ຊູດານ ຂໍຄວາມຊ່ອຍເຫລືອຈາກຈີນ ໃນການຊ່ອຍແກ້ໄຂ ບັນຫາຂັດແຍ້ງເລື້ອງລາຍຮັບ ຈາກນໍ້າມັນຂອງຕົນ ກັບຊູດານໃຕ້.
ກໍາປັ່ນທ່ອງທ່ຽວລໍານີ້ ໄດ້ລ່ອງລອຍ ຢູ່ໃນມະຫາສະມຸດອິນເດຍ ຕັ້ງແຕ່ວັນຈັນວານນີ້ ຫລັງຈາກໄດ້ເກີດໄຟໄໝ້ຫ້ອງເຄື່ອງຈັກ.
ມຽນມາ ລົງນາມໃນຂໍ້ຕົກລົງຢຸດຍິງກັນ ຢ່າງເປັນທາງການ ກັນພວກກະບົດເຜົ່າມອນ
ສະພາປົກປ້ອງສິດທິມະນຸດ ຂອງສະຫະປະຊາຊາດ ປະຊຸມກັນ ທີ່ນະຄອນເຈນີວາ ເພື່ອພິຈາລະນາຮ່າງຍັດຕິ ປະນາມຊີເຣຍ.
ທ່ານມິດ ຣອມນີ ຜູ້ສະໝັກປະທານາທິບໍດີ ສັງກັດພັກ Republican ກໍາລັງພະຍາຍາມ ຫລີກລ່ຽງການປາໄຊ ໃນການການເລືອກຕັ້ງ ຂັ້ນຕົ້ນຂອງພັກ ໃນລັດ Michigan.
ລາຍງານຂ່າວເວົ້າວ່າ ທາງການຣັດເຊຍແລະຢູເຄຣນ ໄດ້ສະກັດກັ້ນ ແຜນການລອບສັງຫານ ນາຍົກລັດຖະມົນຕີພູຕິນ.
ຊາຍທະເລເກາະໄຫນັນຂອງຈີນ ໄດ້ກາຍເປັນສະຖານທີ່ ທ່ອງທ່ຽວ ທີ່ເນົ່າເໝັນ ຍ້ອນລາຄາສິ່ງຂອງແພງເກີນໄປ ແລະການສໍ້ໂກງລູກຄ້າ.
ກຸ່ມ 20 ປະເທດທີ່ນໍາໜ້າ ດ້ານເສດຖະກິດຂອງໂລກ ຢາກໃຫ້ ສະຫະພາບຢູໂຣບ ທຸ່ມເທເງິນຂອງຕົນ ໃສ່ກອງທຶນສາກົນຕື່ມອີກ ກ່ອນພວກຕົນຈະຕອບສະໜອງຕາມ.
ຈີນໄດ້ກ່າວໂຈມຕີຄືນ ຕໍ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງຮີລເລີຣີ ຄລິນຕັນ ທີ່ໄດ້ກ່າວປະນາມ ທ່າທີຂອງຈີນ ກັບຣັດເຊຍ ກ່ຽວກັບຊີເຣຍນັ້ນ.
ປະຊາຊົນ 9 ຄົນເສຍຊີວິດ ໃນເຫດລະເບີດສະລະຊີບ ໃກ້ເດິ່ນບິນເມືອງ Jalalabad ທ່າມກາງການປະທ້ວງທີ່ມີຢູ່ຕໍ່ມາ ໃນອັຟການິສຖານ ຕໍ່ການເຜົາຄໍພີກູຣານ.
ອະດີດປະທານາທິບໍດີ ມັນເດລາ ແຫ່ງອາຟຣິກາໃຕ້ ອອກຈາກໂຮງໝໍແລ້ວ ຫລັງຈາກການຜ່າຕັດ.
ປະຊາຊົນຊີເຣຍ ພາກັນອອກໄປລົງປະຊາມະຕິ ທ່າມກາງເກີດຄວາມວຸ້ນວາຍໃໝ່ໆ.
ເນໂຕ້ຖອນທະຫານຂອງຕົນ ທີ່ເຮັດວຽກ ໃນກະຊວງຕ່າງໆ ຂອງອັຟການິສຖານ ຫລັງຈາກນາຍທະຫານສະຫະລັດ 2 ຄົນ ຖືກຍິງຕາຍ.
ການໂຈມຕີໃນກຸງແບກແດ໊ດ ໄດ້ເອົາຊີວິດຜູ້ຄົນໄປ 50 ຄົນ ແລະບາດເຈັບ ຫລາຍກວ່າ 200 ຄົນ.
ບັນດາຜູ້ນໍາຂອງໂລກ ກໍາລັງເພັ່ງເລັງໃສ່ ອະນາຄົດຂອງໂຊມາເລຍ ທີ່ກອງປະຊຸມ ໃນກຸງລອນດອນ.
ກຸ່ມຕາລີບັນຮຽກຮ້ອງໃຫ້ຊາວອັຟການິສຖານໂຈມຕີຖານທັບທະຫານຕ່າງປະເທດ ຫລັງຈາກຈູດເຜົາຄໍາພີກູຣານ ແລ້ວ.
ອະດີດປະທານາທິບໍດີຟີລິບປິນ ທ່ານນາງ Gloria Arroyo ບໍ່ຍອມຮັບຜິດ ຕໍ່ຂໍ້ກ່າວຫາຖານ ສໍ້ໂກງການເລືອກຕັ້ງ.
ປະຊາຊົນຫລາຍພັນຄົນ ພາກັນເຕົ້າໂຮມກັນໃນທົ່ວໂລກ ເພື່ອສະເຫຼີມສະຫຼອງວັນ Mardi Gras
ທ່ານ Kevin Rudd ລັດຖະມົນຕີຕ່າງປະເທດອອສເຕຣເລຍ ລາອອກຈາກຕໍາແໜ່ງ ທ່າມກາງຄວາມປັ່ນປ່ວນ ພາຍໃນພັກລັດຖະບານ.
ພວກນັກກວດກາ IAEA ເສັດສິ້ນການຢ້ຽມຢາມອີຣ່ານເປັນເວລາ 2 ມື້ໂດຍບໍ່ໄດ້ເຂົ້າໄປເບິ່ງສະຖານທ່ີທາງທະຫານທີ່ສໍາຄັນ.
ໂຫລດຕື່ມອີກ