຶ້ນ ຊຶ່ງໄທ ໄດ້ປຽບດຸນການຄ້າມາຕະຫລອດ ແຕ່ການຄ້າທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທັງສອງຝັ່ງນັ້ນ ຢູ່ດ່ານປະເພນີ. ອັນນີ້ກະທົບແນ່ນອນ ເພາະວ່າ ຄວາມສາມາດໃນການໃຊ້ຈ່າຍຫລຸດລົງ ຈາກເດີມທີ່ຊື້ສິນຄ້າເປັນຈໍານວນຫຼາຍ ກາຍເປັນການຊື້ທີ່ຫລຸດຫນ້ອຍລົງ.”
ທັງນີ້ໂດຍສິນຄ້າທີ່ລາວ ນຳເຂ້າແລະຈະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດທີ່ມີມູນຄ່າສູງທີ່ສຸດ ກໍຄື ນ້ຳມັນເຊື້ອໄຟ ເຊິ່ງກວມເອົາເຖິງ 20% ຂອງມູນຄ່າທັງໝົດຂອງສິນຄ້ານໍາເຂົ້າ ຮອງລົງມາ ກໍແມ່ນເຄື່ອງຈັກ, ຍານພາຫະນະ, ເຫຼັກກ້າ ແລະ ສິນຄ້າອຸປະໂພກບໍລິໂພກ ຕາມລຳດັບ ດັ່ງທີ່ ທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ໄດ້ຖະແຫຼງຢືນຢັນວ່າ "ສິບລາຍການຕົ້ນໆ ທີ່ດຶງເອົາເງິນຕາອອກຫຼາຍ ກະມີນ້ໍາມັນກາຊ້ວນ. ອຸປະກອນກົນຈັກ ພາຫະນະທາງບົກ ເຍື່ອໄມ້ ແລະ ເສດເຈີ່ຍ ແກ້ວປະເສິດ ເຄື່ອງດື່ມ ນ້ຳມັນແອັດຊັງ, ເຫລັກ, ເຄື່ອງທີ່ເຮັດດ້ວຍເຫຼັກ, ນ້ຳຕານ, ເຄື່ອງໃຊ້ທີ່ເຮັດດ້ວຍພລາດສະຕິກ ຄັນ ສິເວ້າແລ້ວ ນີ້ລວມຫມົດເບື້ອງສະບຽງອາຫານນີ້ ຖ້າທຽບໃສ່ສິນຄ້າເຫລົ່ານີ້ ກະຖືວ່າ ຫນ້ອຍຫລາຍ ສະເພາະນ້ຳມັນນີ້ ປະມານ 17% ຫາ 20% ສະເພາະນ້ຳມັນ ທັ້ງກາຊ້ວນ ທັ້ງແອດຊັງ ບົວກເຂົ້າກັນຫັ້ນແຫລະ ກໍປະມານນັ້ນຂອງເງິນທີ່ໄຫລອອກເດ້.”
ໃນໄລຍະຜ່ານມາ ລັດຖະບານລາວ ໄດ້ແກ້ໄຂບັນຫາເງິນເຟີ້ ດ້ວຍການອອກພັນທະບັດລັດຖະບານ ເປັນສະກຸນເງິນກີບເຖິງ 8 ຄັ້ງ ເພື່ອທີ່ຈະເຮັດໃຫ້ ທະນາຄານແຫ່ງຊາດ ສາມາດຄວບຄຸມປະລິມານເງິນກີບໃນຕະຫຼາດໄດ້ຫຼາຍຂຶ້ນ ຫາກແຕ່ການທີ່ລາວ ຍັງຕ້ອງນໍາເຂົ້າສິນຄ້າຈາກຕ່າງປະເທດ ຈຶ່ງເຮັດໃຫ້ການອອກພັນທະບັດດັ່ງກ່າວ ບໍ່ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າຫລຸດລົງແຕ່ຢ່າງໃດ ເນື່ອງຈາກວ່າ ສະຖານະການທີ່ເປັນຈິງຄືລັດຖະບານລາວ ບໍ່ສາມາດຄວບຄຸມລາຄາສິນຄ້າທີ່ນຳເຂົ້າຈາກຕ່າງປະເທດໄດ້ເລີຍ ຊຶ່ງກໍເຊັ່ນດຽວກັນກັບການທີ່ລັດຖະບານລາວ ບໍ່ສາມາດທີ່ຈະຄວບຄຸມອັດຕາແລກປ່ຽນເງິນຕາໄດ້ຢ່າງແທ້ຈິງ.
ຟໍຣັມສະແດງຄວາມຄິດເຫັນ