ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາລົງນາມ ໃນຂໍ້ຕົກລົງ ສັນຕິພາບຂັ້ນຕົ້ນ ກັບເຜົ່າມອນ.


ແຜນທີ່ມຽນມາ.
ວັນທີ 28 ກຸມພາ 2012.
ແຜນທີ່ມຽນມາ. ວັນທີ 28 ກຸມພາ 2012.

















ລັດຖະບານ​ມຽນມາກ່າວ​ວ່າ​ ຕົນໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບຂັ້ນ​ຕົ້ນກັບ​ພວກແບ່ງ
ແຍກ​ດິນ​ແດນເຜົ່າ​ມອນ ຢູ່​ໃນ​ພາກ​ຕາ​ເວັນ​ອອກສຽງ ໃຕ້ຂອງ​ປະ​ເທດ ຊຶ່ງ​ເປັນ​ການ​ລົງ​
ນາມເທື່ອ​ຫຼ້າສຸດໃນຂໍ້​ຕົກລົງ​ຫຼາຍໆສະບັບ​ທີ່​ແນ​ໃສ່​ເພື່ອ​ຍຸຕິ​ບັນຫາ​ຂັດ​ແຍ້​ງກັບ​ພວກ​ຊົນ
ຊາດ​ຊົນເ​ຜົ່າຂອງມຽນມາ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດ.

ໜັງສືພິມ New Light of Myanmar ຂອງ​ລັດຖະບານມຽນມາ​ເອີ້ນ ຂໍ້​ຕົກລົງ​ສະບັບ​
ນີ້ວ່າເປັນ​ຂໍ້​ຕົກລົງ​ສັນຕິພາບ​ທີ່​ແນ​ໃສ່​ເພື່ອເປີດ​ການເຈລະຈາ​ທາງ​ດ້ານ​ການ​ເມືອງກ່ຽວ​ກັບ
ບັນຫາ​ຕ່າງໆ ຮວມທັງ​ການ​ສຶກສາ ສາທາລະ​ນະ​ສຸກແລະ​ການ​ປ່ອຍ​ນັກ​ໂທດ​ການ​ເມືອງ.
ການເຄື່ອນ​ໄຫວ ກ່ຽວ​ກັບ​ການ​ຢຸດ​ຍິງ​ຊົ່ວຄາວ​ໄດ້​ມີ​ການ​ປະກາດ​ໃຫ້​ຊາບໃນ​ວັນ​ທີ່ 1 ​ກຸມ
ພາ​ນີ້.

ຂໍ້ຕົກລົງ​ສະບັບ​ນີ້ ​ເປັນ​ຂໍ້​ຕົກລົງ​ສະບັບ​ທີ 7 ລະຫວ່າງ​ລັດຖະບານຊຸດ​ໃໝ່ຂອງ​ມຽນມາ
ຊຶ່ງ​ເປັນ​ລັດຖະບານພົນລະ​ເຮືອນ​ແຕ່​ພຽງ​ໃນ​ນາມ ແລະພວກກະບົດຈາກ 11 ຊົນ​ຊາດ
ຊົນ​ເຜົ່າ​ກຸ່ມ​ນ້ອຍນັບ​ແຕ່​ລັດຖະບານ​ທະຫານ​ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານໄດ້​
ອອກ​ຈາກ​ອຳນາດ​ໃນປີ​ກາຍ​ນີ້.

ການ​ຕົກ​ລົງໄດ້​ມີ​ຂື້ນຂະນະ​ທີ່ລັດຖະບານປະ​ເທດ​ຕາ​ເວັນ​ຕົກ​ ຊຶ່ງນໍາພາ​ ໂດ​ຍສະຫະລັດ
ແລະ​ສະຫະ​ພັນ​ຢູ​ໂຣບກົດ​ດັນໃຫ້​ມຽນມາສີ້ນສຸດ​ການ​ຂັດ​ແຍ້​ງກັບ​ຊົນ​ຊາດ​ຊົນ​ເຜົ່າຕ່າງໆ
ທີ່​ມີ​ມາ​ເປັນ​ເວລາ​ດົນນານ​ ​ເພື່ອ​ເປັນ​ການ​ແລກປ່ຽນ ​ກັບ​ການ​ຍົກ​ເລີກການ​ລົງໂທດທາງ​
ດ້ານ​ເສດຖະກິດ​ ທີ່​ມີຕໍ່ອະດີດລັດຖະບານ​ທະ​ຫານມຽນມານັ້ນ.

ລັດຖະບານ​ກ່າວ​ວ່າ ການຕົກລົງ​ກັບ​ເຜົ່າ​ມອນ ​ແມ່ນຮວມ​ທັງຂໍ້​ກຳນົດຕ່າງໆ ສຳ​ຫຼັບຄະ
ນະຜູ້​ຕາງໜ້າ​ທີ່​ເປັນ​ທາງ​ການ ທີ່​ຈະເຈລະຈາກ່ຽວ​ກັບວັນເວລາແລະສະຖານ​ທີ່ເພື່ອ​ການ
ເຈລະຈາ​ສັນຕິພາບ​ທີ່​ສຳຄັນ​ນັ້ນ.

ຂ່າວ​ຍັງ​ແຈ້ງ​ໃຫ້​ຊາບເພີ້​ມ​ຕື່ມ​ອີກ​ວ່າການເຈລະຈາ​ທາງ​ດ້ານການ​ເມືອງ​ຈະ​ເລີ້​ມຂຶ້ນພາຍ
ໃນ 45 ​ມື້.

XS
SM
MD
LG