ລິ້ງ ສຳຫລັບເຂົ້າຫາ

 
ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ ​ແລະ​ຈີນ ​ຈະ​ເພີ່ມ​ອິດ​ທິ​ພົນ​ຂອງ​ເງິນ​ຫຢວນ​ຈີນ ​ໃນ​ອາ​ຊຽນ
ວັນຈັນ, ໑໗ ມີນາ ໒໐໒໕

ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ ​ແລະ​ຈີນ ​ຈະ​ເພີ່ມ​ອິດ​ທິ​ພົນ​ຂອງ​ເງິນ​ຫຢວນ​ຈີນ ​ໃນ​ອາ​ຊຽນ


ເງິນຫຢວນຂອງຈີນ
ເງິນຫຢວນຂອງຈີນ

ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ ​ແລະ​ຈີນ ​ຈະ​ເພີ່ມ​ອິດ​ທິ​ພົນ​ຂອງ​ເງິນ​ຢວນ​ຈີນ​ໃນ​ອາ​ຊຽນ ໂດຍສະເພາະແມ່ນເສດຖະກິດຂອງລາວນັ້ນ ຍິ່ງຈະ​ເຊື່ອມ​ຕໍ່​ກັບ​ເສດ​ຖະ​ກິດ​ຈີນ ​ຫຼາຍ​ຂຶ້ນນັບມື້.

ຜູ້ຊ່ຽວຊານດ້ານເສດຖະກິດໃນອາຊຽນ ໃຫ້ທັດສະນະວ່າ ສົງຄາມ​ການ​ຄ້າ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ ​ທີ່​ມີ​ທ່າ​ອ່ຽງຈະເພີ້ມລະດັບ ແລະ​ແຜ່​ລາມ​ອອກ​ໄປຍ່າງກວ້າງຂວາງນັບມື້ນັ້ນ ຍ່ອມຈະ​ສົ່ງ​ຜົນ​ກະທົບ​ເຖິງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນໃນຖານະທີ່​ເປັນ​ຄູ່​ຄ້າລາຍ​ໃຫຍ່ທັງ​ຂອງ​ອາ​ເມ​ລິ​ກາ ​ແລະ​ຈີນຢ່າງຫລີກລ່ຽງບໍ່ໄດ້ ເນື່ອງຈາກວ່າ ສົງຄາມການຄ້າຈະເຮັດໃຫ້ບັນດາບໍລິສັດພາກັນຍ້າຍຖານການຜະລິດສິນຄ້າຈາກຈີນ ເຂົ້າມາອາຊຽນຫຼາຍຂຶ້ນ ເພື່ອທີ່ວ່າ ຈະສົ່ງສິນຄ້າໄປສະຫະລັດໃນ​ນາມຂອງ​ອາ​ຊຽນ ແລະພ້ອມ​ກັນ​ນັ້ນ, ການ​ລົງທຶນ​ຂອງ​ຈີນ ​ໃນ​ອາ​ຊຽນ​ ໄດ້​ເພີ້ມ​ຂຶ້ນ ກໍ​ຍັງ​ເປັນ​ໂອກາດ​ທີ່​ເງິນຫ​ຢວນຂອງຈີນ ​ຈະໄດ້​ສ້າງ​ອິດ​ທິພົນ​ໃນ​ການພັວພັນທາງການເງິນກັບອາຊຽນເພີ້ມຂຶ້ນດ້ວຍ ຊຶ່ງໃນດ້ານຫນຶ່ງ, ຍ່ອມຈະສົ່ງຜົນດີໃນແງ່ຂອງການຫຼຸດຜ່ອນການຖືຄອງຂອງເງິນໂດລາສະຫະລັດ ແລະຫັນມານຳໃຊ້ເງິນຫຢວນກັບສະກຸນເງິນທ້ອງຖິ່ນໃນອາຊຽນຫຼາຍຂຶ້ນ ​ແຕ່​ໃນອີກ​ດ້ານ​ໜຶ່ງ ​ເຊິ່ງ​ເກີດເປັນ​ບັນຫາຜົນ​ກະທົບ​ຕໍ່ປະ​ເທດ​ສະມາຊິກ​ໃນອາ​ຊຽນແລ້ວນັ້ນ ກໍ່​ຄື​ການ​ຖືກ​ໂຈມ​ຕີ​ຢ່າງ​ໜັກດ້ວຍສິນຄ້າ​ລາຄາ​ຖືກ​ຈາກ​ຈີນ ໃນປັດຈຸບັນນີ້ ດັ່ງທີ່ຜູ້ຊ່ຽວຊານດ້ານເສດຖະກິດໃນອາຊຽນ ໄດ້ໃຫ້ການຍືນຍັນວ່າ “ເສດຖະກິດແມ່ນອີງໃສ່ຕະຫຼາດຈີນຫຼາຍເກີນໄປ ບໍ່ພຽງແຕ່ສິນຄ້າທີ່ພວກເຮົາສົ່ງອອກໄປ ພວກເຮົາເພິ່ງພາຕະຫຼາດຈີນໃນແງ່ຂອງສິນຄ້າ ພວກເຮົາເພິ່ງພານັກທ່ອງທ່ຽວຈີນ ພວກ​ເຮົາ​ເພິ່ງພາ​ທຶນຈີນ ພວກ​ເຮົາ​ແມ່ນ​ເພິ່ງພາ FDI ​ຈີນ ຊຶ່ງ​ໃນ​ທຸກ​ມື້​ນີ້, FDI ຈີນ ກໍຄືເງິນ​ທຶນຕ່າງ​ປະ​ເທດຈາກປະເທດ​ຈີນ ມາ​ເປັນ​ອັນ​ດັບ 1 ແຊງຫນ້າ​ຍີ່​ປຸ່ນ ຄໍາຖາມທີ່ສໍາຄັນ ກໍຄືທຶນຈີນ ທີ່ເຂົ້າມາລົງທຶນນີ້ ພວກເຮົາໄດ້ຫຍັງ? ທີ່ເກີນກວ່າການຈ້າງງານ ເວລານີ້ ທັງສິນຄ້າກະສິກໍາ ທັງສິນຄ້າອຸດສາຫະກໍາ ກໍາລັງປະເຊີນກັບສິນຄ້າລາຄາຖືກຈາກປະເທດຈີນ ເຂົ້າມາຕີຕະຫລາດໃນອາຊຽນ."

ສ່ວນ​ການ​ພົວພັນໃນ​ດ້ານ​ເສດຖະກິດ ​ລະຫວ່າງ​ລາວ-ຈີນນັ້ນ ກໍຖື​ວ່າ​ ເສດຖະກິດ​ຂອງ​ລາວ ​ມີ​ທ່າ​ອ່ຽງ​ທີ່ເປັນການເພິ່ງພາທາງ​ເສດຖະກິດ ​ແລະ​ ການ​ເງິນ​ຈາກ​ຈີນເພິ້ມຂື້ນນັບມື້ ຈຶ່ງສວນທາງກັບການສ້າງສະພາວະສົມດູນທາງດ້ານເສດຖະກິດ ໃນລາວ ດ້ວຍ​ການ​ຊຸກຍູ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເພື່ອ​ດຸ່ນດ່ຽງ​ກັບການ​ລົງທຶນ​ຂອງ​ຈີນ​ຢູ່​ລາວ ເພື່ອ​ຈະເຮັດໃຫ້​ເສດຖະກິດ​ມະຫາ​ພາກ​ຂອງ​ລາວ ​ບໍ່​ຕ້ອງ​ຜູກ​ມັດ​ກັບ​ເສດຖະກິດ​ຂອງ​ຈີນ ​ຢ່າງ​ດຽວ ​ດ້ວຍການດຸ່ນດ່ຽງ​ຢ່າງ​ເໝາະ​ສົມ, ຈຶ່ງຈະເຮັດໃຫ້​ເສດຖະກິດ​ມະຫາ​ພາກ​ຂອງ​ລາວນັ້ນ ບໍ່ຕ້ອງປະເຊີນກັບວິກິດການຄືໃນເວລານີ້ ຊຶ່ງກະ​ເປັນ​ຍ້ອນ​ຜົນ​ກະທົບ​ຈາກ​ບັນຫາ​ເສດຖະກິດ​ພາຍ​ໃນ​ຈີນເປັນສຳຄັນ ດັ່ງທີ່ຜູ້ຊ່ຽວຊານດ້ານເສດຖະກິດໃນອາຊຽນ ໄດ້ໃຫ້ການອະທິບາຍເພິ່ມຕື່ມວ່າ “​ປັດ​ຈຸ​ບັນ, ປະ​ເທດ​ລາວ​ແມ່ນເຊື່ອມ​ໂຍງ​ເສດ​ຖະ​ກິດ​ຂອງ​ຕົນ​ກັບ​ເສດ​ຖະ​ກິດ​ຈີນ ​ມັນ​ອາດ​ຈະ​ເບິ່ງ​ຄື​ວ່າ ​ການ​ວິ​ເຄາະ​ສະ​ຖາ​ນະ​ການ​ທີ່​ຜິດ​ພາດ. ຫຼັງ​ຈາກໂຄ​ວິດ ​ໄດ້ 3 ປີ, ຈີນ​ໄດ້​ເປີດ​ປະ​ເທດ ຈຶ່ງຄາດ​ຫວັງວ່າ ​ນັກ​ທ່ອງ​ທ່ຽວ​ຈີນ​ຈະ​ມາ. ປະເທດລາວ ຍັງມີທາງລົດໄຟ ລາວ-ຈີນ. ແຕ່​ວ່າ ​ເສດ​ຖະ​ກິດ​ຈີນ​ມີ​ບັນ​ຫາ​ໃນ​ປັດ​ຈຸ​ບັນ ທີ່​ເຂົາ​ບອກ​ວ່າ​ ເສດ​ຖະ​ກິດ​ຈີນ​ ຈະ​ຂະ​ຫຍາຍ​ຕົວ​ 5% ແຕ່ຂ້າພະເຈົ້າວ່າ ບໍ່ເຖິງດອກ ຢູ່ໃນກອບ 4.5% ເຖິງ 4.8% ສະ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈີນ ​ທີ່​ມາ​ກໍບໍ່​ໄດ້ຕາມ​ເປົ້າ​ໝາຍ​ ​ສອງ, ​ເສດຖະກິດ​ຈີນ​ບໍ່​ດີ, ​ແຕ່​ວ່າ ​ຫຼາຍ​ກິດຈະກຳ ​ຢູ່ໃນປະເທດ​ລາວ ລົງທຶນໂດຍຈີນ, ສະນັ້ນ ເງິນທຶນກໍບໍ່ມາອີກຄືກັນ."

ແຕ່ຢ່າງໃດກໍ່ຕາມ ການຈະ​ດຸ່ນດ່ຽງການ​ລົງທຶນ​ຂອງ​ປະ​ເທດ​ຕ່າງໆ​ ກັບ​ຈີນ​ຢູ່ໃນ​ລາວ ໃຫ້ໄດ້​ຢ່າງ​ແທ້​ຈິງນັ້ນ ກໍບໍ່ແມ່ນເລື່ອງງ່າຍ. ເນື່ອງຈາກວ່າ ໃນປັດຈຸບັນນີ້ ບໍລິສັດຈາກຈີນ ຍັງເປັນອັນດັບ 1 ຂອງການລົງທຶນໃນລາວ. ມີຈຳນວນເຖິງ 933 ໂຄງ​ການ​ ທີ່​ມີ​ມູນ​ຄ່າ​ຫຼາຍ​ກວ່າ 18,000 ລ້ານ​ໂດ​ລາ​ສະ​ຫະ​ລັດ ​ແລະ​ເປັນ​ການ​ລົງ​ທຶນ​ໃນ​ທຸກໆ​ດ້ານ ໂດຍສະເພາະໃນຂົງເຂດພະລັງງານ ການຂຸດຄົ້ນແຮ່ທາດ ການຜະລິດກະສິກຳ ການຄ້າ ແລະການບໍລິການຢ່າງຄົບວົງຈອນ ເພາະສະນັ້ນ, ບໍລິສັດຈີນ ທີ່ລົງທຶນ ແລະດຳເນີນທຸລະກິດຢູ່ໃນລາວ ຈຶ່ງສາມາດກຳນົດລາຄາສິນຄ້າ ແລະບໍລິການຕ່າງໆ ​ເປັນເງິນ​ຢວນຢູ່ໃນລາວໄດ້ອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG