ຊາຍຄົນນຶ່ງ ທີ່ອ້າງວ່າ ເປັນ “ເຈົ້າໜ້າທີ່ປະຕິບັດງານສະໜາມອະວຸໂສ” ຈາກໜ່ວຍສືບລັບຂອງອິນເດຍ ໄດ້ຖືກກ່າວຫາໂດຍໄອຍະການລັດຖະບານກາງຂອງສະຫະລັດວ່າ ເປັນຜູ້ວາງແຜນລອບສັງຫານ ທີ່ຖືກຄົ້ນພົບ ຕໍ່ພົນລະເມືອງອາເມຣິກັນຄົນນຶ່ງ ຊຶ່ງຜູ້ນຳຂະບວນການແບ່ງແຍກດິນແດນຊາວຊິກ.
ເອກກະສານ ທີ່ຖືກນຳອອກເຜີຍແຜ່ ໂດຍກະຊວງຍຸຕິທຳສະຫະລັດ ໃນວັນພຸດວານນີ້ ບໍ່ໄດ້ລະບຸຊື່ຂອງເຈົ້າໜ້າທີ່ອິນເດຍ ແຕ່ໄດ້ສະແດງໃຫ້ເຫັນວ່າ ລາວເຮັດວຽກເຮັດວຽກຮ່ວມກັບບຸກຄົນອື່ນໆ ໃນໂຮງການລັດຖະບານ ຢູ່ນະຄອນຫຼວງນິວເດລີ ແລະໄດ້ຈ້າງ ທ້າວນິຄິລ ກຸບຕາ ຊຶ່ງເປັນຄົນສັນຊາດອິນເດຍ ເພື່ອຈັດແຈງການລອບສັງຫານດັ່ງກ່າວ.
ໄອຍະການຂອງລັດຖະບານກາງໄດ້ກ່າວຫາວ່າ ເຈົ້າໜ້າທີ່ອິນເດຍຄົນນີ້ໄດ້ຕິດຕໍ່ກັບທ້າວກຸບຕາ ແລະສົ່ງເງິນຈຳນວນ 15,000 ໂດລາ ຊຶ່ງເປັນເງິນລ່ວງໜ້າຂອງຈຳນວນທັງໝົດ ທີ່ໄດ້ສັນຍາໄວ້ 100,000 ໂດລາ ສຳລັບການລອບສັງຫານນັກເຄື່ອນໄຫວດ້ານການເມືອງຄົນດັ່ງກ່າວ.
ທ້າວກຸບຕາ ຊຶ່ງມີອາຍຸ 52 ປີ ພວມລໍຖ້າການຖືກສົ່ງໂຕຈາກສາທາລະນະລັດເຊັກ ມາຍັງສະຫະລັດ. ລາວປະເຊີນກັບຂໍ້ຫາ ມືສັງຫານຮັບຈ້າງ ສົມຮູ້ຮ່ວມຄິດ ແລະສໍ້ໂກງຢູ່ໃນສະຫະລັດ ທີ່ພົວພັນກັບການວາງແຜນດັ່ງກ່າວ.