ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດປະທານາທິບໍດີ ມັນເດລາ ອອກຈາກໂຮງໝໍແລ້ວ


ອະດີດປະທານາທິບໍດີ Nelson Mandela ແຫ່ງອາຟຣິກາໃຕ້,
ວັນທີ 26 ກຸມພາ 2012.
ອະດີດປະທານາທິບໍດີ Nelson Mandela ແຫ່ງອາຟຣິກາໃຕ້, ວັນທີ 26 ກຸມພາ 2012.

ໂຄສົກ​ລັດຖະບານ​ອາ​ຟຣິກາ​ໃຕ້​ກ່າວ​ວ່າ ອະດີດ​ປະທານາທິບໍດີ Nelson Mandela ​ໄດ້​ອອກ​ຈາກ​ໂຮງໝໍ​ແລ້ວ​ຫລັງ​ຈາກ​ທໍາ​ການຜ່າຕັດ​ໃນ​ສ່ວນ​ທ້ອງ​ທີ່​ເຈັບ​ປວດ​ມາ​ຕັ້ງ​ແຕ່​ດົນ​ນານ​ແລ້ວ​ນັ້ນ.

ທໍານຽບປະທານາທິບໍດີ Jacob Zuma ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ວ່າ ພວກ​ນາຍ​ແພດ​ບໍ່​ໄດ້​ພົບ​ເຫັນ​ສິ່ງ​ທີ່​ຮ້າຍ​ແຮງ​ໃດໆ ​ໃນ​ທ້ອງ​ຂອງອະດີດ​ຜູ້ນໍາ​ຕໍ່ຕ້ານ​ການ​ຈໍາ​ແນ​ກຊົນ​ຊາດ​ຜິວ​ພັນທີ່​ມີ​ຊື່​ສຽງ ​ໄວ 93 ປີທ່ານ​ນີ້.

ທ່ານ Lindiwe Sisulu ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຟຣິກາ​ໃຕ້​ກ່າວ​ໃນ​ວັນ​ອາທິດ​ມື້​ນິ້ີ້ວ່າ ທ່ານ​ Madela ມີ​ກ້ອງຖ່າຍຮູບ​ນ້ອຍໆ​ອັນ​ນຶ່ງ​ສອດ​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ທ່ານ​ໃນ​ວັນ​ເສົາ​ວານ​ນີ້​ຫລັງ​ຈາກ​ທ່ານຈະ​ເຂົ້າ​ໂຮງໝໍ​ທີ່​ມີ​ການວາງ​ແຜນ​ໄວ້​ກ່ອນ ​ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ເຈັບ​ປວດໃນ​ທ້ອງທີ່​ເຮື້ອ​ຮັງ​ມາ​ເປັນ​ເວລາ​ດົນ​ນານນັ້ນ.

ທ່ານ Sisulu ກ່າວ​ວ່າ ທ່ານ Mandela ມີ​ຄວາມສຸກ​ສະບາຍດີຕາມ​ລະດັບອາຍຸຂອງ​ທ່ານ ​ແລະ​ຍັງ​ມີຮູບ​ຫລໍ່ຕາມ​ເດີມ​ນັ້ນ.

ທ່ານ Nelson Mandela ຖືກ​ຂັງ​ຄຸກ​ເປັນ​ເວລາ 27 ປີ ຈົນ​ຮອດເວລາ​ທ່ານ​ຖືກ​ປ່ອຍ​ໂຕ
ອອກ​ຈາກ​ຄຸກ​ໃນ​ປີ 1990. ​ໃນ​ເວລາ 4 ປີ​ຕໍ່​ມາ ທ່ານ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍ
ດີ​ຄົນ​ຜີວ​ດໍາ​ຄົນ​ທໍາ​ອິດຂອງ​ອາ​ຟຣິກາ​ໃຕ້ ​ແລະ​ເຮັດ​ໃຫ້​ຍຸກ​ການ​ປົກຄອງ​ປະ​ເທດ​ພາຍ​ໃຕ້
ຄົນ​ຜີວ​ຂາວ ຊົນ​ກຸ່ມ​ນ້ອຍ​ໝົດ​ໄປ.

XS
SM
MD
LG