ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ການ​ປ່ອຍ​ໂຕ​ປະ​ກັນ ​ແລະ ພວກ​ນັກ​ໂທດ ເລີ້ມ​ຂຶ້ນ​ແລ້ວ ພາຍ​ໃຕ້​ຂໍ້​ຕົກ​ລົງ​ຢຸດ​ຍິງ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ກັບກຸ່ມ​ຮາ​ມາ​ສ


ໂຕ​ປະ​ກັນ​ທີ່​ຖືກ​ຈັບ​ໂຕ​ໄປ​ໂດຍ​ມື​ປືນກຸ່ມ​ຮາ​ມາ​ສ ໃນ​ການ​ໂຈມ​ຕີອິ​ສ​ຣາ​ແອ​ລ ​ເມື່ອ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ ຖືກມອບ​ໃຫ້​ອົງ​ການ​ກາ​ແດງ​ສາ​ກົນ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ແລກ​ປ່ຽນ​ນັກ​ໂທດ ທ່າມ​ກາງ​ການ​ຢຸດ​ຍິງ ໃນ​ເຂດ​ກາ​ຊາ ເມື່ອ​ວັນ​ທີ 24 ພະ​ຈິກ 2023. (Hamas handout/Reuters)
ໂຕ​ປະ​ກັນ​ທີ່​ຖືກ​ຈັບ​ໂຕ​ໄປ​ໂດຍ​ມື​ປືນກຸ່ມ​ຮາ​ມາ​ສ ໃນ​ການ​ໂຈມ​ຕີອິ​ສ​ຣາ​ແອ​ລ ​ເມື່ອ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ ຖືກມອບ​ໃຫ້​ອົງ​ການ​ກາ​ແດງ​ສາ​ກົນ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ແລກ​ປ່ຽນ​ນັກ​ໂທດ ທ່າມ​ກາງ​ການ​ຢຸດ​ຍິງ ໃນ​ເຂດ​ກາ​ຊາ ເມື່ອ​ວັນ​ທີ 24 ພະ​ຈິກ 2023. (Hamas handout/Reuters)

ການ​ຢຸດ​ຍິງ​ ລະ​ຫວ່າງ​ອິ​ສ​ຣາ​ແອ​ລແລະ​ກຸ່ມ​ຮາ​ມາ​ສ ໃນ​ເຂດ​ກາ​ຊາ ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໃນ​ມື້​ວັນ​ສຸກ ​ໄດ້ກ່າວ​ເຖິງເຄ​ຣ​ດິດ​ບາງ​ສ່ວນ​ໃນ​ການ​ເຈ​ລະ​ຈາ​ໃຫ້​ປ່ອຍ​ໂຕ​ປະ​ກັນ​ໂດຍ​ກຸ່ມ​ຮາ​ມາ​ສ ແລະ​ການ​ປ່ອຍ​ນັກ​ໂທດ​ຂອງ​ຝ່າຍ​ອິ​ສ​ຣາ​ແອ​ລ ​ໂດຍ​ກ່າວ​ວ່າ ມັນ​ເປັນ “ຜົນ​ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ທາງ​ດ້ານ​ທູດ​ຢ່າງກວ້າງ​ຂວາ​ງາຂອງ​ສະ​ຫະ​ລັດ.”

ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ວ່າ ທ່​ານ​ ແລະ​ທີມ​ງານ​ຂອງ​ທ່ານ ໄດ້​ເຮັດ​ວຽກ​ມາ​ຫຼາຍ​ອາ​ທິດ​ແລ້ວ ເພື່ອ​ໃຫ້ຢຸດ​ການ​ສູ້​ລົບ ກົດ​ດັນໃຫ້​ມີ​ກາ​ນອ​ະ​ນຸດ​ຍາດ​ເພື່ອ​ສົ່ງການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປ​ໃນ​ເຂດ​ກາ​ຊາ ແລະ​ປ່ອຍ​ພວກ​ທີ່​ຖືກ​ລັກ​ພາ​ໂຕ​ໂດຍ​ກຸ່ມ​ຮາ​ມາ​ສ ຢູ່​ໃນ​ອິ​ສ​ຣາ​ແອ​ລ​ເມື່ອ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ໄດ້​ກ່າວ​ຂອບ​ໃຈ​ກາ​ຕ້າ ອີ​ຈິບ ແລະ​ອິ​ສ​ຣາ​ແອ​ລ​ສຳ​ລັບ​ການ​ຕົກ​ລົງ​ທີ່​ນຳ​ໄປ​ສູ່​ການ​ປ່ອຍ​ໂຕ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ​ໂດຍ​ກຸ່ມ​ຮາ​ມາ​ສ​ຈຳ​ນວນ​ນຶ່ງ.

“ມັນ​ເປັນ​ພຽງ​ການ​ເລີ້ມ​ຕົ້ນ ແຕ່​ມາ​ເຖິງ​ປັດ​ຈຸ​ບັນ ມັນ​ດຳ​ເນີນ​ໄປ​ດ້ວຍ​ດີ” ທ່ານ​ໄບ​ເດັນ​ກ່າວ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ໄບ​ເດັນ ຈາກ​ນັນ​ຕັກ​ເກັດ ໃນ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ແຜນ​ການ​ຢຸດ​ຍິງ​ເປັນ​ເວ​ລາ 4 ມື້​ເລີ້ມ​ຂຶ້ນ ຫຼັງ​ຈາກ​ສົງ​ຄາມ​ດຳ​ເນີນ​ມາ​ໄດ້ 7 ອາ​ທິດ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG