ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໘ ທັນວາ ໒໐໒໕

ທ່ານມິດ ຣອມນີ ພະຍາຍາມ ຫລີກລ່ຽງ ການປາໄຊ ໃນລັດ Michigan (ເບິ່ງສະໄລດ໌ກັບວີດີໂອ)


ການເລືອກຕັ້ງຂັ້ນຕົ້ນ ຢູ່ລັດ Arizona ແລະ Michigan (28 ກຸມພາ 2012)
ການເລືອກຕັ້ງຂັ້ນຕົ້ນ ຢູ່ລັດ Arizona ແລະ Michigan (28 ກຸມພາ 2012)

ທ່ານ​ມິດ ຣອມນີ ທີ່​ຫວັງ​ວ່າ​ຈະ​ໄດ້​ເປັນຜູ້​ສະໝັກ​ປະທານາທິບໍດີ​ສະຫະລັດ​ ຕາງໜ້າພັກ
Republican ກໍາລັງ​ພະຍາຍາມຫລີກ​ລ້ຽງການ​ປາ​ໄຊ ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ໃນ​ລັດ
Michigan ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານບ່ອນ​ທີ່​ທ່ານ​ເຄີຍ​ມີ​ສຽງ​ນໍາ​ໜ້າ​ຢ່າງ​ຫຼວງຫຼາຍ
ໃນ​ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນມາ​ກ່ອນ​ ​ແລະ​ເປັນບ່ອນ​ທີ່​ບິດາ​ຂອງ​ທ່ານ
ເຄີຍ​ເປັນ​ຜູ້​ປົກຄອງ​ລັດ​ທີ່​ຜູ້​ຄົນ​ນີຍົມ​ຫລາຍ​ນັ້ນ.

ການ​ແຂ່ງຂັນ​ກັນ​ໃນ​ລັດ Michigan ​ເປັນ​ນຶ່ງ​ໃນ 2 ລັດ​ທີ່​ມີ​ການ​ເລືອກຕັ້ງ​ຂັ້ນ​ຕົ້ນ​ທີ່​ສໍາຄັນ
ໃນ​ວັນ​ອັງຄານ​ມື້​ນີ້ ຂະນະ​ທີ່ພວກ​ປະຊາຊົນ​ສັງກັດ​ພັກ Republican ອອກ​ໄປ​ລົງ​ຄະ​ແນນ
ສຽງ​ເລືອກ​ຕັ້ງ​ເອົາ​ຜູ້​ສະໝັກຂອງ​ພັກ​ຂອງ​ຕົນ ​ເພື່ອຈະ​ໄປ​ແຂ່ງຂັນ​ກັບ​ປະທານາທິບໍດີ ບາຣັກ ​
ໂອ​ບາມາ ສັງກັດ​ພັກ​ເດ​ໂມ​ແກຣັດ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັ​ດໃນ​ເດືອນ
​ພະຈິກ​ປີ​ນີ້.

ທ່ານຣອມນີ ອະດີດ​ຜູ້​ປົກຄອງ​ລັດ Massachusetts ກໍາລັງ​ປະ​ເຊີນກັບ​ຄວາມ​ຫຍຸ້ງຍາກ
ໃນ​ການ​ທີ່​ຈະ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຈາກ​ພວກນິຍົມ​ແນວທາງ​ເດີມທາງ​ດ້ານ​ສັງຄົມ​ນັ້ນ.
ພວກ​ຜູ້​ປ່ອນ​ບັດ​ນິຍົມ​ແນວທາງ​ເດີມ​ເຫລົ່າ​ນີ້ ​ກໍາລັງ​ໃຫ້ການ​ສະໜັບສະໜຸນ ​ຕໍ່​ທ່ານ Rick
Santorum ອະດີດ​ສະມາຊິກ​ສະພາ​ສູງ​ສະຫະລັດ​ຈາກ​ລັດ Pennsylvania.

ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ ​ສະ​ແດງ​ໃຫ້​ເຫັນ​ວ່າ ຄູ່​ແຂ່ງຂັນ​ທັງ​ສອງ​ທ່ານ​ມີ​ສຽງ​ສະ
ໜັບສະໜຸນ​ເກືອບ​ເທົ່າໆ​ກັນ​ແຕ່​ທ່ານ Ron Paul ສະມາຊິກ​ສະພາ​ຕໍ່າ​ສະຫະລັດ​ຈາກ​ລັດ
Texas ​ແລະ​ອະດີດ​ປະທານ​ສະພາ​ຕໍ່າ​ສະຫະລັດ​ທ່ານ Newt Gingrich ຊຶ່ງທັງ​ສອງມີ​ສຽງ​
ຫ່າງໆ ລາກ​ຫລັງຫຼາຍ. ພວກ​ຜູ້​ສະໝັກ​ແຂ່ງຂັນເຫລົ່າ​ນີ້ ສາມາດ​ແບ່ງປັນ​ຄະນະຜູ້​ຕາງໜ້າ​
ຂອງ​ລັດ​ໄດ້ ​ເພາະວ່າລັດ Michigan ຈະ​ແບ່ງປັນ​ຈໍານວນ​ຜູ້ຕາງໜ້າ​ຂອງ​ລັດ​ ອິງ​ຕາມ​ສັດ
ສ່ວນ​ຂອງ​ຈໍານວນ​ຄະ​ແນນ​ສຽງ​ທີ່​ພວກຄູ່​ແຂ່ງຂັນເຫລົ່າ​ນີ້​ໄດ້​ຮັບ​ນັ້ນ.

ສ່ວນ​ໃນ​ລັດ Arizona ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ ຂອງ​ສະຫະລັດ​ນັ້ນ ຜູ້​ໃດ​ຊະນະ​ຈະ​ໄດ້​
ຮັບ​ຈໍານວນ​ຜູ້ຕາງໜ້າ​ຂອງ​ລັດ​ທັງ​ໝົດຊຶ່ງ​ການ​ສໍາຫຼວດ​ຫາງ​ສຽງ​ປະຊາຊົນ​ສະ​ແດງ​ໃຫ້​ເຫັນ
ວ່າ ທ່ານຣອມນີມີ​ສຽງ​ນໍາໜ້າ​ຢ່າງ​ຂາດ​ຮອຍ​ເໜືອ​ທ່ານ Santorum.

ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນໃນ​ມື້​ນີ້ ​ມີ​ຂຶ້ນ​ໃນ​ເວລາ​ນຶ່ງ​ສັບປະດາ​ກ່ອນການເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທີ່​ມີ
ການ​ຄາດ​ກັນ​ໄວ້​ລ່ວງ​ໜ້າ​ຢ່າງ​ຫລວງຫລາຍ ທີ່​ເອີ້ນ​ກັນ​ວ່າ “Super Tuesday” ​ເວລາ
10 ລັດ​ຈັດການ​ແຂ່ງຂັນຂັ້ນ​ຕົ້ນ​ເພື່ອ​ສະ​ເໜີແຕ່ງ​ຕັ້ງ​ຜູ້​ສະໝັກເຂົ້າ​ແຂ່ງຂັນ​ປະທານາທິບໍດີ​
ສະຫະລັດ​ນັ້ນ.

ເບິ່ງວີດີໂອກ່ຽວຂ້ອງ

XS
SM
MD
LG