ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ປະຊາຊົນ ຫລາຍພັນຄົນ ໃນທົ່ວໂລກ ພາກັນສະຫຼອງ ວັນ Mardi Gras (ເບິ່ງສະໄລດ໌ກັບວີດີໂອ)


ວັນ Mardi Gras ທີ່ນະຄອນ New Orleans, ສະຫະລັດ. ວັນທີ 22 ກຸມພາ 2012.

ພວກ​ນັກ​ສະໜຸກ​ສະໜາ​ນຫາ​ຄວາມ​ມ່ວນ​ຊື່ນ​ໃນ​ທົ່ວ​ໂລກ​ພາ​ກັບ​ສະ​ເຫຼີ​ມ ສະຫຼອງ​ວັນ Mardi Gras ​ໃນ​ວັນ​ອັງຄານ​ວານ​ນີ້ ຫລື​ວັນ​ອັງຄານ ອ້ວນ​ພີ ຊຶ່ງ​ເປັນ​ວັນ​ທີ່​ມີ​ການ​ບໍລິການ​ອາຫານ​ທີ່ແຊບນົວ​ຕ່າງໆ ການເດີນ​ສວນສະໜາມ​ ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ຕ່າງໆ ​ແລະ​ງານ​ກິນ​ລ້ຽງ​ດ້ວຍສຽງ​ຟົດຟື້ນ ​ກ່ອນ​ວັນ​ເຂົ້າ​ພັນ​ສາ ອັນ​ເປັນ​ຊ່ວງ​ເວລາ 40 ມື້​ ແຫ່ງ​ຄວາມ​ສໍານຶກ​ຜິດ​ກ່ອນ​ວັນ​ບຸນ Easter ນັ້ນ.

ວັນເທດສະການ​ດັ່ງກ່າວ​ ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ປະ​ເທດ​ໃນ​ຢູ​ໂຣບຈໍາ ນວນ​ນຶ່ງ​ກໍາລັງ​ປະ​ເຊີນ​ໜີ້​ສິນ​ແຫ່ງ​ຊາດ​ຢ່າງ​ຖ້ວມ​ລົ້ນ ພາກັນ​ຕັດ​ງົບປະມານ ​ເງິນ​ສົງ​ເຄາະ​ ແລະ​ໜ້າ​ວຽກ​ລົງ.

ແຕ່​ທີ່​ປະ​ເທດ Portugal ພວກ​ນັກ​ສະໜຸກ​ສະໜາ​ນຫາ​ຄວາມ​ມ່ວນ​ຊື່ນ ບໍ່​ຍອມ​ປ່ອຍ​ໃຫ້​ຂ່າວ​ເສດຖະກິດ​ທີ່​ຝືດ​ເຄືອງ​ນີ້ເປັນ​ອຸບປະສັກສະກັດ​ກັ້ນ​ຈິດ​ໃຈແຫ່ງ​ການສະ​ເຫຼີມສະຫຼອງຂອງ​ເຂົາເຈົ້າ. ຊາວ Portugal ຫຼາຍ ​ໝື່ນ​ຄົນ​ພາກັນ​ໃສ່​ຊຸດ​ແຕ່ງ​ຕົວຢ່າງ​ລະອຽດ​ລະ​ອໍ​ແລະ​ເຕັມ​ໄປ​ດ້ວຍ​ສີສັນ​ອັນ​ງົດ​ງາມ​ສໍາລັບ​ການ​ເດີນ​ສວນສະໜາມ​ຕ່າງໆ​ ແລະ​ການ​ເຕັ້ນ​ລໍາ​ຈັງ ຫວະ​ຊາມ​ບາ​ສໍາລັບ​ເທດສະການ​ດັ່ງກ່າວ​.

ທີ່​ນະຄອນ Rio di Janeiro ປະ​ເທດ Brazil ງານ​ກິນ​ລ້ຽງ​ໄດ້​ເລີ້​ມ ມາ​ຕັ້ງ​ແຕ່ວັນ​ສຸກ​ແລ້ວ​ນີ້ ຊຶ່ງ​ເປັນ​ນຶ່ງ​ຂອງ​ການສະ​ເຫຼີ​ມສະຫຼອງ​ທີ່ຜູ້​ຄົນຮູ້​ຈັກ​ກັນຫລາຍ​ທີ່​ສຸດ​ໃນໂລກ​ນັ້ນ. ປະຊາຊົນ​ໃນ​ນະຄອນ​ດັ່ງກ່າວ​ ແລະ ພວກ​ນັກ​ທ່ອງ​ທ່ຽວ​ຫລາຍ​ແສນ​ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ໃນ​ງານ​ກິນ​ລ້ຽງ​ທີ່​ມີ​ຂຶ້ນ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ. ບາງຄົນ​ກໍ​ພາກັນ​ໃສ່​ຊຸດ​ແຕ່ງ​ໂຕ​ເປັນ​ແມ່​ຊີ​ ແລະ​ເປັນ​ພະສົງ ສະທ້ອນ​ໃຫ້​ເຫັນ​ເຖິງ​ທີ່​ມາ​ທາງ​ສາສະໜາ​ຂອງ​ເທດສະການ​ດັ່ງກ່າວ. ​ແຕ່​ງານ​ກິນ​ລ້ຽງ ທີ່​ບໍລິການ​ເຫລົ້າ ​ໃນ​ມື້ດັ່ງກ່າວ​ນີ້ ​ເປັນ​ກິດຈະການ​ທີ່​ນອກ​ສາສະໜາ​ໄປ​ແລ້ວ.

ທີ່​ນະຄອນ New Orleans ​ເມືອງ​ໃນ​ພາກ​ໃຕ້​ຂອງ​ສະຫະລັດ ການຈັດ​ແຈງ​ຫ້າງ​ຫາ​ສໍາລັບ​ການ​ເດີນ​ສວນສະໜາມ​ ໃນ​ວັນ​ອັງຄານວານ​ນີ້ ​ໄດ້​ເລີ້ມ​ມາ​ໄດ້​ຫລາຍ​ເດືອນ​ແລ້ວ. ພວກ​ກຸ່ມ​ຕ່າງໆ​ທີ່​ເອີ້ນ​ກັນ​ວ່າ

“Krewes” ​ໄດ້​ມີ​ແນວ​ຄິດຕ່າງໆ​ຂຶ້ນ​ມາສໍາລັບ​ລົດ​ແຫ່​ຂະ​ບວນຂອງ​ເຂົາເຈົ້າ​ ແລະ​ພວກ​ນັກ​
ສິນລະປິນ​ພາກັນ​ໃຊ້​ເວລາ​ຫລາຍ​ເດືອນ ​ເພື່ອ​ສ້າງແລະປະດັບ​ຕົກ​ແຕ່ງ​ລົດ​ຂອງ​ເຂົາ​ເຈົ້າ.

ເບິ່ງວີດີໂອ ກ່ຽວກັບຊາວນິວ ອໍລີນສ໌ ກຽມທໍາການສະຫລອງວັນ Mardi Gras
ຫລືວັນອັງຄານຕຸ້ຍ:

XS
SM
MD
LG